Home » ຕີຕົນໄປກ່ອນໄຂ້

ຕີຕົນໄປກ່ອນໄຂ້

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ເວົ້າເຖິງການໄດ້ຂ່າວ ຫຼື ພຽງຮູ້ວ່າ ຈະມີເລື່ອງທີ່ບໍ່ດີ ຫຼື ຂ່າວຮ້າຍ ເກີດຂຶ້ນກັບຕົວເອງ ໂດຍທີ່ຍັງບໍ່ເປັນ ທີ່ແນ່ນອນວ່າ ຈະເກີດຂຶ້ນຈິງ ຫຼື ບໍ່ເກີດຂຶ້ນກໍ່ໄດ້ ແຕ່ກໍສະແດງອາການ ທຸກຮ້ອນຢ້ານ ຫຼື ກັງວົນໃຈໄປກ່ອນ ເຮັດໃຫ້ໝົດກຳລັງໃຈ ຫຼື ກຳລັງຄວາມຄິດ ທີ່ຈະຄິດປ້ອງກັນໄວ້ກ່ອນ. ດັ່ງນັ້ນ, ຈິ່ງບໍ່ຄວນກັງວົນຫຼາຍເກີນໄປ ກັບສິ່ງທີ່ຍັງບໍ່ທັນເກີດຂຶ້ນ ຈະເຮັດໃຫ້ມີຄວາມອຸກອັ່ງ ເຊິ່ງເປັນຜົນບໍ່ດີ ຕໍ່ສຸຂະພາບ.

(ທອງມີ, 2007:174)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!