Home » ຊີວິດຄູ່ ຄືການຮ່ວມໃຊ້ຊີວິດ ຂອງສອງຫົວໃຈ ໃຫ້ເປັນໜຶ່ງດຽວ

ຊີວິດຄູ່ ຄືການຮ່ວມໃຊ້ຊີວິດ ຂອງສອງຫົວໃຈ ໃຫ້ເປັນໜຶ່ງດຽວ

ໂດຍ ຄໍາສັບລາວ

ຄົນເຮົາເວລາມີບັນຫາ ສ່ວນຫຼາຍມັກໃຊ້ ອາລົມເປັນ ສິ່ງສຳຄັນທີ່ສຸດ ໂດຍສະເພາະ ເລື່ອງຊີວິດຄູ່ ຫຼາຍຄົນຂາດສະຕິ ບໍ່ຄິດໃຫ້ລະອຽດ ແລະ ມັກໂຕ້ຕອບໄປ ຕາມອາລົມ ດ້ວຍຖອຍຄໍາທີ່ບໍ່ດີ ໂດຍບໍ່ສົນໃຈ ຄວາມຮູ້ສຶກຂອງອີກຝ່າຍ ແລ້ວຖີ້ມ ຄວາມຮູ້ສຶກເສຍໃຈ ໄວ້ດ້ວຍການ ໜີບັນຫາ.

ເພາະການໜີບັນຫາ ໂດຍທີ່ບໍ່ມີການ ອະທິບາຍ ດ້ວຍເຫດຜົນ ມັນເຮັດໃຫ້ອີກຝ່າຍ ຢູ່ບໍ່ເປັນສຸກ, ກະວົນກະວາຍ ຈິດໃຈ, ກິນບໍ່ໄດ້ ນອນບໍ່ລັບ ຍ້ອນຄິດແຕ່ ເລື່ອງຜິດກັນ ໃນບາງຄູ່ ອາດເຮັດໃຫ້ ຂາດສະຕິເຖິງຂັ້ນທໍາຮ້າຍ ຕົນເອງກໍມີ ເມື່ອເຫດການນີ້ ເກີດຂຶ້ນເລື້ອຍໆ ຫຼາຍຄັ້ງຕໍ່ຫຼາຍຄັ້ງ ຈົນເຮັດໃຫ້ເກີດ ຄວາມອີ່ມຕົວ, ເບື່ອໜ່າຍ ເຊິ່ງເປັນຕົ້ນເຫດ ຂອງການເລີກລາກັນ ໃນທີ່ສຸດ.

ທ່ານເຄີຍຄິດທົບທວນບໍ່ວ່າ? ຖ້າຢາກໃຫ້ຄວາມຮັກ ໝັ້ນຄົງ ເຮົາຄວນເຮັດແນວໃດ?

  1. ຮູ້ຈັກໃຫ້ກຽດ ແລະ ຮັກຕົວເອງ ໃຫ້ເປັນກ່ອນ ແລ້ວເຮົາຈຶ່ງ ຈະຮັກຄົນອື່ນເປັນ.

  2. ເອົາໃຈເຂົາ ມາໃສ່ໃຈເຮົາ ເມື່ອເຮົາບໍ່ຢາກໃຫ້ ໃຜເຮັດແບບນັ້ນ ກັບເຮົາ… ເຮົາກໍຈະບໍ່ເຮັດ ແບບນັ້ນກັບໃຜ… ເຂົາເອີ້ນວ່າ ການເຫັນໃຈ ຄົນອື່ນໃຫ້ເປັນ…

  3. ຍອມຮັບໃນຕົວຕົນຂອງກັນ ແລະ ກັນໃຫ້ໄດ້.

  4. ບໍ່ຕ້ອງພະຍາຍາມ ປ່ຽນຕົວເອງ ເພື່ອໃຫ້ອີກຝ່າຍ ສະບາຍໃຈ ຈົນເຮັດໃຫ້ຕົນເອງ ບໍ່ມີຄວາມສຸກ.

ເຖິງຢ່າງໃດກໍຕາມ ຄວາມຮັກທີ່ແທ້ຈິງ ມັນເກີດຈາກ ຄົນສອງຄົນ ແລະ ດໍາເນີນຊີວິດຄູ່ ໄປດ້ວຍກັນ ແຕ່ຈະດຳເນີນ ຊີວິດຄູ່ ໄປໃນຮູບແບບ ໃດນັ້ນ ມັນກໍຂຶ້ນກັບ ສອງຄົນ ກໍຈະຕ້ອງເລືອກວ່າ ຈະໃຫ້ຊີວິດຄູ່ ຂອງທ່ານເປັນໄປໃນ ທິດທາງ ທີ່ມີຄວາມສຸກ ຫຼາຍຂຶ້ນ ຫຼື ຈະມີແຕ່ຄວາມເສຍໃຈ ໃຫ້ກັນ ຖ້າຫາກຢາກ ໃຫ້ຊີວິດຄູ່ ຂອງທ່ານ ໄປໃນທາງທີ່ດີ ກໍຈົ່ງຄິດດີ ແລະ ປະຕິບັດດີ ຕໍ່ກັນໃຫ້ໄດ້ ແຕ່ຖ້າຫາກ ບໍ່ຄິດເຫັນໃຈ ວ່າອີກຝ່າຍ ຈະເຈັບປວດ ແລະ ເສຍໃຈຫຼາຍ ເທົ່າໃດ ກໍຈົ່ງຈົບ ຄວາມສໍາພັນ ລົງໂດຍໃຫ້ອີກຝ່າຍ ເສຍໃຈ ໜ້ອຍທີ່ສຸດ ຈະດີກວ່າ ດັ່ງຄໍາເວົ້າ ທີ່ວ່າ “ເຈັບແຕ່ຈົບ” ຈຶ່ງຈະບໍ່ຕ້ອງ ມີຄວາມກຽດຊັງ ກັນຫຼາຍກວ່າເກົ່າ.

ເພາະຊີວິດຄູ່ ຄືການໃຊ້ຊີວິດ ຂອງສອງຫົວໃຈ ໃຫ້ເປັນໜຶ່ງດຽວ ຈົ່ງຢູ່ຮ່ວມກັນ ດ້ວຍຄວາມເຂົ້າໃຈ, ໃຫ້ກຽດກັນ, ຍອມຮັບຕົວຕົນ ຂອງກັນແລະກັນໄດ້ ໂດຍບໍ່ຈໍາເປັນຕ້ອງ ປ່ຽນຕົວເອງ ຫຼາຍເກີນໄປ ຈົນເຮັດໃຫ້ເກີດຄວາມ ອຶດອັດໃຈ ຫຼື ຖ້າເຮັດບໍ່ໄດ້ ໃນສິ່ງທີ່ກ່າວມາ ກໍຈົ່ງຊອກ ເສັ້ນທາງ ເດີນໃໝ່ ຂອງຊີວິດ ອາດຈະລົມ ຄົນໃໝ່ທີ່ເຂົ້າໃຈ ແລະ ໃຫ້ກຽດເຮົາ ຫຼາຍກວ່າຄົນເກົ່າ ຫຼື ບໍ່ດັ່ງນັ້ນ ກໍຢູ່ເປັນໂສດ ດ້ວຍຕົນເອງໃຫ້ເປັນ ເຮັດໃຫ້ຊີວິດ ສົດໄສ ດີກວ່າ.

ໂດຍ ຈັນເພັງ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!