Home » ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ

ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ

ໂດຍ ຄໍາສັບລາວ

ຊ້ຳ ໝາຍເຖິງ ອ່ອນບວມ, ບອບຊ້ຳ ແລະ ມີສີອ່າວດຳ ເພາະຖືກກະທົບກະແທກຢ່າງແຮງ. ຂຸ່ນ ໝາຍເຖິງ ນ້ຳມີລັກສະນະມົວ, ບໍ່ໃສບໍ່ຊັດເຈນ. ດັ່ງນັ້ນ, ຄຳໂຕງໂຕຍ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ” ໝາຍເຖິງ ເວລາຂີ່ເຮືອ ໃຫ້ພາຍເຮືອຄ່ອຍໆ ເພື່ອບໍ່ໃຫ້ນ້ຳຂຸ່ນ ແລະ ການເດັດເອົາດອກບົວ ກໍໃຫ້ເດັດຄ່ອຍໆ ດອກບົວຈິ່ງບໍ່ຊ້ຳ ດັ່ງການເວົ້າ ຫຼື ເຮັດສິ່ງໃດກໍຄ່ອຍໆ ເວົ້າຈາກັນ ບໍ່ໃຫ້ມີເລື່ອງເດືອດຮ້ອນ ເກີດຂື້ນກັບອີກຝ່າຍໜຶ່ງ, ຮູ້ຈັກຜ່ອນຜັນ ເຂົ້າຫາກັນ ບໍ່ໃຫ້ສະເທືອນໃຈກັນ ຮູ້ຖະໜອມນ້ຳໃຈກັນ ຫຼື ໝາຍເຖິງ ການປານີປານອມ, ການຫຼີກລ້ຽງ ບໍ່ໃຫ້ມີບັນຫາເກີດຂຶ້ນ ແລະ ພະຍາຍາມ ບໍ່ໃຫ້ຜິດໃຈກັນທັງສອງຝ່າຍ. ອີກໃນໜຶ່ງ ໝຍເຖິງ ການແກ້ໄຂບັນຫາ ໃຫ້ຖືກໃຈ, ພໍໃຈ ແລະ ເຫັນດີນໍາກັນ ທັງສອງກ້ຳສອງຝ່າຍ ໃນກໍລະນີ ທີ່ມີບັນຫານຳກັນ.

ແຫຼ່ງຂໍ້ມູນ: (ຫຸມພັນ, 2007:32), ສຶກສາຄຳໂຕງໂຕຍໃນພາສາລາວ, ປ. ໂທ ປີ 2015

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!