Home » ທັດສະນະຄະຕິ ທີ່ຊ່ວຍໃຫ້ ປະສົບຜົນສຳເລັດ ແລະ ກ້າວໜ້າໃນໜ້າທີ່ວຽກງານ

ທັດສະນະຄະຕິ ທີ່ຊ່ວຍໃຫ້ ປະສົບຜົນສຳເລັດ ແລະ ກ້າວໜ້າໃນໜ້າທີ່ວຽກງານ

ໂດຍ ຄໍາສັບລາວ

ສະບາຍດີບັນດາທ່ານ ຄຳສັບລາວ ຈະມາແນະນໍາ ທັດສະນະຄະຕິ ທີ່ຈະເຮັດໃຫ້ໃຜໆກໍຕາມ ທີ່ຢາກປະສົບຜົນສຳເລັດ ແລະ ກ້າວໜ້າໃນໜ້າທີ່ວຽກງານ ເພາະເຖິງແມ່ນວ່າ ທັກສະ ແລະ ປະສົບການ ຈະເປັນຄຸນສົມບັດ ທີ່ນາຍຈ້າງຕ້ອງການ ແຕ່ບໍ່ວ່າໃຜໆຈະເກັ່ງມາແຕ່ໃສ ຫາກບໍ່ມີທັດສະນະຄະຕິ ຄວບຄູ່ກັນໄປແລ້ວ ກໍຈະບໍ່ເກີດສະພາບແວດລ້ອມ ການເຮັດວຽກ ທີ່ສົມບູນແບບໄດ້, ດັ່ງນັ້ນທຸກທ່ານ ກໍຄວນມີພ້ອມດ້ວຍ 5 ທັດສະນະຄະຕິ ໃນດ້ານບວກ (+) ເຊິ່ງບໍ່ວ່າໃຜໆ ຈະເຮັດອາຊີບຫຍັງຢູ່ກໍຕາມ ຈະເກີດຄວາມກ້າວໜ້າ ແລະ ຄວາມສຳເລັດໃນໜ້າທີ່ວຽກງານໄດ້.

  1. ຮູ້ຈັກເຄົາລົບຜູ້ອື່ນ

ບໍ່ແມ່ນແຕ່ຜູ້ທີ່ອາວຸໂສ ກວ່າເຮົາເທົ່ານັ້ນ ທີ່ຄວນໃຫ້ກຽດ ແລະ ເຄົາລົບນັບຖື ແຕ່ເຮົາຄວນເຄົາລົບທຸກໆຄົນ ເຊັ່ນ: ລູກຄ້າ, ເພື່ອນຮ່ວມງານ ຫຼື ຄົນທີ່ມີຕໍາແໜ່ງໜ້ອຍກວ່າ ເຮົາຄວນປະຕິບັດກັບ ພວກເຂົາດ້ວຍຄວາມສຸພາບ ເຖິງແມ່ນເຮົາຈະບໍ່ເຫັນດີ ກັບພວກເຂົາໄປໝົດທຸກເລື່ອງ ແຕ່ເຮົາກໍຄວນເອົານໍ້າຂຸ່ນໄວ້ໃນນ້ຳໃສໄວ້ນອກ ຈະເປັນການດີກວ່າ.

  1. ພູມໃຈໃນຕົວເອງ

ທ່ານໃດທີ່ກຳລັງພູມໃຈ ໃນຜົນງານຂອງຕົນ ທີ່ເຮັດອອກມາແລ້ວ ໄດ້ຜົນດີ ໄດ້ຄວາມຍອມຮັບ ຈາກຫົວໜ້າ ຫຼື ເພື່ອນຮ່ວມງານ ແຕ່ກໍຄວນມີສະຕິເພາະ ຄວາມພູມໃຈນັ້ນ ບໍ່ໄດ້ໝາຍຄວາມວ່າ ເຮົາຈະຕ້ອງທໍລະນົງຕົນ ແລະ ບໍ່ຍອມຮັບ ຄວາມຊ່ວຍເຫຼືອ ຈາກຜູ້ອື່ນ.

  1. ເຮັດໃຫ້ໄດ້ຕາມທີ່ຮັບປາກໄວ້

ເມື່ອທ່ານໄດ້ຮັບປາກ ໃນວຽກ ຫຼື ໂຄງການ ໃດໜຶ່ງ ຄວນເຮັດໃຫ້ໄດ້ແທ້ ເພາະມັນຈະ ສະແດງເຖິງຄວາມຮັບຜິດຊອບ, ການຮັບປາກໃນສິ່ງ ທີ່ບໍ່ເຄີຍເຮັດມາກ່ອນ ຍັງເຮັດໃຫ້ເຮົາມີ ຄວາມພະຍາຍາມຫຼາຍຂຶ້ນ ເພື່ອຈະເຮັດວຽກນັ້ນ ໃຫ້ສຳເລັດ ເຊິ່ງໃຫ້ທ່ານຄິດວ່າ ນັ້ນແຫຼະທີ່ເປັນຜົນໄດ້ຮັບ ອີກຢ່າງໜຶ່ງ ເພາະມັນຈະເປັນການ ພັດທະນາ ການເຮັດວຽກ ແລະ ຄວາມຄິດຂອງເຮົາເອງ ໄປໃນຕົວອີກດ້ວຍ.

  1. ຮູ້ຈັກສ້າງສິ່ງໃໝ່ໆ

ທ່ານໃດທີ່ມີຄວາມຄິດ ຊອກຫາສິ່ງໃໝ່ໆ ມັກທີ່ຈະຄິດນອກກອບ ເພື່ອຄົ້ນຫາສິ່ງ ທີ່ແຕກຕ່າງ, ເປັນອີກໜຶ່ງຄຸນສົມບັດ ທີ່ອົງກອນຕ້ອງການ ເຖິງວ່າສິ່ງທີ່ເຮົາຄິດ ຈະບໍ່ເປັນສິ່ງທີ່ດີທີ່ສຸດ ແຕ່ຄົນທີ່ມີທັດສະນະຄະດີ ເຊັ່ນນີ້ ຈະບໍ່ຢຸດຄິດສິ່ງໃໝ່ໆ ຄິດຫາແນວທາງໃໝ່ໆ ຕະຫຼອດເວລາ ແລະ ສາມາດສ້າງຜົນງານ ສິ່ງໃໝ່ ທີ່ເປັນທີ່ຍອມຮັບ ແລະ ຕໍ່ຍອດໄປຫາ ຄວາມປະສົບຜົນສຳເລັດ ແນ່ນອນ.

  1. ເຕັມໃຈຊ່ວຍເຫຼືອຄົນອື່ນ

ຄົນທີ່ມີນໍ້າໃຈ ໄປຢູ່ໃສໃຜໆກໍ່ຮັກ ບໍ່ວ່າຈະເປັນການ ຊ່ວຍເຫຼືອ ເພື່ອນຮ່ວມງານ ຫຼື ລູກຄ້າ ໃຫ້ເຮັດວຽກສຳເລັດ ກໍລ້ວນແຕ່ສຳຄັນທັງນັ້ນ ຍິ່ງເຮົາມີນໍ້າໃຈ ຫຼາຍເທົ່າໃດ ເຮົາກໍຈະມີຄົນ ທີ່ຢາກຮ່ວມວຽກກັບເຮົາຫຼາຍ ເທົ່ານັ້ນ ແລະ ເຮົາເອງ ກໍຈະໄດ້ໂອກາດ ໃນການຮັບມອບໝາຍ ວຽກງານທີ່ສຳຄັນຫຼາຍຂຶ້ນ ແລະ ສົ່ງຜົນໄປເຖິງ ເງິນເດືອນ ທີ່ເພີ່ມຂຶ້ນອີກນຳ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!