Home » ສາເຫດຂອງການເກີດ ພະຍາດ ລິດສີດວງທະວານໜັກ

ສາເຫດຂອງການເກີດ ພະຍາດ ລິດສີດວງທະວານໜັກ

ໂດຍ ຄໍາສັບລາວ

ພະຍາດ ລິດສີດວງທະວານໜັກ ແມ່ນ ພະຍາດ ກ່ຽວກັບ ລະບົບຖ່າຍໜັກ ໃນເວລາຖ່າຍຈະມີ ກ້ອນຊີ້ນຕັນຮູທະວານໜັກ ເມື່ອເບ່ງ ກ້ອນຊີ້ນນັ້ນ ມີການເຄື່ອນລົງມາ ຕໍ່າກວ່າຕໍາແໜ່ງປົກກະຕິ ຈະບໍ່ຍຸບລົງ ເມື່ອຖ່າຍໜັກ ອາດເຮັດໃຫ້ເລືອດອອກ ຫຼື ມີກ້ອນຊີ້ນອອກມາ ຈາກຮູທະວານໜັກ ພະຍາດນີ້ ສ່ວນຫຼາຍເກີດຈາກ ແຮງດັນໃນທ້ອງ ຊຶ່ງແຮງນີ້ເກີດຈາກການເບ່ງ ຂອງຄົນທີ່ມີບັນຫາເລື່ອງ ການຖ່າຍຍາກ, ຖ່າຍເປັນກ້ອນແຂງ ມັກໃຊ້ແຮງເບ່ງຫຼາຍ.

ປັດໃຈທີ່ເຮັດໃຫ້ເກີດ ພະຍາດນີ້ ສ່ວນຫຼາຍເກີດຈາກ ພຶດຕິກໍາຂອງເຮົາເອງ ບາງຄົນ ຖ່າຍໜັກບໍ່ສຸດ ກໍເກີດການເບ່ງຊໍ້າຫຼາຍຄັ້ງ, ບາງຄົນເບ່ງຫຼາຍກວ່າ 10 ຄັ້ງ ທັ້ງທີ່ເຂົ້າຫ້ອງນໍ້າ ເທື່ອດຽວ ກໍມີຄ່າເທົ່າກັບ ເຂົ້າຫ້ອງນໍ້າ 10 ເທື່ອ. ນອກຈາກນີ້ ຍັງເກີດຂຶ້ນ ກັບແມ່ຍິງຖືພາ ທີ່ມີຮໍໂມນປ່ຽນແປງ ມົດລູກ ຂະຫຍາຍໃຫຍ່ ເຮັດໃຫ້ຖ່າຍຍາກ ແລະ ການບໍ່ມັກ ກິນຜັກ, ໝາກໄມ້ ກໍເຮັດໃຫ້ເປັນລິດສີດວງໄດ້ ຊຶ່ງສາເຫດທີ່ພາ ໃຫ້ເກີດພະຍາດ ລິດສີດວງ ມີດັ່ງນີ້:

  1. ການກິນອາຫານ ທີ່ມີກາກໃຍໜ້ອຍ.

  2. ຖ່າຍຍາກ, ຖ່າຍເປັນກ້ອນແຂງ ຕ້ອງໃຊ້ແຮງເບ່ງ ສົ່ງຜົນໃຫ້ ເສັ້ນເລືອດໂພງ ຫຼື ເສັ້ນເລືອດ ຂອດໄດ້ງ່າຍ.

  3. ຖອກທ້ອງຊໍາເຮື້ອ ຖ່າຍເປັນນໍ້າ ຈະເຮັດໃຫ້ໃນທ້ອງມີແຮງດັນ

  4. ມັກເບ່ງແຮງໆເວລາຖ່າຍ.

  5. ການເບ່ງຖ່າຍ ເປັນເວລາດົນ ເຊັ່ນ: ຫຼິ້ນໂທລະສັບມືຖື, ອ່ານໜັງສື ໃນເວລາຖ່າຍ ລວມທັງ ການຢືນ ແລະ ຍ່າງເປັນເວລາດົນ.

  6. ການຖືພາ ຍ້ອນຂະໜາດ ແລະ ນໍ້າໜັກຂອງທ້ອງ ເຕັງລຸ່ມກ້ອນຊີ້ນເສັ້ນເລືອດ ຈຶ່ງເຮັດໃຫ້ເລືອດ ຂັງໃນເສັ້ນເລືອດກາຍ ເປັນລິດສີດວງ.

  7. ນໍ້າໜັກຫຼາຍ ຫຼື ຄົນຕຸ້ຍ ມີຜົນໃຫ້ມີແຮງດັນໃນທ້ອງ ເລືອດຂັງໃນກ້ອນຊີ້ນເສັ້ນເລືອດໄດ້.

  8. ຜູ້ອາຍຸສູງ ມີການເສື່ອມຂອງຈຸລັງຕ່າງໆ ລວມທັງຄວາມເສື່ອມ ຂອງກ້ອນຊີ້ນເສັ້ນເລືອດ ຈຶ່ງເຮັດໃຫ້ເສັ້ນເລືອດໂພງໄດ້ງ່າຍ.

  9. ການມີເພດສໍາພັນ ທາງຮູທະວານໜັກ ເກີດການບາດເຈັບ ເຮັດໃຫ້ເລືອດຂັງຢູ່ໃນເສັ້ນເລືອດ ຈຶ່ງເກີດເສັ້ນເລືອດໂພງໄດ້.

  10. ເປັນຍ້ອນກໍາມະພັນ ຜູ້ທີ່ມີປະຫວັດ ໃນຄອບຄົວເປັນ ລິດສີດວງທະວານໜັກ ຈະມີໂອກາດເປັນພະຍາດນີ້ໄດ້ຫຼາຍກວ່າຄົນປົກກະຕິ.

ໂດຍ: ມໍລະກົດ
ຂໍ້ມູນຈາກ: https://www.vejthani.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!