Home » ຫຼັບຕາດໍານໍ້າຂຸ່ນ

ຫຼັບຕາດໍານໍ້າຂຸ່ນ

ໂດຍ ຄໍາສັບລາວ

ຕາແມ່ນອະໄວຍະວະທີ່ໄວ້ແນມເບິ່ງ ສ່ວນນ້ຳຂຸ່ນແມ່ນນ້ຳທີ່ມີຂີ້ຝຸ່ນ, ຂີ້ຕົມ ເຮົາບໍ່ສາມາດແນມເຫັນ ສິ່ງຢູ່ໃນນ້ຳທີ່ຂຸ່ນໄດ້. ຄຳໂຕງໂຕຍນີ້, ປຽບເໝືອນຄົນທີ່ບໍ່ມີຄວາມຮູ້ ຄວາມສາມາດ ແຕ່ຝືນຕົວເອງ ໄປເຮັດໃນສິ່ງທີ່ຕົນເຮັດບໍ່ໄດ້ ຫຼື ເວົ້າເຖິງຄົນທີ່ບໍ່ຮູ້ແຕ່ເຮັດ, ເຮັດດ້ວຍຄວາມບໍ່ຮູ້ ບໍ່ເຂົ້າໃຈ, ຮ້າວເຮັດໄປ ມັນອາດມີອັນຜິດອັນຖືກ ບໍ່ສຳເລັດລຸລ່ວງໄດ້ດ້ວຍດີ ເຊິ່ງບໍ່ຕ່າງຫຍັງກັບການຫຼັບຕາດຳນ້ຳຂຸ່ນ.

(ຫຸມພັນ, 2007:56)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!