Home » ອັນຕະລາຍຈາກມົນລະພິດທາງອາກາດ

ອັນຕະລາຍຈາກມົນລະພິດທາງອາກາດ

ໂດຍ ຄໍາສັບລາວ

ມົນລະພິດທາງອາກາດ ແມ່ນພາວະອາກາດທີ່ມີຝຸ່ນ, ລະອອງຝຸ່ນ ຫຼື ວັດຖຸອັນຕະລາຍຊະນິດອື່ນໆ ເຈືອປົນຢູ່ໃນຊັ້ນບັນຍາກາດ ຂອງໂລກ ຍ້ອນວ່າ ຊັ້ນບັນຍາກາດ ເປັນລະບົບແກ໊ສທໍາມະຊາດ ທີ່ຈໍາເປັນຕໍ່ສິ່ງທີ່ມີຊີວິດ ທັງຫຼາຍ ຖ້າຊັ້ນບັນຍາກາດ ຖືກທໍາລາຍ ດ້ວຍມົນລະພິດ ກໍເປັນສາເຫດເຮັດໃຫ້ ສິ່ງທີ່ມີຊີວິດ ເກີດເປັນພະຍາດ ແລະ ອັນຕະລາຍ ຈົນເຖິງຂັ້ນເສຍຊີວິດ.

ມົນລະພິດທາງອາກາດແບ່ງອອກເປັນ 2 ຊະນິດຄື:

  1. ມົນລະພິດທີ່ເກີດຈາກທໍາມະຊາດ ເຊັ່ນ: ພູເຂົາໄຟລະເບີດ ເຮັດໃຫ້ເກີດຄວັນ, ແກ໊ສຕ່າງໆເຊັ່ນ: SO2, H2S, CH4 ແລະ ຂີ້ເຖົ່າຂຶ້ນສູ່ອາກາດ ເປັນຈໍານວນຫຼາຍ, ໄຟໄໝ້ປ່າ ເຮັດໃຫ້ເກີດຄວັນ, ຝຸ່ນລະອອງ ຂະໜາດນ້ອຍໃນຮູບແບບ 5, PM10 ແລະ ແກ໊ສພິດຕ່າງໆ ເຊັ່ນ:CO,HC.

  • ການເໜົ່າເປື່ອຍ ແລະ ການໝັກໝົມ ຈະເຮັດໃຫ້ເກີດລົມພິດຂຶ້ນສູ່ບັນຍາກາດ

  • ຝຸ່ນລະອອງ ທີ່ມາຕາມລົມພັດ ເຊັ່ນ: ເມັດພືດ, ເກສອນດອກໄມ້

  1. ມົນລະພິດທີ່ເກີດຈາກມະນຸດ ເຊັ່ນ: ໂຮງງານຜະລິດກະແສໄຟຟ້າ, ການໃຊ້ໄຟພາຍໃນເຮືອນ, ການຈູດຂີ້ເຫຍື້ອ ແລະ ໂຮງງານອຸດສາຫະກໍາ ໂດຍການແປຮູບອາຫານ, ການກັ່ນນໍ້າມັນ, ການຫຼອມໂລຫະ, ຄວັນລົດ ແລະ ອື່ນໆ.

ມົນລະພິດທາງອາກາດ ມີຜົນກະທົບຕໍ່ຮ່າງກາຍ ແລະ ສຸຂະພາບຂອງມະນຸດ ເມື່ອເຮົາສູດດົມເຂົ້າໄປ ກໍຈະເຮັດໃຫ້ປອດຫຼຸດປະສິດທິພາບ ການເຮັດວຽກ ສານພິດເຫຼົ່ານີ້ ຈະແຜ່ກະຈາຍຈາກປອດ ເຂົ້າສູ່ຮ່າງກາຍ ທາງຫຼອດເສັ້ນເລືອດ ກໍ່ໃຫ້ເກີດພະຍາດ ກ່ຽວກັບລະບົບຫາຍໃຈເພີ່ມຂຶ້ນ, ມີອາການເຄືອງຕາ, ດັງ ແລະ ຄໍ, ແໜ້ນໜ້າເອິກ, ໄອ, ປວດເມື່ອຍຫາຍໃຈຍາກ. ນອກຈາກນີ້ ຍັງເຮັດໃຫ້ເກີດ ຄວາມຜິດປົກກະຕິ ຂອງປະສາດ ແລະ ຄວາມດັນເລືອດສູງ ເປັນສາເຫດເຮັດໃຫ້ ຄົນທີ່ເປັນພະຍາດຫົວໃຈ ແລະ ພະຍາດປອດເສີຍຊີວິດໄດ້. ເຖິງວ່າມົນລະພິດທາງອາກາດ ເຮົາຈະຫຼີກເວັ້ນບໍ່ໄດ້ ແຕ່ສິ່ງສໍາຄັນທີ່ສຸດ ແມ່ນເຮົາສາມາດປ້ອງກັນໄດ້ ໂດຍໃສ່ຜ້າປິດປາກ-ດັງ ທຸກຄັ້ງກ່ອນອອກຈາກເຮືອນ, ນອກຈາກສາມາດປ້ອງກັນ ມົນລະພິດແລ້ວ ຍັງສາມາດປ້ອງກັນ ພະຍາດໄດ້ນໍາອີກ.

https://www.holismedicare.com
ຄັດໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!