Home » ຮັກແທ້ຄືການໃຫ້ ຫຼາຍກວ່າຮັບ

ຮັກແທ້ຄືການໃຫ້ ຫຼາຍກວ່າຮັບ

ໂດຍ ຄໍາສັບລາວ

ການ​ແຕ່ງດອງ ​ກໍ​ເປັນ​ເໝືອນດັ່ງ ຄົນ​ໃນ​ຢາກ​ອອກ ຄົນ​ນອກ​ຢາກ​ເຂົ້າ ​ຊຶ່ງ​ໝາຍ​ເຖິງ ​ຄົນ​ແຕ່ງ​ດອງທີ່​ບໍ່​ມີ​ຄວາມສຸກ ກໍ​ຢາກ​ກັບໄປ​ຢູ່​ເປັນ​ໂສດອີກ​ຄັ້ງ, ສ່ວນ​ ຄົນ​ທີ່​ຍັງ​ໂສດ​ ກໍ​ປາ​ຖະ​ໜາ​ ຢາກຈະ​ແຕ່ງດອງ. ​ແຕ່​ສໍາລັບ​ຊີວິດ​ຄູ່ ​ທີ່​ບໍ່​ມີ​ຄວາມສຸກ​ນັ້ນ ​ມີ​ຫຼາຍ​ປັດ​ໄຈ​ ທີ່​ເປັນ​ຕົ້ນ​ເຫດ ​ແຕ່​ໜຶ່ງ​ໃນ​ປັດ​ໄຈ​ ທີ່​ໃຫຍ່​ທີ່​ສຸດ ​ຄື​ຄວາມ​ຄາດຫວັງ​ ໂດຍ​ຫວັງ​ວ່າ​ ຄົນ​ຮັກ​ຈະ​ເຂົ້າ​ໃຈ​ທຸກ​ຢ່າງ ​ແລະ ມອບ​ຄວາມ​ຮັກ​ ໃຫ້​ເຮົາ​​ເໝືອນດັ່ງ​ ທີ່​ເຮົາ​ໄດ້​ມອບ​ໃຫ້ ​ຊຶ່ງ​ຖື​ວ່າ​ເປັນ ຄວາມ​ຮັກ​ ທີ່​ບໍ່​ມີ​ຄວາມ​ບໍລິສຸດ. ແນ່ນອນ​ ຄົນ​ເຮົາ​ທຸກ​ຄົນ ​ກໍ​ຕ້ອງ​ມີ​ຄວາມ​ຫວັງ ​ເພາະ​ຖ້າ​ຂາດ​ຄວາມ​ຫວັງ ກໍ​ເໝືອນດັ່ງ ​ຄົນ​ທີ່​ໄຮ້​ຈຸດໝາຍ ​ແຕ່​ຄວາມ​ຫວັງ​ດັ່ງກ່າວ ​ຄວນ​ຈະ​ເປັນຄວາມ​ຫວັງ​ ຈາກ​ຕົວ​ເຮົາ​ເອງ, ​ແຕ່​ຖ້າ​ ເປັນຄວາມ​ຫວັງ​ ຈາກ​ຄົນ​ອື່ນ​ແລ້ວ ​ແນ່ນອນ ​ເຮົາ​ກໍ​ຈະ​ເກີດ​ຄວາມທຸກ​ ຂຶ້ນ​ມາ​ໂດຍ​ທັນທີ, ​ເພາະ​ໃນ​ໂລກ​ນີ້ ບໍ່​ມີ​ໃຜ​ສາມາດ​ ຊ່ວຍ​ໃຫ້​ເຮົາ ​ສົມ​ຫວັງ​ ໄດ້​ທຸກ​ຢ່າງ. ດັ່ງ​ນັ້ນ, ຈົ່ງ​ຄາດ​ຫວັງ​ ຈາກ​ຕົວ​ເຮົາ​ເອງ​ ໃຫ້​ຫຼາຍ​ກວ່າ​ ຈາກ​ຄົນ​ອື່ນ ​ເພື່ອ​ໃຫ້​ຕົນ​ເອງ​ ມີ​ຄວາມສຸກ, ​ແຕ່​ຖ້າ​ເປັນ​ ເລື່ອງ​ຂອງ​ຄວາມ​ຮັກ​ແລ້ວ ​ເຮົາ​ຄວນ​ມອບ​ ຄວາມ​ຮັກ​ ໃຫ້​ຄົນ​ທີ່​ເຮົາ​ຮັກ ​ໂດຍ​ບໍ່​ຄາດ​ຫວັງ ​ສິ່ງ​ຕອບ​ແທນ ຈຶ່ງ​ຈະ​ຖື​ວ່າ​ເປັນ ​ຮັກ​ແທ້​ ທີ່​ບໍລິສຸດ.

ບາງ​ຄົນ​ບອກ​ວ່າ ມີ​ແຕ່​ຄວາມ​ຮັກ​ ຈາກ​ແມ່​ສູ່​ລູກ​ ເທົ່າ​ນັ້ນ ຈຶ່ງ​ຈະ​ເປັນຄວາມ​ຮັກ ​ທີ່​ບໍລິສຸດ​, ​ແຕ່​ຄວາມ​ຈິງ​ແລ້ວ ຮັກ​ແທ້​ມີ​ຈິງ ​ແລະ ທ່ານ ​ກໍ​ສາມາດ​ມີ​ໄດ້​ ຖ້າ​ຫາກ ​ຮັກ​ຄົນ​ທີ່​ທ່ານ​ຮັກ​ ຢ່າງ​ບໍລິສຸດ​ໃຈ, ​ເພາະ​ການ​ເຮັດ​ໃຫ້ ​ຄົນ​ຮັກ ​ມີ​ຄວາມສຸກ​ນັ້ນ ກໍ​ບໍ່​ຍາກ​ເກີນ​ ຄວາມ​ສາມາດ​ຂອງ​ທ່ານ, ​ແຕ່​ສິ່ງ​ສໍາຄັນ​ ແມ່ນ ບໍ່​ຄວນ​ຄາດ​ຫວັງ​ ໃຫ້​ລາວ​ຮັກ ​ຕອບ​ແທນ​ກັບ​ຄືນ​ມາ ​ເພາະ​ຄວາມ​ຮັກ ​ເປັນ​ເໝືອນດັ່ງ​ ຂອງຂວັນ​ ທີ່​ຖືກ​ມອບ​ ໃຫ້​ຢ່າງ​ອິດສະຫຼະ ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ປາສະຈາກ​ ຄວາມ​ຄາດ​ຫວັງ. ພວກ​ເຮົາ ​ບໍ່​ຄວນ​ຮັກ​ ເພື່ອ​ທີ່​ຈະ​ຖືກ​ຮັກ ​ແຕ່​ພວກ​ເຮົາ​ຄວນ​ ຮັກ​ເພື່ອ​ຮັກ. ສະ​ນັ້ນ, ຊີວິດ​ແຕ່ງງານ​ ທີ່​ປະສົບ​ຄວາມ​ສໍາ​ເລັດ​ ຄື​ການ​ມອບ ​ສິ່ງ​ທີ່​ດີ​ທີ່​ສຸດ​ ຂອງ​ທ່ານ​ ໃຫ້​ແກ່​ຄົນ​ຮັກ​ ໂດຍ​ບໍ່​ຫວັງ​ ສິ່ງ​ຕອບ​ແທນ​ໃດໆ​ ກັບ​ຄືນ​ມາ.

ການ​ໃຫ້​ ຖື​ເປັນ​ຄວາມສຸກ ​ທີ່​ໃຫຍ່​ກວ່າ ​ເພາະ​ຄວາມສຸກ​ ທີ່​ເກີດ​ຈາກ​ ການ​ເປັນ​ຜູ້​ໃຫ້​ ແມ່ນ​ມີ​ຫຼາຍ​ກວ່າ​ ຄວາມສຸກ ​ທີ່​ເກີດ​ຈາ​ກ ການ​ເປັນ​ຜູ້​ໄດ້​ຮັບ ຖ້າ​ທ່ານ ​ເລີ່​ມ​ເປັນ​ຝ່າຍ​ໃຫ້ ​ໂດຍ​ສະ​ເພາະ ​ການໃຫ້ຄວາມ​ກະລຸນາ ຕໍ່​ຄົນ​ຮັກ​ຂອງ​ທ່ານ ຈຶ່ງ​ຖື​ເປັນຄວາມ​ຮັກ​ແທ້ ຍ້ອນ​ຄວາມ​ກະລຸນາ​ ຖື​ເປັນ​ຮາກ​ຖານ ​ທີ່​ຍຶດ​ແໜ້ນ​ ໃຫ້​ຄວາມ​ຮັກ​ ສົມບູນ​ແບບ ​ແລະ ຍືນ​ຍາວ, ​ເພາະ​ຄູ່​ຮັກ​ໃດ​ກໍ​ຕາມ ​ເຖິງ​ຈະ​ມີ​ຄວາມ​ຮັກ, ຄວາມ​ເຂົ້າ​ໃຈ, ມີ​ຄວາມ​ຜູກ​ພັນ ​ແລະ ຜ່ານ​ປະສົບ​ການ​ ຮ່ວມ​ກັນ​ ມາ​ດົນ​ນານ​ ປານ​ໃດ​ກໍ​ຕາມ ​ແຕ່​ຖ້າ​ຫາກ​ ຂາດ​ຮາກ​ຖານ​ອັນ​ແທ້​ຈິງ​ ຂອງ​ຄວາມ​ຮັກ ກໍ​ຄື​ຄວາມ​ກະລຸນາ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ນັ້ນ ​ບໍ່​ມີ​ຄວາມ​ສົມບູນ​ ຍ້ອນ​ຄໍາ​ວ່າ​ “ໃຫ້” ​ຈະ​ມີ​ພະລັງ​ ກວ່າ​ຄໍາ​ມາ ​“ໄດ້​ຮັບ” ຢູ່​ສະ​ເໝີ  ສ່ວນ​ຄວາມ​ຮັກ ​ທີ່​ໄດ້​ຈາກ​ການ​ ຄອບ​ຄອງ ​ໂດຍ​ຄິດ​ວ່າ​ຕົນ​ເອງ​ ເປັນ​ເຈົ້າ​ຂອງ​ ຄົນ​ຮັກ​ນັ້ນ ຖື​ເປັນຄວາມ​ຮັກ ​ທີ່​ບໍ່​ຍືນ​ຍາວ.

ຖ້າ​ເຮົາ​ຮັກ​ໃຜ​ແລ້ວ ​ເຮົາ​ຕ້ອງການ​ ທີ່​ຈະ​ເຮັດ​ ເພື່ອ​ເຂົາ, ສະໜັບສະໜູນ​ເຂົາ, ​ໃຫ້​ກໍາລັງ​ໃຈ​ເຂົາ, ຜ່ານ​ອຸປະສັກ​ໄປ​ກັບ​ເຂົາ, ​ເມື່ອ​ເຫັນ​ເຂົາ​ ມີ​ຄວາມສຸກ ​ໃນ​ໃຈ​ຂອງ​ເຮົາ​ ກໍ​ຈະ​ມີ​ຄວາມສຸກ​ ໄປ​ນໍາ ນັ້ນ​ແຫຼະ​ ຈຶ່ງ​ເອີ້ນ​ວ່າ​ຮັກ​ແທ້. ​ເພາະ​ຮັກ​ແທ້​ ແມ່ນ​ເກີດ​ມາ​ຈາກ ​ສອງ​ທ່ານ​ທີ່​ເປັນ​ຄູ່​ຮັກ​ ພ້ອມ​ກັນ​ສ້າງ​ ມັນ​ຂຶ້ນ​ມາ​ເອງ ​ແລະ ມອບ​ຄວາມ​ຮັກ​ ໃຫ້​ກັນ ​ແລະ ກັນ​ໃນ​ທຸກໆມື້ ​ໂດຍ​ບໍ່​ຮຽກຮ້ອງ​ເຖິງ ​ສິ່ງ​ຕອບ​ແທນ ນັ້ນ​ແຫຼະ​ ຄື​ຮັກ​ແທ້.

​ໂດຍ: ພອຍລິນດາ
ຂໍ້ມູນຈາກ: ພາສາ​ໃຈ​ບໍ່​ຕ້ອງ​ໃຊ້​ສູດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!