Home » ຮັກສາສິ່ງແວດລ້ອມເລີ່ມຈາກຕົວເຮົາເອງ

ຮັກສາສິ່ງແວດລ້ອມເລີ່ມຈາກຕົວເຮົາເອງ

ໂດຍ ຄໍາສັບລາວ

ມະນຸດ​​​ເປັນ​ສ່ວນ​​ສຳຄັນ ​ໃນການຮັກສາ ສິ່ງແວດລ້ອມ​ ​​ໄປ​ຄຽງ​ຄູ່​ກັນ​ນີ້ ມະນຸດ ກໍ​ຍັງ​ເປັນ​​ໂຕການ ທຳລາຍ ​​​ເຊັ່ນ​ດຽວ​ກັນ, ສະນັ້ນ ພວກເຮົາທຸກຄົນ ມີໜ້າທີ່ ຈະຕ້ອງຮ່ວມແຮງ ຮ່ວມໃຈກັນ ຮັກສາ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ດ້ວຍວິທີການ ງ່າຍໆ ທີ່ພວກເຮົາ ອາດເບິ່ງ ຂ້າມໄປເຊັ່ນ:

  1. ໃຊ້ຜ້າແພແທນເຈ້ຍທິດຊູ້ (ເຈ້ຍອະນາໄມ)

ສະເລ່ຍແລ້ວປີໜຶ່ງ ເຮົາໃຊ້ເຈ້ຍທິດຊູ້ ເປັນຈຳນວນຫຼາຍ ນັ້ນກໍໝາຍເຖິງ ການຕັດຕົ້ນໄມ້ ໄປຢ່າງມະຫາສານ ເພື່ອມາຜະລິດ ເປັນເຈ້ຍທິດຊູ້ ດັ່ງນັ້ນ ພວກເຮົາ ຄວນປັບປ່ຽນ ພຶດຕິກຳ ໂດຍເລີ່ມຈາກ ການວາງ ຜ້າເຊັດມື ໄວ້ໃກ້ກັບ ບ່ອນລ້າງມື ເພື່ອສະດວກ ໃນການນຳໃຊ້ ຖືວ່າ ເປັນການຫຼຸດຜ່ອນ ການໃຊ້ເຈ້ຍ ທິດຊູ້ ໄດ້ເປັນຢ່າງດີ.

  1. ນຳໃຊ້ຖົງຢາງຊ້ຳຄືນຫຼາຍຄັ້ງ

ພຽງແຕ່ເອົາຖົງຢາງ ທີ່ມີຢູ່ ໄປລ້າງນ້ຳ ໃຫ້ສະອາດ ຕາກແດດໃຫ້ແຫ້ງ ແລ້ວເອົາມາໃຊ້ ຄືນອີກ ເພື່ອຫຼຸດຜ່ອນ ຈຳນວນຂີ້ເຫຍື້ອ ທີ່ມາຈາກຖົງຢາງ.

  1. ຄຸນປະໂຫຍດຈາກຫຍ້າ ແລະ ໃບໄມ້

ຫຍ້າ ແລະ ໃບໄມ້ ຊະນິດຕ່າງໆ ທີ່ຖືກຖາງ ຫຼື ຕັດຖິ້ມ ມີສານອາຫານ ທີ່ມີຄຸນຄ່າ ສຳລັບ ຕົ້ນໄມ້ ສະນັ້ນ ເພື່ອຫຼຸດຜ່ອນ ໃນການຈູດ, ເຜົາຕົ້ນຫຍ້າ, ໃບໄມ້ ອັນເປັນສາເຫດ ທີ່ພາໃຫ້ເກີດ ມີມົນລະພິດ ທາງອາກາດ ເຮົາຄວນນຳມາ ໃສ່ໄວ້ໃນກ້ອງ ຕົ້ນໄມ້ ແທນການນຳໃຊ້ ຝຸ່ນເຄມີ.

  1. ປູກຕົ້ນໄມ້ໃນຫ້ອງຊ່ວຍຫຼຸດມົນລະພິດ

ໂດຍການເອົາ ໂຖດອກໄມ້, ຖ່ານ (ຖ່ານດັງໄຟ) ປະສົມກັບດິນ ແລ້ວນຳເອົາ ຕົ້ນໄມ້ ຊະນິດໃດກໍໄດ້ ທີ່ເໝາະສຳລັບ ປູກໄວ້ ໃນຫ້ອງ (ຕົ້ນບໍ່ໃຫຍ່ຫຼາຍ) ນອກຈາກ ຕົ້ນໄມ້ ຈະຊ່ວຍ ໃຫ້ອາກາດ ໃນຫ້ອງ ສົດຊື່ນແລ້ວ ຖ່ານຍັງຊ່ວຍດູດ ມົນລະພິດ ແລະ ເຊື້ອຈຸລິນຊີ ໄດ້ເປັນຢ່າງດີ.

  1. ປູກຕົ້ນໄມ້ໃກ້ເຮືອນ

ການອະນຸລັກຮັກສາ ສິ່ງແວດລ້ອມ ບໍ່ຈຳເປັນຕ້ອງ ເດີນທາງ ໄປເຖິງປ່າໃຫຍ່ ເພື່ອປູກຕົ້ນໄມ້ ໃຫ້ເປັນປ່າ ແຕ່ເຮົາຄວນ ເລີ່ມຕົ້ນ ດ້ວຍການຮູ້ຈັກ ອະນຸລັກຮັກສາ ແລະ ປູກຕົ້ນໄມ້ ຢູ່ໃກ້ ເຮືອນເຮົາເອງ ເພື່ອເຮັດໃຫ້ ອາກາດ ສົດຊື່ນ ແລະ ເປັນການເພີ່ມ ອົກຊີແຊນ ໃຫ້ສິ່ງ ແວດລ້ອມ ອີກດ້ວຍ.

  1. ປູກຜັກປອດສານພິດ

ການປູກພືດຜັກ ປອດສານພິດ ຈະຊ່ວຍໃນການ ຮັກສາ ລະບົບນິເວດ, ຮັບປະກັນ ​ຄວາມ​ຍືນ​ຍົງ ​ຂອງ​ສິ່ງ​ແວດ​ລ້ອມ ແລະ ບໍ່ເປັນອັນຕະລາຍ ຕໍ່ສຸຂະພາບ ຂອງ ຜູ້ປູກ ແລະ ຜູ້ບໍລິໂພກ.

  1. ໝັ່ນປັດຂີ້ຝຸ່ນຈາກດອກໄຟ

ເພາະວ່າ ຂີ້ຝຸ່ນ ເຮັດໃຫ້ ແສງສະຫວ່າງ ທີ່ລອດຜ່ານ ແກ້ວຫຼອດໄຟ ຫຼຸດລົງ ເຖິງ 30% ເປັນສາເຫດ ເຮັດໃຫ້ ດອກໄຟບໍ່ແຈ້ງ ສະຫວ່າງ ເທົ່າທີ່ຄວນ.

  1. ໝັ່ນເບິ່ງແຍງ, ຮັກສາລົດ ເປັນການຮັກສາ ສະພາບແວດລ້ອມ

ການເອົາໃຈໃສ່ ເບິ່ງແຍງ, ຮັກສາລົດ ດ້ວຍການໝັ່ນ ປ່ຽນນ້ຳມັນ ເຄື່ອງ ຕາມໄລຍະເວລາ ແລະ ໄລຍະທາງ ທີ່ກຳນົດໄວ້ ໃນຄູ່ມື ພ້ອມທັງປ່ຽນ ຖ່າຍໝໍ້ກອງ, ໝັ່ນກວດເບິ່ງ ລົມຢາງລົດ ໃຫ້ຢູ່ໃນ ລະດັບ ທີ່ພໍດີ ແລະ ຂັບລົດ ໃນຄວາມໄວ ທີ່ກຳນົດໄວ້ ຈະຊ່ວຍຫຼຸດຜ່ອນ ບັນຫາ ມົນລະພິດ ທາງອາກາດ, ເປັນການປະຢັດ ນ້ຳມັນ ແລະ ຍັງຮັກສາ ສະພາບ ລົດໄດ້ດີອີກດ້ວຍ.

ວິທີການ ທີ່ນຳສະເໜີ ຂ້າງເທິງນີ້ ນອກຈາກ ຈະເປັນການ ປະກອບສ່ວນ ຮັກສາ ສິ່ງແວດ ລ້ອມ ໃຫ້ມີຄວາມ ຍືນຍົງແລ້ວ ຍັງເປັນການຊ່ວຍ ໃຫ້ພວກເຮົາ ປະຢັດຄ່າໃຊ້ຈ່າຍ ທີ່ບໍ່ຈຳເປັນ ຈຳນວນໜຶ່ງ ໄດ້ອີກດ້ວຍ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!