Home » ຊື່ທໍ່ຊ້າງ ຮ່າງທໍ່ແມວ

ຊື່ທໍ່ຊ້າງ ຮ່າງທໍ່ແມວ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ມີຄຸນລັກສະນະຂອງສັບກົງກັນຂ້າມກັນ ເຊິ່ງນຳເອົາສັດສອງໂຕ ຄື ຊ້າງທີ່ເປັນສັດໂຕໃຫຍ່ ເປັນເຈົ້າປ່າ ມີກຳລັງແຮງຫຼາຍ ເວລາຮ້ອງ ຈະມີສຽງດັງກ້ອງກັງວານ ຈຶ່ງໄດ້ນຳມາປຽບໃສ່ ບຸກຄົນທີ່ມີຊື່ສຽງ ເປັນຜູ້ທີ່ມີ ອຳນາດວາດສະໜາ ແລະ ມີຖະນະດີໃນສັງຄົມ, ສ່ວນສັດອີກຕົວ ທີ່ນຳມາສົມທຽບກັນແມ່ນ ແມວ ມີຮູບຮ່າງນ້ອຍກວ່າ ຊ້າງຫຼາຍເທົ່າ ເປັນສັດທີ່ຄົນເຮົາ ລ້ຽງໄວ້ໃນເຮືອນ ເວລາແມວຮ້ອງສຽງ ຈະບໍ່ດັງແຮງປານໃດ ປຽບເຖິງຖານະຕ່ຳຕ້ອຍ ຫຼື ບໍ່ມີຊື່ສຽງ. ຄວາມໝາຍຄຳໂຕງໂຕຍນີ້ ເວົ້າເຖິງການອວດອ້າງ ຫຼື ສະແດງຕົນເປັນຄົນຮັ່ງມີ ຊື່ສຽງໂດ່ງດັງ ແຕ່ຕົວຈິງ ເປັນຄົນທຳມະດາ ບໍ່ຮັ່ງມີຄືຄຳຊ່າລື. ອາດມີຄວາມໝາຍເຖິງ ຢູ່ສະຖານທີ່ໜຶ່ງມີຊື່ສຽງໂດ່ງດັງ ແຕ່ພໍມາອີກສະຖານທີ່ໜຶ່ງ ກັບບໍ່ມີໃຜຜູ້ຈັກ.

(ສີລາ, 2000:3)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!