Home » ສາມມື້ດີ ສີ່ມື້ໄຂ້

ສາມມື້ດີ ສີ່ມື້ໄຂ້

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ເວົ້າເຖິງຜູ້ທີ່ມັກ ເຈັບອອດໆແອດໆ, ແຕ່ບໍ່ເປັນໜັກ ຫາກເປັນເລີຍໆ ບໍ່ເຄີຍເຊົາດີ, ສາມມື້ປົກກະຕິດີ ສີ່ມື້ເປັນໄຂ້ເຈັບປ່ວຍ ແລະ ຜູ້ທີ່ສຸຂະພາບ ບໍ່ປົກກະຕິ ມັກຈະເປັນແບບນີ້. ດັ່ງນັ້ນ, ຈຶ່ງໝາຍເຖິງ ຄົນທີ່ບໍ່ປົກກະຕິ ຜູ້ໃດກໍບໍ່ສົນໃຈ.

(ອ່ອນສີ, 2007:78)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!