Home » ວິທີຮັກສາໃຫ້ຕັບແຂງແຮງ

ວິທີຮັກສາໃຫ້ຕັບແຂງແຮງ

ໂດຍ ຄໍາສັບລາວ

ຕັບ ເປັນອະໄວຍະວະທີ່ມີຂະໜາດໃຫຍ່ທີ່ສຸດພາຍໃນຮ່າງກາຍ ເຮັດໜ້າທີ່ຄວບຄຸມ ສະພາບຮ່າງກາຍ ໃຫ້ມີຄວາມສົມດຸນ ຊ່ວຍໄຈ້ແຍກສານພິດ ອອກຈາກເລືອດ, ສ້າງພູມຄຸ້ມກັນ ເພື່ອປ້ອງກັນພະຍາດ ແລະ ກໍາຈັດເຊື້ອພະຍາດຕ່າງໆ ອອກຈາກເລືອດ. ນອກຈາກນີ້ ຍັງສ້າງໂປຣຕີນ ທີ່ເປັນສ່ວນປະກອບ ເຮັດໃຫ້ເລືອດແຂງຕົວ, ລວມທັງສ້າງນໍ້າບີ ຊຶ່ງຊ່ວຍດູດຊຶມໄຂມັນ ແລະ ວິຕາມິນ ຊະນິດລະລາຍໃນນໍ້າມັນ. ໜ້າທີ່ຫຼັກທີ່ສໍາຄັນຂອງ ຕັບ ຄື: ການກັ່ນຕອງສິ່ງເສດເຫຼືອ ແລະ ໄຈ້ແຍກສານພິດຕົກຄ້າງ ຈາກການກິນອາຫານ ອອກໄປຈາກຮ່າງກາຍ. ຖ້າຫາກກິນອາຫານ ທີ່ບໍ່ມີຄຸນປະໂຫຍດ ອາດສົ່ງຜົນເສຍຕໍ່ຕັບໄດ້. ດັ່ງນັ້ນ ເຮົາຈຶ່ງຄວນໃສ່ໃຈ ການກິນອາຫານ ເພື່ອບໍາລຸງຕັບ ໃຫ້ຫຼາຍຂຶ້ນ ລວມທັງປ່ຽນແປງພຶດຕິກໍາ ເພື່ອໃຫ້ຕັບແຂງແຮງດ້ວຍວິທີ ດັ່ງລຸ່ມນີ້:

  1. ຄວບຄຸມນໍ້າໜັກໃຫ້ຢູ່ໃນເກນທີ່ເໝາະສົມ ການຫຼຸດນໍ້າໜັກຢ່າງໜ້ອຍ 5-10% ສາມາດຊ່ວຍຫຼຸດການ ເກີດພາວະການອັກເສບ ຈາກການສະສົມ ຂອງໄຂມັນໃນຕັບໄດ້.

  2. ຫຼຸດ ຫຼື ຫຼີກເວັ້ນການບໍລິໂພກໄຂມັນອີ່ມໂຕ ເຊັ່ນ: ຊີ້ນສັດຕິດມັນ, ຊີ້ນແປຮູບ, ນໍ້າມັນຈາກສັດ, ນໍ້າມັນປາມ, ນໍ້າມັນໝາກພ້າວ, ກະທິ, ເນີຍ ລວມທັງຜະລິດຕະພັນ ຈາກນົມ ທີ່ເປັນໄຂມັນເຕັມສ່ວນ ໂດຍແນະນໍາ ໃຫ້ເລືອກເປັນແບບຂາດມັນເນີຍແທນ.

  3. ກິນອາຫານທີ່ມີກົດໄຂມັນຊະນິດ ໂອເມກ້າ-3 (Omega-3) ເຊັ່ນ: ຊີ້ນປາ, ນໍ້າມັນຖົ່ວເຫຼືອງ ຊຶ່ງ Omega-3 ຊ່ວຍໃຫ້ອິນຊູລິນ ເຮັດວຽກໄດ້ດີຂຶ້ນ ແລະ ຫຼຸດການອັກເສບ ຂອງຈຸລັງ.

  4. ກິນອາຫານທີ່ມີເສັ້ນໃຍອາຫານຫຼາຍ, ຄວນກິນໃນປະລິມານທີ່ພໍດີ ຄື: ເຂົ້າກ໋ອງ, ທັນຍາພືດ ທີ່ບໍ່ຜ່ານການຂັດສີ ຫຼື ຂັດສີໜ້ອຍ, ກິນຜັກ ແລະ ໝາກໄມ້ໃຫ້ພຽງພໍ (400 ກຣາມ/ມື້ ຫຼື ທຽບເທົ່າກັບຜັກ 1 ຖ້ວຍໃຫຍ່ ແລະ ໝາກໄມ້ 2 ຈານຮອງກາເຟ/ມື້).

ນອກນີ້ ກໍຄວນຫຼຸດປະລິມານອາຫານ ແລະ ເຄື່ອງດື່ມທີ່ມີນໍ້າຕານ ເຊັ່ນ: ນໍ້າຫວານ, ຂະໜົມຫວານ (ນໍ້າຕານບໍ່ໃຫ້ເກີນ 24 ກຣາມ/ມື້ ຫຼື ເທົ່າກັບ 6 ບ່ວງກາເຟ) ແລະ ໝາກໄມ້ໃນປະລິມານ 1 ຈານຮອງກາເຟ/ມື້ ເນື່ອງຈາກນໍ້າຕານ ສາມາດປ່ຽນເປັນໄຂມັນ ອີ່ມຕົວ ໄປສະສົມຢູ່ໃນຕັບໄດ້. ນອກຈາກນີ້ ຍັງເຮັດໃຫ້ແບັກທີເຣຍ ໃນລໍາໄສ້ ມີການຂະຫຍາຍຕົວ ຊຶ່ງເປັນສາເຫດ ໃຫ້ເກີດການອັກເສບຂອງຕັບ.

  1. ຄວນຫຼີກເວັ້ນອາຫານປະເພດຖົ່ວດິນຕາກແຫ້ງ, ໝາກເຜັດປົ່ນ, ປາເຄັມ ເພາະຈະເຮັດໃຫ້ເກີດ ການອັບເສບຕັບ ຊໍາເຮື້ອ, ເກີດພາວະຕັບແຂງ ແລະ ກໍ່ໃຫ້ເກີດມະເຮັງຕັບໄດ້.

  2. ການດື່ມແອວກໍຮໍໃຫ້ປະລິມານຫຼາຍ ຈະເພີ່ມຄວາມສ່ຽງຕໍ່ການເກີດພະຍາດ ຕັບອັກເສບຊໍາເຮື້ອ. ຜູ້ຊາຍຄວນດື່ມບໍ່ເກີນ 2 ຈອກ/ມື້ ແລະ ແມ່ຍິງຄວນດື່ມບໍ່ເກີນ 1 ຈອກ/ມື້ ຫຼື ໃນປະລິມານ ເບຍ 360 ml, ວາຍ 150 ml ແລະ ເຫຼົ້າ 45 ml.

  3. ດື່ມນໍ້າໃຫ້ພຽງພໍ ມື້ລະ 6-8 ຈອກ ຫຼື ປະມານ 1,5-2 ລິດ/ມື້

  4. ອອກກໍາລັງກາຍຢ່າງສະໝໍ່າສະເໝີ ຢ່າງໜ້ອຍ 150 ນາທີ/ອາທິດ, ຊ່ວຍຫຼຸດພາວະດື້ອິນຊູລິນ ແລະ ຫຼຸດລະດັບໄຂມັນ ແອວດີແອວ (LDL-C) ເພີ່ມໄຂມັນ ເຮດດີແອວ (HDL-C) ໃນເລືອດ.

  5. ຄວນໄປກວດສຸຂະພາບປະຈໍາປີວ່າ ຮ່າງກາຍເຮົາ ມີພູມຄຸ້ມກັນ ຕໍ່ໄວຣັດຕັບອັກເສບບີ (B) ຫຼື ບໍ່, ຫາກບໍ່ມີພູມຄຸ້ມກັນ ຄວນໄດ້ຮັບການສັກວັກຊີນ ໄວຣັດຕັບບີ ລວມທັງກວດຕິດຕາມ ຄ່າເອັນໄຊ ຂອງຕັບເປັນແຕ່ລະໄລຍະ.

ຂໍ້ມູນຈາກ: https://www.siphhospital.com/th/news/article/share/liver-care
ຮຽບຮຽງໂດຍ: ພັນທະພອນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!