Home » ອາການຄັນປາກຊ່ອງຄອດ ບັນຫາທີ່ ແມ່ຍິງ ຄວນເອົາໃຈໃສ່

ອາການຄັນປາກຊ່ອງຄອດ ບັນຫາທີ່ ແມ່ຍິງ ຄວນເອົາໃຈໃສ່

ໂດຍ ຄໍາສັບລາວ

ສຸຂະພາບທີ່ແຂງແຮງ ເປັນສິ່ງທີ່ ທຸກຄົນປາຖະໜາ ແຕ່ກໍ ປາສະຈາກບໍ່ໄດ້ ເຖິງພະຍາດຕ່າງໆ ທີ່ເກີດຂຶ້ນພາຍ ໃນຮ່າງກາຍ ໂດຍສະເພາະ ແມ່ຍິງຕ້ອງ ເອົາໃຈໃສ່ ເບິ່ງແຍງ ຕົນເອງ ໃຫ້ສວຍງາມ ທັງພາຍໃນ ແລະ ພາຍນອກ ຢູ່ສະເໝີ, ອາການຄັນປາກຊ່ອງຄອດ ເປັນອາການ ທີ່ແມ່ຍິງຫຼາຍຄົນ ອາດເຄີຍພົບພໍ້ມາ ແລ້ວ ເຮັດໃຫ້ເກີດ ຄວາມບໍ່ໝັ້ນ ໃຈ ແລະ ບໍ່ມີຄວາມສຸກ ກັບອາການດັ່ງກ່າວ.

ອາການຄັນປາກຊ່ອງຄອດອາດ ເກີດຈາກຫຼາຍສາເຫດ ເຊັ່ນ: ການແພ້ສານເຄມີຕ່າງໆ ເປັນຕົ້ນ: ສະເປດັບກິ່ນ, ສະບູ ຫຼື ນ້ຳຢາລ້າງຊ່ອງຄອດ, ນ້ຳຢາ ປັບຜ້ານຸ້ມ ແລະ ອື່ນໆ. ນອກຈາກນີ້ ກໍອາດ ຈະເກີດຈາກການ ໃສ່ເຄື່ອງນຸ່ງທີ່ຮັດເກີນ ໄປ ເຮັດໃຫ້ ລະບາຍ ອາກາດບໍ່ໄດ້ດີ, ການຕິດເຊື້ອພະຍາດ ໃນຊ່ອງຄອດ, ລົງຂາວ ຫຼື ໃນແມ່ຍິງ ທີ່ໝົດປະຈຳເດືອນແລ້ວ ອາດຈະເກີດ ພາວະປາກຊ່ອງຄອດ ແຫ້ງ ເປັນສາເຫດ ເຮັດໃຫ້ມີ ອາການຄັນ ໄດ້ເຊັ່ນກັນ.

ການປ້ອງກັນ ແລະ ຮັກສາເມື່ອມີອາການ ຄັນປາກຊ່ອງຄອດ ມີດັ່ງນີ້:

  • ໝັ່ນຮັກສາຄວາມສະອາດ ບໍລິເວນ ອະໄວຍະວະເພດ, ຫຼີກເວັ້ນ ການໃຊ້ ສານເຄມີຕ່າງໆ ທີ່ມີສ່ວນປະສົມ ຂອງ ນ້ຳຫອມ, ນ້ຳຢາປັບຜ້ານຸ້ມ ແລະ ອື່ນໆ ທ່ານສາມາດ ລ້າງດ້ວຍສະບູ ທີ່ບໍ່ມີ ສານເຄມີ ຫຼື ລ້າງດ້ວຍນ້ຳສະອາດ ກໍພຽງພໍແລ້ວ.

  • ນຸ່ງໂສ້ງຊ້ອນທີ່ເຮັດດ້ວຍຝ້າຍ ແລະ ບໍ່ຮັດເກີນໄປ, ໝັ່ນປ່ຽນໂສ້ງຊ້ອນ ຫຼື ຜ້າອະນາໄມ ໃນເວລາ ເປັນປະຈຳເດືອນເພື່ອປ້ອງກັນ ບໍ່ໃຫ້ ປາກຊ່ອງຄອດ ປຽກຊຸ່ມ.

  • ຄວນຮັກສາອະໄວຍະວະເພດ ໃຫ້ແຫ້ງຢູ່ຕະຫຼອດເວລາ.

  • ຢຸດການມີເພດສຳພັນຈົນກວ່າອາການຄັນຈະເຊົາ.

  • ຄວບຄຸມນໍ້າໜັກໂຕເອງບໍ່ໃຫ້ ຕຸ້ຍເກີນໄປ ເພາະຄົນທີ່ຕຸ້ຍ ຈະເຮັດໃຫ້ ອະໄວຍະວະເພດ ມີເຫື່ອ ອອກຫຼາຍກວ່າຄົນ ທີ່ມີນໍ້າໜັກ ປົກກະຕິ.

  • ພະຍາຍາມບໍ່ເກົາອະໄວຍະວະເພດ ແຮງເກີນໄປ ເພາະອາດຈະຕິດເຊື້ອພະຍາດ ຈາກເລັບມືໄດ້.

  • ເມື່ອເວລາຖ່າຍໜັກແລ້ວຄວນ ລ້າງ ຫຼື ເຊັດຈາກດ້ານໜ້າ ໄປດ້ານຫຼັງ ເພື່ອບໍ່ໃຫ້ສິ່ງ ທີ່ເປິະເປື້ອນ ຖືກອະໄວຍະວະເພດ.

  • ຖ້າຫາກ ອາການຄັນປາກຊ່ອງ ຄອດຍັງບໍ່ດີຂຶ້ນ ຄວນຮີບໄປ ພົບທ່ານໝໍ ເພື່ອຂໍຄຳປຶກສາ ແລະ ປິ່ນປົວຢ່າງຖືກວິທີ.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!