Home » ຄ່າຄອງຊີບສູງສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ

ຄ່າຄອງຊີບສູງສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ

ໂດຍ ຄໍາສັບລາວ

ໄລຍະນີ້ທົ່ວປະເທດ ກໍາລັງປະສົບກັບ ບັນຫາ ຄ່າຄອງຊີບ ຂຶ້ນສູງ ເຮັດໃຫ້ການໃຊ້ຊີວິດ ປະຈໍາວັນ ຂອງແຕ່ລະຄົນແຕກຕ່າງ ຈາກແຕ່ກ່ອນ ຜູ້ທີ່ເຄີຍຂີ່ລົດໃຫຍ່ ກໍຫັນກັບມາຂີ່ລົດຈັກ ຈາກຄົນທີ່ເຄີຍຂີ່ລົດຈັກ ກໍນໍາໃຊ້ລົດຖີບ, ບາງຄົນເຄີຍກິນຊີ້ນງົວ ເກືອບທຸກມື້ ກໍປ່ຽນມາກິນຊີ້ນໝູ, ຊີ້ນປາແທນ ລວມທັງໝີ່ບາງຊະນິດ ລາຄາ 40.000ກີບ/ແກ໋ດ ປັດຈຸບັນ ແພງຂຶ້ນເປັນ 80.000 ກີບ/ແກ໋ດ ທຸກຢາງແມ່ນ ຂຶ້ນລາຄາໝົດ. ຍ້ອນບັນຫາການລະບາດ ຂອງພະຍາດ ໂຄວິດ-19 ແລະ ສະພາບຄວາມບໍ່ສະຫງົບ ຂອງໂລກ ລວມທັງ ບັນຫາເງິນກີບອ່ອນຄ່າ, ຄ່າແຮງງານເທົ່າເກົ່າ ແຕ່ລາຍຈ່າຍພັດເພີ່ມຂຶ້ນ ເຮັດໃຫ້ປະຊາຊົນ ສ່ວນຫຼາຍໄດ້ຮັບ ຜົນກະທົບຢ່າງຕໍ່ເນື່ອງ.

ສາເຫດ ແລະ ປັດໄຈຕົ້ນຕໍ ທີ່ສົ່ງຜົນກະທົບ ຕໍ່ສະພາບລາຄາສິນຄ້າ-ບໍລິການ ແລະ ອັດຕາເງິນເຟີ້ ຂອງປະເທດຄື: ມາຈາກສະພາບ ເສດຖະກິດໃນທົ່ວໂລກ ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ສະພາບຄວາມບໍ່ສະຫງົບ ທາງດ້ານການເມືອງ ສົ່ງຜົນໃຫ້ລາຄາ ນໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ແລະ ພາຍໃນປະເທດ ປັບຕົວສູງຂຶ້ນ ເຊິ່ງເປັນການເພີ່ມຂຶ້ນສູງກວ່າ ໃນຮອບຫຼາຍປີທີ່ຜ່ານມາ, ສົ່ງຜົນກະທົບໂດຍກົງ ຕໍ່ຂອດສິນຄ້າ ຄົມມະນາຄົມຂົນສົ່ງ ແລະ ກະທົບທາງອ້ອມ ໃນໝວດສິນຄ້າ ປະເພດຕ່າງໆເຊັ່ນ: ໝວດຮັກສາສຸຂະພາບ ແລະ ຢາປົວພະຍາດ, ຮ້ານອາຫານ, ໂຮງແຮມ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອໄຟຫຸງຕົ້ມ, ເຄື່ອງໃຊ້ພາຍໃນເຮືອນ ແລະ ອື່ນໆ. ເນື່ອງຈາກ ປັດໄຈ ການຜະລິດສ່ວນຫຼາຍ ແມ່ນນໍາເຂົ້າ ຈາກຕ່າງປະເທດ. ສະນັ້ນ, ອັດຕາແລກປ່ຽນ ຈຶ່ງມີບົດບາດ ສໍາຄັນໃນການກໍານົດ ລາຄາສິນຄ້າ ແລະ ບໍລິການ ຊຶ່ງສະແດງ ອອກໃນດັດຊະນີ ພື້ນຖານ ຊຶ່ງເປັນປະເພດສິນຄ້າ ແລະ ບໍລິການທີ່ມີຄວາມສະຖຽນ ທາງດ້ານ ລາຄາທີ່ສຸດ ກໍມີທ່າອ່ຽງເພີ່ມຂຶ້ນສູງ.

ຄ່າຄອງຊີບທີ່ດີຄື ຄ່າໃຊ້ຈ່າຍພື້ນຖານ ພຽງພໍຕໍ່ການ ດໍາລົງຊີວິດເຊັ່ນ: ຄ່າເຊົ່າເຮືອນ, ນໍ້າ, ໄຟ, ອິນເຕີເນັດ, ອາຫານ, ນໍ້າມັນລົດ, ເຄື່ອງນຸ່ງ, ຄ່າປິ່ນປົວພະຍາດ, ອາກອນ ແລະ ປະກັນສັງຄົມ ແຕ່ລະແຂວງ ແຕ່ລະເມືອງ ກໍມີປັດໄຈ ແລະ ລາຄາ ຄ່າຄອງຊີບ ທີ່ແຕກຕ່າງກັນ ບາງບ່ອນ ຄ່າອາຫານບໍ່ແພງ ຍ້ອນຢູ່ໃກ້ ເຂດຜະລິດກະສິກໍາ, ບາງບ່ອນຄ່າຂົນສົ່ງແພງ ຍ້ອນບໍ່ມີລະບົບຂົນສົ່ງທີ່ດີ, ບາງບ່ອນຄ່າ ເຊົ່າເຮືອນແພງ ຍ້ອນຢູ່ໃນເຂດທຸລະກິດ ແລະ ອື່ນໆ.

ປະເທດລາວ ໄດ້ຂຶ້ນຄ່າແຮງງານ ຂັ້ນຕໍ່າໃນປີ 2018 ຈາກ 900.000 ກີບ/ຄົນ/ເດືອນ ມາເປັນ 1.100.000 ກີບ/ຄົນ/ເດືອນ ຄ່າຄອງຊີບ ເພີ່ມຂຶ້ນຢ່າງຕໍ່ເນື່ືອງ ຍ້ອນເງິນເຟີ້ ສົ່ງຜົນກະທົບໂດຍກົງ ຕໍ່ຜູ້ທີ່ໄດ້ຮັບຄ່າ ແຮງງານຂັ້ນຕໍ່າ ຊຶ່ງຄ່າຄອງຊີບທີ່ສູງ ສົ່ງຜົນກະທົບຕໍ່ 4 ພາກສ່ວນຫຼັກຄື: ຊາວກະສິກໍາ, ໂຮງງານອຸດສາຫະກໍາ, ການບໍລິການ ແລະ ການກໍ່ສ້າງ ຍ້ອນລາວ ນໍາເຂົ້າ ຜະລິດຕະພັນ ຈາກປະເທດໃກ້ຄຽງເປັນສ່ວນຫຼາຍ.

ໂດຍ: ໄກ່ໂຕ້ງ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!