Home » ນ້ຳຂຸ່ນໄວ້ໃນ ນ້ຳໃສໄວ້ນອກ

ນ້ຳຂຸ່ນໄວ້ໃນ ນ້ຳໃສໄວ້ນອກ

ໂດຍ ຄໍາສັບລາວ

ນ້ຳຂຸ່ນ ໝາຍເຖິງ ນ້ຳທີ່ມີດິນປົນ ຫຼື ຂີ້ຝຸ່ນທັງຫຼາຍ ປົນຢູ່ ເຊິ່ງມັນບໍ່ສະອາດ, ຈະໃຊ້ກິນ ກໍບໍ່ໄດ້. ກົງກັນຂ້າມກັບ ນ້ຳໃສ ທີ່ເບິ່ງແລ້ວ ເຫັນວ່າມັນ ສະອາດ, ສາມາດກິນ ແລະ ນຳໃຊ້ໄດ້. ຄຳໂຕງໂຕຍນີ້ ມີຄວາມໝາຍວ່າ ບໍ່ສະແດງອາລົມ ທີ່ບໍ່ພໍໃຈ ອອກມາໃຫ້ເຫັນ, ບໍ່ພໍໃຈປານໃດ ກໍສະແດງໜ້າຕາ ທ່າທາງ ອອກມາທາງນອກດີ ເຖິງທາງໃນ ມີເລື່ອງບໍ່ສະບາຍໃຈ ກໍຕາມ.

(ທອງມີ, 2007:176)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!