Home » ພະຍາດມະເຮັງເຕົ້ານົມ ຮູ້ໄວແກ້ໄຂໄດ້ທັນ

ພະຍາດມະເຮັງເຕົ້ານົມ ຮູ້ໄວແກ້ໄຂໄດ້ທັນ

ໂດຍ ຄໍາສັບລາວ

ມະເຮັງເຕົ້ານົມ ເກີດຈາກຄວາມຜິດປົກກະຕິ ຂອງຈຸລັງ ທີ່ຢູ່ພາຍໃນ ທໍ່ນໍ້ານົມ ຫຼື ຕ່ອມນໍ້ານົມ ຈຸລັງເຫຼົ່ານີ້ ມີການແບ່ງຕົວ ຜິດປົກກະຕິ ບໍ່ສາມາດຄວບຄຸມໄດ້ ມັກແພ່ລາມໄປຕາມ ທາງຕ່ອມນໍ້າເຫຼືອງ ໄປສູ່ອະໄວຍະວະ ທີ່ໃກ້ຄຽງເຊັ່ນ: ຕ່ອມນໍ້າເຫຼືອງ ທີ່ກ້ອງຂີ້ແຮ້ ຫຼື ແພ່ລາມໄປສູ່ ອະໄວຍະວະໄກ ເຊັ່ນ: ກະດູກ, ປອດ, ໝາກໄຂ່ຫຼັງ ແລະ ສະໝອງ.

ສາເຫດທີ່ພາໃຫ້ ເປັນມະເຮັງເຕົ້ານົມ ປັດຈຸບັນຍັງບໍ່ຮູ້ ສາເຫດທີ່ແນ່ນອນ ແຕ່ມີປັດໄຈສ່ຽງ ຕໍ່ການເປັນມະເຮັງເຕົ້ານົມ ມີດັ່ງນີ້:

  1. ປັດໄຈສ່ຽງ ທີ່ບໍ່ສາມາດ ຄວບຄຸມໄດ້ມີ: ຜູ້ຍິງທີ່ອາຍຸ ຫຼາຍກວ່າ 50 ປີຂຶ້ນໄປ, ເກີດຈາກກໍາມະພັນ ພໍ່, ແມ່, ເອື້ອຍ, ອ້າຍ ແລະ ພີ່ນ້ອງ ທີ່ເຄີຍເປັນ.

  2. ປັດໄຈສ່ຽງ ທີ່ສາມາດ ຄວບຄຸມໄດ້: ຜູ້ຍິງທີ່ກິນຢາ ປັບຮໍໂມນ ຫຼັງໄວທອງ ເປັນເວລາດົນເກີນ 5 ປີ ມີໂອກາດສ່ຽງ ຕໍ່ການເປັນມະເຮັງ ເຕົ້ານົມໄດ້, ການກິນຢາ ຄຸມກໍາເນີດ ຫຼາຍເກີນໄປ, ການດື່ມເຫຼົ້າ, ບໍ່ອອກກໍາລັງກາຍ ເປັນປັດໄຈສ່ຽງ ແຕ່ບໍ່ສ່ຽງຫຼາຍ.

ອາການເລີ່ມຕົ້ນ ສ່ວນຫຼາຍມັກເກີດຂຶ້ນ ໂດຍບໍ່ຮູ້ສຶກຕົວ ບໍ່ຮູ້ສຶກເຈັບ ຈົນເປັນກ້ອນໃຫຍ່ ຫຼື ແພ່ລາມ ໄປຕາມອະໄວຍະວະ ສ່ວນອື່ນ ເມື່ອນັ້ນ ຄົນເຈັບ ຈຶ່ງເລີ່ມຮູ້ສຶກ ເຖິງຄວາມຜິດປົກກະຕິ. ໄລຍະທໍາອິດ ຈະເປັນກ້ອນນ້ອຍ ຄືກັບຫີນປູນ ຈຶ່ງບໍ່ສາມາດຄໍາເບິ່ງໄດ້ ເມື່ອເປັນກ້ອນໃຫຍ່ ແລ້ວເຮັດໃຫ້ມີການ ບຽດ, ດຶງຈ່ອງ ຫຼື ກ້ອນຊີ້ນ ມີການອັກເສບ. ສ່ວນອາການທີ່ມັກ ປາກົດເຫັນ ເປັນສັນຍານເຕືອນ ເຖິງຄວາມຜິດປົກກະຕິ ມີດັ່ງນີ້:

  • ຄໍາເຫັນກ້ອນຊີ້ນຢູ່ເຕົ້ານົມ ຫຼື ຢູ່ກ້ອງຂີ້ແຮ້.

  • ໄລຍະໝົດ ປະຈໍາເດືອນແລ້ວ ແຕ່ມີອາກາດ ເຈັບບໍລິເວນເຕົ້ານົມ.

  • ມີນໍ້າເຫຼືອງໄຫຼ ອອກມາຈາກເຕົ້ານົມ.

  • ເປັນຜື່ນຄັນ ບໍລິເວນເຕົ້ານົມ ບໍ່ສາມາດປິ່ນປົວ ໃຫ້ຫາຍດີໄດ້.

  • ລັກສະນະເຕົ້ານົມ ທີ່ປ່ຽນໄປ.

ເຖິງວ່າຈະຄໍາເບິ່ງບໍ່ເຫັນ ເປັນກ້ອນ ກໍບໍ່ໄດ້ໝາຍຄວາມວ່າ ເຮົາຈະປອດໄພ ຍ້ອນກ້ອນມະເຮັງ ເຕົ້ານົມ ມີຂະໜາດນ້ອຍໃຫຍ່ ຕາມໄລຍະ ທັງ 4 ໄລຍະ ໂດຍມີຂະໜາດ ດັ່ງນີ້:

  • ໄລຍະທີ 1: ເຊື້ອພະຍາດຍັງບໍ່ແພ່ລາມ ກ້ອນມະເຮັງ ຈະມີຂະໜາດນ້ອຍ ກວ່າ 2 ຊັງຕີແມັດ.

  • ໄລຍະທີ 2: ເຊື້ອພະຍາດເລີ່ມແພ່ລາມ ໄປຕ່ອມນໍ້າເຫຼືອງ ກ້ອນມະເຮັງ ຈະມີຂະໜາດ 2-4 ຊັງຕີແມັດ.

  • ໄລຍະທີ 3: ເຊື້ອພະຍາດ ຈະເຂົ້າສູ່ ຕ່ອມນໍ້າເຫຼືອງ ເຮັດໃຫ້ຊີ້ນ ໃນບໍລິເວນ ກ້ອງຂີ້ແຮ້ ຕິດກັບ ອະໄວຍະວະໃກ້ຄຽງ ໃນໄລຍະນີ້ ກ້ອນມະເຮັງ ຈະມີຂະໜາດ 5 ຊັງຕີແມັດ.

  • ໄລຍະທີ 4: ເຊື້ອພະຍາດຈະແພ່ລາມ ເຂົ້າສູ່ອະໄວຍະວະອື່ນໆ ໃນຮ່າງກາຍ ເຊັ່ນ: ສະໝອງ, ກະດູກ ຫຼື ປອດ ກ້ອນມະເຮັງ ຈະມີຂະໜາດໃຫຍ່ຫຼາຍແລ້ວ.

ເມື່ອອາຍຸ 40 ປີ ຄວນໄປກວດ ມະເຮັງເຕົ້ານົມ ດ້ວຍເຄື່ອງ ແມມໂມແກຣມ (Mammogram) ຮ່ວມກັບ ອັນຕາຊາວ (Ultrasound) ຢ່າງໜ້ອຍປີລະຄັ້ງ ເພື່ອເປັນການກວດຫາ ມະເຮັງ ໃນໄລຍະເລີ່ມຕົ້ນ, ໄລຍະ 2 ຫຼື ໄລຍະແພ່ລາມ ເພື່ອປິ່ນປົວໄດ້ທັນ. ຫາກກວດອອກມາແລ້ວ ມີໂອກາດຈະເປັນ ມະເຮັງເຕົ້ານົມ ໝໍຈະເຈາະເອົາຊີ້ນ ມາກວດ. ຫຼັງຈາກນັ້ນ ກໍເຮັດການປິ່ນປົວ ໂດຍລວມແລ້ວ ການປິ່ ນປົວມີ 4 ວິທີຄື: ປິ່ນປົວດ້ວຍການ ຜ່າຕັດ ເອົາເຕົ້ານົມອອກ, ຜ່າຕັດ ເອົາຕ່ອມນໍ້າເຫຼືອງ ບໍລິເວນ ກ້ອງຂີ້ແຮ້ອອກ, ປິ່ນປົວດ້ວຍເຄມີບໍາບັດ ເປັນການໃສ່ຢາ ທີ່ເຮັດໃຫ້ ຂ້າເຊື້ອມະເຮັງ ເພື່ອຢຸດການ ແພ່ລາມ ອາດມີຜົນຂ້າງຄຽງ ຈາກການຮັບຢາ ທີ່ແຕກຕ່າງກັນ ຂຶ້ນຢູ່ກັບ ຊະນິດຢາ ແລະ ຮ່າງກາຍ ຂອງຄົນເຈັບ, ປິ່ນປົວດ້ວຍການ ສາຍລັງສີ ເປັນການໃຊ້ລັງສີ ເພື່ອຂ້າ ຈຸລັງມະເຮັງ ໂດຍການສາຍລັງສີ ຢ່າງຕໍ່ເນື່ອງ ຕາມກໍານົດ. ນອກຈາກນີ້ ຍັງສາມາດໃຊ້ປິ່ນປົວ ຮ່ວມກັບ ວິທີຜ່າຕັດໄດ້ ແລະ ປິ່ນປົວດ້ວຍ ການໃຊ້ຢາ ຕ້ານຮໍໂມນ ປິ່ນປົວດ້ວຍວິທີນີ້ ຕ້ອງຜ່ານການ ວິນິໄສລັກສະນະ ຂອງກ້ອນມະເຮັງ ໃຫ້ສອດຄ່ອງກັບ ຮໍໂມນ ຈະສາມາດໃຊ້ຢາ ປະເພດນີ້ ຮັກສາໄດ້ ໂດຍຕ້ອງກິນຢາ ຕໍ່ເນື່ອງ 5-10 ປີ.

ການປ້ອງກັນ ບໍ່ສາມາດປ້ອງກັນໄດ້ 100% ເນື່ອງຈາກປັດໄຈ ຄວາມສ່ຽງ ທີ່ບໍ່ສາມາດ ຄວບຄຸມໄດ້ນັ້ນ ມີຢູ່ຫຼາຍປະເພດ ຜູ້ຍິງເຮົາຈຶ່ງຄວນ ປ້ອງກັນຕົນເອງ ເທົ່າທີ່ເຮັດໄດ້ ຜ່ານການຮັກສາ ສຸຂະພາບ, ອອກກໍາລັງກາຍ ເປັນປະຈໍາ ແລະ ກວດມະເຮັງເຕົ້ານົມ ດ້ວຍເຄື່ອງກວດ ໂດຍສະເພາະ ຕາມກໍານົດ ຢ່າງເໝາະສົມ.

ຄວາມສ່ຽງ ຂອງມະເຮັງເຕົ້ານົມ ໃນຜູ້ຍິງນັ້ນ ເປັນສິ່ງທີ່ບໍ່ຄວນ ເບິ່ງຂ້າມ ຕ້ອງສັງເກດອາການ ຕົນເອງຢູ່ສະເໝີ ໂດຍສະເພາະ ຜູ້ທີ່ມີຄວາມສ່ຽງ ຖ້າຫາກປ່ອຍ ໃຫ້ຕົນເອງ ເປັນພະຍາດ ມະເຮັງເຕົ້ານົມ ໃນໄລຍະສຸດທ້າຍແລ້ວ ຈະຍິ່ງປິ່ນປົວບໍ່ໄດ້.

ໂດຍ: ມໍລະກົດ
ຂໍ້ມູນຈາກ: https://www.petcharavejhospital.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!