Home » ນອນສູງໃຫ້ນອນຂວ້ຳ ນອນຕ່ຳໃຫ້ນອນຫງາຍ

ນອນສູງໃຫ້ນອນຂວ້ຳ ນອນຕ່ຳໃຫ້ນອນຫງາຍ

ໂດຍ ຄໍາສັບລາວ

ຊີວິດແຕ່ລະມື້ ມີອັນຕະລາຍຮອບດ້ານ ຄົນມີປັນຍາ ຕ້ອງມີສະຕິ ຮອບຄອບຢູ່ຕະຫຼອດເວລາ ເພາະເຮືອນ ເມື່ອກ່ອນ ຈະເປັນເຮືອນຮ້ານ ມີກອງຕະລ່າງ. ດັ່ງນັ້ນ, ເພີ່ນຈິ່ງມີ ຫຼັກເກນບອກໄວ້ ຄື ຖ້ານອນເຮືອນສູງໆ ໃຫ້ນອນຂວ້ຳ ຈະໄດ້ເຫັນສັດຕູ ເຫັນສັດສາວາສິ່ງ ທີ່ຈະມາທຳຮ້າຍ ຖ້ານອນພື້ນຊັ້ນລ່າງ ໃຫ້ເບິ່ງພື້ນເພດານ ເບິ່ງຫຼັງຄາ ວ່າຈະມີສັດ ແນວທີ່ເປັນອັນຕະລາຍ. ຄຳໂຕງໂຕຍນີ້ ຈຶ່ງໝາຍເຖິງ ມີຄວາມບໍ່ປະໝາດ ມີສະຕິລະວັງຕົວ ຈາກໄພອັນຕະລາຍ ໃຫ້ຄວາມປອດໄພແກ່ຕົນເອງຫຼາຍ ໃນເວລານອນ ຫຼື ໃນເວລາກະທຳສິ່ງອື່ນໆອີກ.

(ສີລາ, 2000:17)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!