Home » ມືຖືສາກປາກຖືສິນ

ມືຖືສາກປາກຖືສິນ

ໂດຍ ຄໍາສັບລາວ

ສາກ ແມ່ນໄມ້ທີ່ເຫຼົາໃຫ້ນ້ອຍພໍດີກັບຄົກ ທີ່ໃຊ້ຕໍາແຈ່ວ ຫຼື ເຄື່ອງປຸງຕ່າງໆ ເພື່ອໃຊ້ແຕ່ງອາຫານ, ການທີ່ມືຖືສາກໝາຍເຖິງ ເຮົາເອົາມືຈັບສາກຖືໄວ້, ປາກຖືສິນໝາຍເຖິງ ຄົນທີ່ເວົ້າສຸພາບອ່ອນຫວານ, ເວົ້າໃກ້ຄົນອື່ນເຊື່ອຖືວ່າ ຕົນເອງມີສິນມີທໍາ. ຄໍາໂຕງໂຕຍນີ້ ປຽບກັບຄົນທີ່ເວົ້າດີເວົ້າມ່ວນ ສະເພາະຕໍ່ໜ້າ ແຕ່ຈິດໃຈນັ້ນ ເຕັມໄປດ້ວຍ ຄວາມອາຄາດພະຍາບາດ, ສາມາດທໍາລາຍຄົນອື່ນໄດ້ຕະຫຼອດເວລາ.

(ທອງມີ, 2007:183)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!