Home » ຫາບດີກວ່າຄອນ ນອນດີກວ່ານັ່ງ

ຫາບດີກວ່າຄອນ ນອນດີກວ່ານັ່ງ

ໂດຍ ຄໍາສັບລາວ

ຫາບໝາຍເຖິງ ການໃຊ້ອຸປະກອນ ສອງອັນຄູ່ກັນ ຈະເຮັດໃຫ້ມີຄວາມໜັກເບົາ ສະເໝີກັນ, ສ່ວນຄອນ ແມ່ນໃຊ້ອຸປະກອນຂ້າງດຽວ ມັນກໍໜັກແຕ່ຂ້າງດຽວ ແລະ ນອນແມ່ນຈະໄດ້ພັກຜ່ອນ, ເຮັດໃຫ້ມີສຸຂະພາບດີ ຖ້າຫາກນອນໃຫ້ພໍດີກໍດີພໍງາມ, ສ່ວນນັ່ງຫຼາຍ ຈະເຮັດໃຫ້ເຈັບຫຼັງເຈັບແອວ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງໝາຍເຖິງວ່າ ເລືອກເຮັດສິ່ງທີ່ດີ ແລະ ເໝາະສົມກັບຕົນເອງ.

(ຫຸມພັນ, 2007:52)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!