Home » ບຸນປີໃໝ່ລາວ

ບຸນປີໃໝ່ລາວ

ໂດຍ ຄໍາສັບລາວ

ບຸນປີໃໝ່ລາວ ເປັນບຸນປະເພນີອີກອັນໜຶ່ງຂອງລາວທີ່ໄດ້ສະເຫຼີມສະຫຼອງທົ່ວປະເທດ ຕັ້ງແຕ່ເໜືອຮອດໃຕ້ ໂດຍທົ່ວໄປແມ່ນເລີ່ມແຕ່ວັນທີ 13 ຫາ 15 ກົງກັບມື້ຂຶ້ນ 13-15 ຄໍ່າ ຂອງເດືອນ ເມສາ ລາວ ເຊິ່ງເປັນເດືອນທີ່ຮ້ອນທີ່ສຸດໃນຮອບປີ. ສ່ວນປີ 2023 ແມ່ນເລີ່ມ ວັນທີ 14-16 ເມສາ ພໍໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມຕ້ອນຮັບໂດຍການ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມດອກໄມ້ທີ່ມີກີ່ນຫອມ ເຊັ່ນ: ດອກເຂັມຂາວ, ຈຳປາ, ຈຳປີ, ດາວເຮືອງ, ດອກຄູນ ແລະ ອື່ນໆ ເພື່ອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພີ່ນຍັງເອົາດອກໄມ້ ແລະ ໃບຄູນ, ໃບຍໍ ແລະ ດອກໄມ້ທີ່ເປັນສີຣິມົງຄຸນ ມາມັດໄວ້ນຳປະຕູຮົ້ວ, ເຮືອນ, ໝໍ້ເຂົ້າ, ໝໍ້ແກງ ລວມທັງລົດ ເພາະມີຄວາມເຊື່ອວ່າເປັນສີລິມົງຄຸນ. ນ້ຳຫອມສົງພະ ແມ່ນປະສົມຈາກນ້ຳ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ທີ່ກ່າວມານັ້ນ.

ບຸນປີໃໝ່ລາວ ລວມມີ 3 ວັນຄື: ວັນສັງຂານໄປ ຫຼື ວັນສັງຂານລ່ວງ ແມ່ນວັນສົ່ງທ້າຍປີເກົ່າ, ວັນເນົາ ແມ່ນວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ແມ່ນວັນເລີ່ມຕົ້ນຂອງປີໃໝ່. ກ່ຽວກັບ ວັນບຸນປີໃໝ່ລາວ ມີນິທານເລື່ອງໜຶ່ງໄດ້ ກ່າວໄວ້ວ່າ:

ແຕ່ກ່ອນມີລູກເສດຖີຄົນໜຶ່ງ ຊື່ວ່າ: ທ້າວ ທຳມະປະລະກຸມມານ ຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສາຂອງສັດໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ແກ່ປວງຊົນທັງຫຼາຍ ຊຶ່ງຫຼາຍຄົນກໍສັດທາ ແລະ ເຄົາລົບນັບຖື ມີຊື່ສຽງໂດງດັງ ຈົນເຮັດໃຫ້ ພະຍາພົມ ກະບິນລະພົມ ຢາກທົດສອບຄວາມສະຫຼາດຂອງ ທ້າວ ທຳມະປະລະກຸມມານ. ພະຍາພົມ ກະບິນລະພົມ ຈຶ່ງໄດ້ສະເດັດລົງມາຫາ ທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື: 1) ຕອນເຊົ້າ ສີລິຂອງຄົນຢູ່ໃສ ?, 2) ຕອນທ່ຽງ ສີລິຂອງຄົນຢູ່ໃສ ? ແລະ 3). ຕອນກາງຄືນ ສີລິຂອງຄົນຢູ່ໃສ ?. ໂດຍມີເງື່ອນໄຂວ່າ: ຖ້າຕອບບໍ່ໄດ້, ພະຍາພົມ ກະບິນລະພົມ ຈະຕັດຫົວທ້າວ ທຳມະປະລະກຸມມານ; ຖ້າຫາກ ວ່າຕອບໄດ້ ພະຍາພົມ ກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາທ້າວ ທຳມະປະລະກຸມານ ໄປຄົ້ນຄິດພາຍໃນ 7 ວັນ. ພໍຮອດວັນທີ 6 ທ້າວ ທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ຈຶ່ງຂໍ​ຕາຍ ​ໃນ​ທີ່​ລັບ​ຍັງ​ດີກວ່າ ​ໄປ​ຕາຍ​ດ້ວຍຄົມດາບຂອງ ພະຍາພົມ ກະບິນລະພົມ. ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳ ລາວໄດ້ນອນພັກ ຢູ່ກ້ອງຕົ້ນຕານ, ບັງເອີນ ໄດ້ຍິນນົກແຮ້ງ ຜົວເມຍຄູ່ໜຶ່ງ ເຊິ່ງອາໄສຢູ່ເທິງຕົ້ນຕານລົມກັນ. ນົກຕົວເມຍຖາມຜົວວ່າ ມື້ອື່ນພວກເຮົາຈະກິນຫຍັງ, ນົກຕົວຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບຂອງ ທຳມະປະລະກຸມມານ ທີ່ ພະຍາພົມກະບິນລະພົມ ຈະຂ້າເພາະຕອບຄຳຖາມບໍ່ໄດ້. ເມື່ອນົກຕົວເມຍ ຖາມວ່າຄຳຖາມນັ້ນ ເປັນຄືແນວໃດ ນົກຕົວຜູ້ ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄຳຕອບພ້ອມຄື: ຕອນເຊົ້າ ສີລິຂອງຄົນຢູ່ທີ່ໜ້າ ດັ່ງນັ້ນ ຄົນທັງຫຼາຍ ຈິ່ງເອົານ້ຳສວ່າຍໜ້າ, ຍາມທ່ຽງສີລິຂອງຄົນຢູ່ເອິກ ຄົນທັງຫຼາຍ ຈຶ່ງເອົານ້ຳ ແລະ ຂອງຫອມລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈຶ່ງເອົານ້ຳລ້າງຕີນ ກ່ອນເຂົ້ານອນ. ເມື່ອ ທຳມະປະລະກຸມມານ ໄດ້ຍິນດັ່ງນັ້ນ ກໍຈື່ຈຳເອົາແລ້ວຕ່າວກັບຄືນ ມາຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ.

ດັ່ງນັ້ນ ພະຍາພົມກະບິນລະພົມ ຈຶ່ງຕ້ອງໄດ້ຕັດຫົວຂອງຕົນເອງ ດັ່ງທີ່ ໄດ້ວາງເງື່ອນໄຂໄວ້. ກ່ອນຕັດຫົວຂອງຕົນເອງ ພະຍາພົມກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ;  ຖ້າຫົວຂອງພໍ່ຫາກຕົກລົງໃສ່ແຜ່ນດິນ ໄຟກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປເທິງຟ້າ ກໍຈະເກີດໄພແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະມຸດ ນ້ຳກໍຈະແຫ້ງ. ດັ່ງນັ້ນ ໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທີ່ພູເຂົາໄກລາດ ແລະ ບູຊາດ້ວຍເຄື່ອງ ສັກກາລະທິບຕ່າງໆດ້ວຍເຖີ້ນ. ເມື່ອຄົບຮອບເວລາໃນແຕ່ລະປີ ດັ່ງວັນປີໃໝ່ ລູກສາວທັງ 7 ກໍປ່ຽນຜ່ຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອອ້ມເຂົາພະສຸເມນ. ຫຼັງຈາກນັ້ນ ຂະບວນກໍນຳຫົວຂອງພະຍາພົມກະບິນລະພົມ ໄປໄວ້ທີ່ເດີມ. ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາພົມກະບິນລະພົມ ວ່າ ນາງສັງຂານ ແຕ່ນັ້ນມາ. ນາງ ສັງຂານທັງ 7 ນີ້ສະເດັດ ມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍາລັກໃຫ້ແກ່ແຕ່ລະວັນ.

ນາງສັງຂານຜູ້ທີ່ເປັນສັນຍາລັກໃຫ້ແຕ່ລະວັນ.

ວັນອາທິດ​ ແມ່ນ ນາງ​ສົງການ ທຸງ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ ທັດ​ດອກ​ພິລາ ເຄື່ອງປະດັບ ແມ່ນ ແກ້ວ​ປັດ​ທະມະ​ລາດ ກິນໝາກເດື່ອ ເປັນອາຫານ ມືຂວາ​ຖື ​ກົງຈັກ​ ມືຊ້າຍ​ຖື ​ສັງ (ຫອຍ) ພາຫະນະ ແມ່ນ ​ຄຸດ.

ວັນຈັນ ​ແມ່ນ ນາງ​ສົງ​ການ ໂຄ​ລາ​ຄະ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ປີບ ເຄື່ອງປະດັບແມ່ນ ແກ້ວ​ມຸກ​ດາ ກິນນໍ້ານົມເປັນອາຫານ ມືຂວາ​ຖື ຂັນ ມືຊ້າຍ​ຖື ໄມ້ຄ້ອນ​ເທົ້າ ພາຫະນະ ແມ່ນ ເສືອ.

ວັນອັງ​ຄານ​ ແມ່ນ ນາງ​ສົງ​ການ ຣາກ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ບົວ​ຫລວງ ເຄື່ອງປະດັບແມ່ນ ແກ້ວ​ໂມ​ລາ ກິນ​ເລືອດອາຫານ​ ມືຂວາ​ຖື ​ຕີ​ສູນ (​ເຫຼັກສາມ​​ແຫຼມ) ມືຊ້າຍ​ຖື ​ທະນູ ພາຫະນະແມ່ນ ໝູ.

ວັນ​ພຸດ​ ແມ່ນ ນາງ​ສົງ​ການ ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ຈຳ​ປາ ເຄື່ອງປະດັບ ແມ່ນ ​ແກ້ວ​ໄພ​ທູນ ກິນນົມ, ເນີຍເປັນອາຫານ ມືຂວາ​ຖື ​ເຂັມ ມືຊ້າຍ​ຖື ​ໄມ້ເທົ້າ ພາຫະນະແມ່ນ ລາ.

ວັນພະ​ຫັດ​ ແມ່ນ ນາງ​ສົງ​ການ ກິ​ລິ​ນີ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ມົນ​ທາ ເຄື່ອງປະດັບ ແກ້​ວມໍລະ​ກົດ ກິນໝາກ​ຖົ່ວ, ​ງາເປັນອາຫານ ມືຂວາ​ຖື ​ຂໍ​ຊ້າງ ມືຊ້າຍ​ຖື ​ປືນ ພາຫະນະແມ່ນ ຊ້າງ.

ວັນສຸກ ແມ່ນ ນາງ​ສົງ​ການ​ ກິ​ມິ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ຈົງ​ກົນ​ນີ ເຄື່ອງປະດັບ ແກ້ວ​ບຸດສະລາ​ຄຳ ກິນ ​ກ້ວຍ​ນ້ຳເປັນອາຫານ ມືຂວາ​ຖື​ ຂັນ ມືຊ້າຍ​ຖື ພິນ ພາຫະນະແມ່ນ ຄວາຍ.

ວັນເສົາ ແມ່ນ ນາງ​ສົງ​ການ​ ມະ​ໂຫ​ທອນ​ເທ​ວີ ຊົງ​ພາ​ຫຸ​ລັດ ​ທັດ​ດອກ​ສາ​ມຫາ​ວ ເຄື່ອງປະດັບ ​ແກ້ວ​ນິນ​ລັດຕະນະ ກິນ​ເນື້ອ​ຊາຍ (ຊິ້ນຟານ) ເປັນອາຫານ ມື​ຂວາ​ຖື ກົງ​ຈັກ​ ມືຊ້າຍ​ຖື ​ຕີ​ສູນ ພາຫະນະແມ່ນ ນົກ​ຍູງ.

ພິທີ​ຈັດ​ງານ​ບຸນປີໃຫມ່​ລາວໃນປີ 2023.

ຂຶ້ນ 9 ຄ່ຳ​ເດືອນ 5 ກົງ​ກັບ​ວັນ​ທີ 14 ເມສາ ແມ່ນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ. ໃນ​ວັນ​ນີ້ ແຕ່​ລະ​ຄອບ­ຄົວ, ທຸກໆສະຖານທີ່​ພາຍ​ໃນ​ວັດ, ໂຮງຮຽນ, ສຳນັກງານ​ຫ້ອງການ ຈະ​ມີ​ການຮ່ວມ​ຈິດ​ຮ່ວມ​ໃຈ​ກັນ ​ເຮັດ​ອະ​ນາໄມ​ລວມ ໃຫ້​ສະຖານທີ່​ຕ່າງໆສະອາດ​ງາມ​ຕາ ແລະ ຢູ່​ຕາມ​ບ້ານເຮືອນ ຈະ​ມີ​ການ​ຫ້າງ​ຫາ​ກະກຽມ ດອກ​ໄມ້​ທູບ​ທຽນ ນ້ຳອົບ​ນ້ຳ​ຫອມ ເພ​ື່ີອ​ຫົດສົງ​ພະ​ພຸດ​ທະ​ຮູບ. ຢູ່​ວັດຈະ​ມີ​ການ​ເຮັດ​ຮ້ານ​ພະ  ພໍ​ເມື່ອຮອດ​ສາມ​ໂມງ​ແລງ​ ພະສົງ​ຈະ​ຕີຄ້ອງ​ຮ້ອງ​ປ່າວ​ ໃຫ້​ຊາວບ້ານ​ມາໂຮມ​ ກັນ​ຢູ່​ວັດ ແລ້ວ​ທຳ​ພິທີ​ໄຫວ້ພະ​ຮັບ​ສິນ, ຟັງເທດ, ຄາລະວະສົມ​ມາ​ສວດ​ໄຊ​ຢັນ​ໂຕ, ຊິດ​ນ້ຳພຸດ​ທະ​ມົນ, ນິມົນ​ພະ​ພຸດ​ທະ​ຮູບລົງ ​ຈາກ​ແທ່ນ​ບູຊາ ເພື່ອ​ໃຫ້​ຊາວບ້ານ​ໄດ້​ຫົດສົງ.

ຂຶ້ນ 10 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 15 ເມສາ ແມ່ນ​ວັນ​ເນົາ ຊາວບ້ານ​ທຸກໆ​ຄົນ ​ທຸກໆ​ຄອບຄົວ ຈະ​ຢຸດ​ງານບໍ່​ກະທຳ​ກິດຈະການໃດໆ ​ພັກຜ່ອນ ​ທ່ຽວ​ຫຼິ້ນ ແລະ ໄປ​ຢ້ຽມຢາມ​ພີ່ນ້ອງ​ຕະຫຼອດ​ມື້, ຕອນ​ແລງ​ເວລາ 4 ໂມງ ພະສົງຈະ​ຕີ​ຄ້ອງ​ຮ້ອງ​ປ່າວ ​ໃຫ້​ຊາວບ້ານມາ​ໂຮມ​ກັນ​ຢູ່​ທີ່​ວັດ ເພື່ອ​ໄປ​ເກັບດອກ​ໄມ້​ມາ​ບູຊາ​ພະ ແລະ ຕົກຕອນ​ຄ່ຳ​ມາ ພໍ​ກິນ​ເຂົ້າ​ແລງ​ແລ້ວ ພະສົງ​ຈະ​ຕີ​ຄ້ອງ​ຮ້ອງ​ປ່າວ ​ໃຫ້ຊາວບ້ານ​ມາ​ໂຮມ​ກັນຢູ່​ທີ່​ວັດ ເພື່ອ​ແຫ່​ດອກ​ໄມ້​ທູບ​ທຽນ, ມີ​ການທຳ​ພິທີ​ທາງ​ສາສະໜາ​ ຟັງເທດ ແລະ ການ​ລະ​ຫຼິ້ນ​ແບບ​ພື້ນເມືອງຕ່າງໆ​ ຂອງ​ບ່າວ​ສາວ​ໄວ​ຄະນອງ, ໄດ້​ເວລາ​ສົມຄວນ​ຈິ່ງ​ເລີກລາເມືອ.

ຂຶ້ນ 11 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 16 ເມສາ ແມ່ນ​ມື້​ໃໝ່ຂອງປີ​ໃໝ່ ຕອນ​ເຊົ້າ​ຢູ່​ວັດ​ຈະ​ມີ​ການ ຕັກບາດຖວາຍ​ ບາສີສູ່ຂວັນ​ ແກ່ພະສົງ​ສາມະເນນ ແລະ ອວຍພອນໃຫ້​ເຊິ່ງ​ກັນ ແລະ ກັນ. ນອກຈາກ​ນີ້ ຢູ່​ແຕ່​ລະ​ຄອບຄົວ​ຍັງ​ມີ​ການ​ສູດ​ມົງຄຸນ, ຕັກບາດ​ບາສີສູ່ຂວັນ ​ຢູ່​ເຮືອນໃຜ​ເຮືອນ​ລາວ ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່.

ຂໍ້ມູນຈາກ: http://www.watmai.com.au
ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!