Home » ຫຼຸດຈັບຈ່າຍເງິນສົດ ຫຼຸດການຕິດເຊື້ອພະຍາດ

ຫຼຸດຈັບຈ່າຍເງິນສົດ ຫຼຸດການຕິດເຊື້ອພະຍາດ

ໂດຍ ຄໍາສັບລາວ

ໃນຍຸກຂອງເຕັກໂນໂລຊີ ທີ່ມີບົດບາດ ໃນສັງຄົມ ແລະ ຊີວິດການເປັນຢູ່ ຂອງຄົນນັບມື້ ນັບຫຼາຍຂຶ້ນ ເຮົາສາມາດເຮັດວຽກ ຜ່ານເຄືອຂ່າຍ ອິນເຕີເນັດ ໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວທັນໃຈ ໂດຍສະເພາະ ເລື່ອງການ ສໍາລະເງິນ, ໂອນ, ຮັບ, ຈ່າຍ ແລະ ອື່ນໆ…

ໄລຍະນີ້ ການແພ່ລະບາດ ຂອງພະຍາດ ໂຄວິດ-19 ຍັງແພ່ລະບາດ ຢູ່ທົ່ວສັງຄົມ ຫຼາຍໆຮ້ານຄ້າ, ຫຼາຍບໍລິສັດ ກໍມີມາດຕະການ ປ້ອງກັນໂດຍ ເວັ້ນໄລຍະຫ່າງ ແລະ ຫຼຸດການສໍາພັດ ໃຫ້ໜ້ອຍລົງ ຊຶ່ງສັງຄົມ ໄຮ້ເງິນສົດ ກໍເປັນອີກທາງເລືອກໜຶ່ງ ຂອງຍຸກທີ່ກໍາລັງ ມີພະຍາດ ໂຄວິດ-19 ລະບາດ ທີ່ຈະຈັບຈ່າຍສິ່ງໃດ ກໍມີຄວາມສ່ຽງ ໃນການຕິດເຊື້ອພະຍາດ. ໃນປັດຈຸບັນ ປະເທດຈີນ ກໍເລີ່ມຈັບເງິນສົດ ໜ້ອຍລົງ ແລ້ວປ່ຽນມາ ເຮັດທຸລະກໍາ ທາງການເງິນ ຜ່ານໂທລະສັບ ມືຖື ເກືອບທຸກຄົນ.

ສັງຄົມໄຮ້ເງິນສົດ ຄືສັງຄົມ ທີ່ມີການເຮັດທຸລະກໍາ ທາງການເງິນ ໂດຍປາສາຈາກ ເງິນສົດ ດ້ວຍຮູບແບບການ ໂອນເງິນ ຜ່ານລະບົບ ເອເລັກໂຕຼນິກ ໃນການແລກປ່ຽນ, ຊື້ຂາຍ ແລະ ຈ່າຍເງິນດ້ວຍ ລະບົບ ສໍາລະເງິນ (Payment) ໃນຮູບແບບຕ່າງໆ ເຊັ່ນ: ການຈ່າຍຜ່ານ ທະນາຄານ ດ້ວຍ QR Code, ການຈ່າຍເງິນ ຜ່ານ M-money, U-Money, ການໂອນເງິນຜ່ານ ແອັບພຼີເຄຊັນ ຂອງແຕ່ລະ ທະນາຄານ, ການຈອງ ປີ້ເຮືອບິນ, ທີ່ພັກ ຜ່ານການຕັດ ບັດວີຊ້າ ເດບິດເປັນຕົ້ນ.

ມາເບິ່ງກັນວ່າ ສັງຄົມໄຮ້ເງິນສົດ ດີແບບໃດ ເປັນຫຍັງໃຜໆ ກໍມັກລະບົບແບບນີ້.

  1. ຫຼຸດການສໍາພັດ ຫຼຸດຄວາມສ່ຽງ ໃນການຕິດເຊື້ອ ພະຍາດ ທີ່ສະສົມຢູ່ໃນ ເງິນສົດ ໂດຍສະເພາະ ສະຖານະການ ການແພ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ເຮັດໃຫ້ ເງິນສົດ ທີ່ຫຼາຍຄົນ ຈັບໃຊ້ຈ່າຍ ເກີດການສົ່ງຕໍ່ກັນ ໄປມາຜ່ານມື ຫຼາຍຄົນມາແລ້ວ.

  2. ສະດວກສະບາຍ ແລະ ວ່ອງໄວທັນໃຈ ຫຼາຍຂຶ້ນ ສາມາດເຮັດທຸລະກໍາ ທາງການເງິນ ໄດ້ຕະຫຼອດ 24 ຊົ່ວໂມງ ໂດຍສະເພາະ ເວລາທີ່ຈໍາເປັນຕ້ອງ ໄດ້ຈ່າຍເງິນ ແຕ່ບໍ່ມີເງິນສົດ ຢູ່ໃນກະເປົາ ຫຼື ບໍ່ຢາກອອກ ຈາກເຮືອນ ແລະ ບໍ່ຕ້ອງເສຍ ເວລາໄປຊອກ ຕູ້ ATM ຫຼື ທະນາຄານ ເພື່ອກົດເງິນ ແລະ ສາມາດຈ່າຍ ຜ່ານບໍລິການ Mobile Banking ຂອງແຕ່ລະ ທະນາຄານ ຫຼື ໂອນເງິນຜ່ານ QR Code ຂອງແຕ່ລະ ທະນາຄານໄດ້.

  3. ບໍລິຫານ ການໃຊ້ຈ່າຍເງິນ ໄດ້ຢ່າງລະອຽດ ລວມທັງເຮັດ ບັນຊີ ລາຍຮັບ-ລາຍຈ່າຍ ທີ່ສາມາດ ເບິ່ງຄືນໄດ້ ລອງຄິດເບິ່ງວ່າ ຖ້າທຸກຮ້ານຄ້າ ຮັບການຈ່າຍເງິນ ດ້ວຍມືຖື ຊີວິດເຮົາ ຈະງ່າຍຂຶ້ນຫຼາຍ ເພາະມີການສະແດງ ໂຕເລກທີ່ຖືກຕ້ອງ ໂດຍບໍ່ຕ້ອງເປັນຫ່ວງ ເລື່ອງເງິນທອນວ່າ ຈະທອນຖືກ ຫຼື ຜິດ.

  4. ບໍ່ຕ້ອງຢ້ານ ເງິນເສຍ ຫຼື ການຖືກລັກເງິນ ເພາະເງິນຢູ່ໃນລະບົບ, ຢູ່ໃນບັດຂອງ ທະນາຄານ ທີ່ຈະເປັນເປົ້າສາຍຕາ ໃຫ້ແກ່ຄົນຂີ້ລັກໄດ້ ລວມທັງບໍ່ຈໍາເປັນ ຕ້ອງໄປຢືນລຽນແຖວ ກົດເງິນ, ສາມາດ ກວດເບິ່ງ ຍອດເງິນໄດ້ຕະຫຼອດເວລາ.

ເຫັນບໍ່ວ່າ ມັນສະໜອງ ຄວາມສະດວກສະບາຍ ໃຫ້ເຮົາໄດ້ໃນ ຫຼາຍໆດ້ານ ແລະ ສັງຄົມໄຮ້ເງິນສົດ (Cashless Society) ບໍ່ແມ່ນເລື່ອງ ໄກຕົວເທົ່າໃດ ແຕ່ເປັນລະບົບ ທີ່ຫຼາຍຄົນຮູ້ຈັກ ແລະ ກໍາລັງໃຊ້ຢູ່ ໃນປັດຈຸບັນ.

ໂດຍ: ພອຍໄພລິນ
ຂໍ້ມູນຈາກ: https://www.ttbbank.com ແລະ https://www.foodstory.co

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!