Home » ຫູກໍໜາ ຕາກໍມືດ

ຫູກໍໜາ ຕາກໍມືດ

ໂດຍ ຄໍາສັບລາວ

ຫູແມ່ນອະໄວຍະວະທີ່ໄວ້ໃຊ້ຮັບຟັງສຽງ ແລະ ຖ້າຫູບໍ່ດີ ຫຼື ໜວກ ກໍຈະເຮັດໃຫ້ບໍ່ໄດ້ຍິນສຽງຫຍັງ; ຕາແມ່ນອະໄວຍະວະ ໃຊ້ໄວ້ເບິ່ງ ຖ້າຕາບອດ ຕາມືດ ກໍແນມຫາຫຍັງບໍ່ເຫັນ. ດັ່ງນັ້ນ, ຄຳໂຕງໂຕຍນີ້ແມ່ນ ປຽບທຽບກັບຄົນທີ່ມີຄວາມໂງ່ ແຕ່ຍັງບໍ່ມີການຊອກຫາຮຽນຮູ້ ກໍບໍ່ຕ່າງຫຍັງກັບຄົນ ທີ່ຫູບໍ່ໄດ້ຍິນຕາກໍບໍ່ເຫັນ.

(ອ່ອນສີ, 2007:72)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!