670
ມະນຸດເປັນສ່ວນສຳຄັນ ໃນການຮັກສາ ສິ່ງແວດລ້ອມ ໄປຄຽງຄູ່ກັນນີ້ ມະນຸດ ກໍຍັງເປັນໂຕການ ທຳລາຍ ເຊັ່ນດຽວກັນ, ສະນັ້ນ ພວກເຮົາທຸກຄົນ ມີໜ້າທີ່ ຈະຕ້ອງຮ່ວມແຮງ ຮ່ວມໃຈກັນ ຮັກສາ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ດ້ວຍວິທີການ ງ່າຍໆ ທີ່ພວກເຮົາ ອາດເບິ່ງ ຂ້າມໄປເຊັ່ນ:
-
ໃຊ້ຜ້າແພແທນເຈ້ຍທິດຊູ້ (ເຈ້ຍອະນາໄມ)
ສະເລ່ຍແລ້ວປີໜຶ່ງ ເຮົາໃຊ້ເຈ້ຍທິດຊູ້ ເປັນຈຳນວນຫຼາຍ ນັ້ນກໍໝາຍເຖິງ ການຕັດຕົ້ນໄມ້ ໄປຢ່າງມະຫາສານ ເພື່ອມາຜະລິດ ເປັນເຈ້ຍທິດຊູ້ ດັ່ງນັ້ນ ພວກເຮົາ ຄວນປັບປ່ຽນ ພຶດຕິກຳ ໂດຍເລີ່ມຈາກ ການວາງ ຜ້າເຊັດມື ໄວ້ໃກ້ກັບ ບ່ອນລ້າງມື ເພື່ອສະດວກ ໃນການນຳໃຊ້ ຖືວ່າ ເປັນການຫຼຸດຜ່ອນ ການໃຊ້ເຈ້ຍ ທິດຊູ້ ໄດ້ເປັນຢ່າງດີ.
-
ນຳໃຊ້ຖົງຢາງຊ້ຳຄືນຫຼາຍຄັ້ງ
ພຽງແຕ່ເອົາຖົງຢາງ ທີ່ມີຢູ່ ໄປລ້າງນ້ຳ ໃຫ້ສະອາດ ຕາກແດດໃຫ້ແຫ້ງ ແລ້ວເອົາມາໃຊ້ ຄືນອີກ ເພື່ອຫຼຸດຜ່ອນ ຈຳນວນຂີ້ເຫຍື້ອ ທີ່ມາຈາກຖົງຢາງ.
-
ຄຸນປະໂຫຍດຈາກຫຍ້າ ແລະ ໃບໄມ້
ຫຍ້າ ແລະ ໃບໄມ້ ຊະນິດຕ່າງໆ ທີ່ຖືກຖາງ ຫຼື ຕັດຖິ້ມ ມີສານອາຫານ ທີ່ມີຄຸນຄ່າ ສຳລັບ ຕົ້ນໄມ້ ສະນັ້ນ ເພື່ອຫຼຸດຜ່ອນ ໃນການຈູດ, ເຜົາຕົ້ນຫຍ້າ, ໃບໄມ້ ອັນເປັນສາເຫດ ທີ່ພາໃຫ້ເກີດ ມີມົນລະພິດ ທາງອາກາດ ເຮົາຄວນນຳມາ ໃສ່ໄວ້ໃນກ້ອງ ຕົ້ນໄມ້ ແທນການນຳໃຊ້ ຝຸ່ນເຄມີ.
-
ປູກຕົ້ນໄມ້ໃນຫ້ອງຊ່ວຍຫຼຸດມົນລະພິດ
ໂດຍການເອົາ ໂຖດອກໄມ້, ຖ່ານ (ຖ່ານດັງໄຟ) ປະສົມກັບດິນ ແລ້ວນຳເອົາ ຕົ້ນໄມ້ ຊະນິດໃດກໍໄດ້ ທີ່ເໝາະສຳລັບ ປູກໄວ້ ໃນຫ້ອງ (ຕົ້ນບໍ່ໃຫຍ່ຫຼາຍ) ນອກຈາກ ຕົ້ນໄມ້ ຈະຊ່ວຍ ໃຫ້ອາກາດ ໃນຫ້ອງ ສົດຊື່ນແລ້ວ ຖ່ານຍັງຊ່ວຍດູດ ມົນລະພິດ ແລະ ເຊື້ອຈຸລິນຊີ ໄດ້ເປັນຢ່າງດີ.
-
ປູກຕົ້ນໄມ້ໃກ້ເຮືອນ
ການອະນຸລັກຮັກສາ ສິ່ງແວດລ້ອມ ບໍ່ຈຳເປັນຕ້ອງ ເດີນທາງ ໄປເຖິງປ່າໃຫຍ່ ເພື່ອປູກຕົ້ນໄມ້ ໃຫ້ເປັນປ່າ ແຕ່ເຮົາຄວນ ເລີ່ມຕົ້ນ ດ້ວຍການຮູ້ຈັກ ອະນຸລັກຮັກສາ ແລະ ປູກຕົ້ນໄມ້ ຢູ່ໃກ້ ເຮືອນເຮົາເອງ ເພື່ອເຮັດໃຫ້ ອາກາດ ສົດຊື່ນ ແລະ ເປັນການເພີ່ມ ອົກຊີແຊນ ໃຫ້ສິ່ງ ແວດລ້ອມ ອີກດ້ວຍ.
-
ປູກຜັກປອດສານພິດ
ການປູກພືດຜັກ ປອດສານພິດ ຈະຊ່ວຍໃນການ ຮັກສາ ລະບົບນິເວດ, ຮັບປະກັນ ຄວາມຍືນຍົງ ຂອງສິ່ງແວດລ້ອມ ແລະ ບໍ່ເປັນອັນຕະລາຍ ຕໍ່ສຸຂະພາບ ຂອງ ຜູ້ປູກ ແລະ ຜູ້ບໍລິໂພກ.
-
ໝັ່ນປັດຂີ້ຝຸ່ນຈາກດອກໄຟ
ເພາະວ່າ ຂີ້ຝຸ່ນ ເຮັດໃຫ້ ແສງສະຫວ່າງ ທີ່ລອດຜ່ານ ແກ້ວຫຼອດໄຟ ຫຼຸດລົງ ເຖິງ 30% ເປັນສາເຫດ ເຮັດໃຫ້ ດອກໄຟບໍ່ແຈ້ງ ສະຫວ່າງ ເທົ່າທີ່ຄວນ.
-
ໝັ່ນເບິ່ງແຍງ, ຮັກສາລົດ ເປັນການຮັກສາ ສະພາບແວດລ້ອມ