Home » ຄວາມຮັກຫຼັງແຕ່ງດອງ ກໍຄື ການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

ຄວາມຮັກຫຼັງແຕ່ງດອງ ກໍຄື ການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

ໂດຍ ຄໍາສັບລາວ

ກ່ອນ​ຈະ​ໄດ້ແຕ່ງດອງ ​ຄິດ​ວ່າ​ຍາກ​ແລ້ວ ແຕ່​ການ​ຮັກ​ສາ​ຊີ​ວິດ​ຄູ່ ​ໃຫ້​ມີ​ຄວາມ​ສຸກ ​ທີ່​ຍືນ​ຍາວນັ້ນ​ ເປັນ​ສິ່ງ​ທີ່​ຍາກກວ່າຫຼາຍ​ເທົ່າ ​ຍ້ອນ​ຊີ​ວິດ​ກ່ອນ ແລະ ຫຼັງ​ແຕ່ງດອງ​ ຈະ​ແຕກ​ຕ່າງ​ກັນ ທັງ​ດ້ານ​ຄວາມ​ຄິດ ແລະ ມຸ​ມມອງ ເພາະ​ຊີ​ວິດ​ຄູ່ ບໍ່​ສາ​ມາດ​ໃຊ້ ​ເຫດ​ຜົນ ​ຂອງ​ຝ່າຍ​ດຽວ​ ມາ​ອະ​ທິ​ບາຍ ຫຼື ແກ້​ໄຂ​ບັນ​ຫາ ຍ້ອນ​ບາງ​ຄັ້ງ ​ກໍ​ຕ້ອງ​ໃຊ້​ຄວາມ​ເຂົ້າໃຈ, ການ​ໃຫ້​ອະ​ໄພ ແລະ ການ​ຍຶດ​ຖື ​ຜົນ​ປະ​ໂຫຍດ​ ຂອງ​ຄອບ​ຄົວ ​ເປັນ​ທີ່​ຕັ້ງ​ ຈຶ່ງ​ຈະ​ແກ້​ໄຂ ​ບັນ​ຫາ​ໄດ້.

ເມື່ອ​ເຮົາມີຄວາມ​ຮັກ ເບິ່ງເຫັນ​ຄົນ​ຮັກ​ ມີ​​ແຕ່​ຈຸດ​ດີໆ ຄວາມ​ຮູ້​ສຶກ​ແບບ​ນີ້ ​ເຮັດ​ໃຫ້​ເຮົາ​ອີ່ມ​ອົກ​ອີ່ມ​ໃຈ ​ບາງ​ຄັ້ງ​ກໍ​ຄິດ​ຢາກ​ຈະ ​ຢຸດ​ເວ​ລາ​ໄວ້ ​ເພື່ອ​ຢູ່​ໃກ້​ຊິດ​ ກັບ​ຄົນ​ຮັກ ​ຕະຫຼອດ​ໄປ ດັ່ງ​​ຄຳ​ເວົ້າ​ໜຶ່ງ ​ທີ່​ຄົນ​ສະ​ໄໝ​ກ່ອນ ​ໄດ້​ກ່າວ​ວ່າ: ເມື່ອ​ມີ​ຄວາມ​ຮັກ ເຖິງ​ຕ້ອງ​ຍ່າງ​ ຜ່ານ​ຜີ​ປ່າ​ຊ້າ​ ກໍ​ບໍ່​ຢ້ານ  ໝາຍ​ເຖິງ ບໍ່​ມີ​ສິ່ງ​ໃດ​ ທີ່​ຈະ​ຂວາງກັ້ນ ​ຄວາມ​ຮັກ​ ຂອງ​ເຮົາ​ໄດ້ ແລະ ບໍ່​ມີ​ສິ່ງ​ໃດ ​ທີ່​ຈະ​ຢຸດ​ ຄວາມ​ຮັກ​ ຂອງ​ເຮົາ​ໄດ້, ຈຶ່ງ​ເຮັດ​ໃຫ້​ຄົນ​ເຮົາ ຫຼົງ​ໄຫຼ​ ໃນ​ບຸກ​ຄະ​ລິກ ແລະ ນິ​ໄສ ​ຂອງ​ຄົນ​ຮັກ. ຄວາມ​ຮູ້​ສຶກ​ຮັກ ​ຈະ​ຢູ່​ພຽງ 2 ປີ​ເທົ່າ​ນັ້ນ ຫຼື ອາດ​ຈະ​ດົນ ​ຕື່ມ​ອີກ​ໜ້ອຍ​ໜຶ່ງ. ເພາະ​ສຸດ​ທ້າຍ​ແລ້ວ, ຄວາມ​ຮັກ​ກໍ​ຈະ​ຄ່ອຍໆ ​ຈືດ​ຈາງ​ໄປ​ຕາມ ​ການ​ເວ​ລາ ເ​ຮົາກໍ​ຈະ​ເຫັນ ​ຈຸດ​ອ່ອນ​ຂອງ​ຄົນ ​ທີ່​ເຮົາ​ຮັກ ຈະ​ເລີ່ມ​ຮູ້​ສຶກວ່າ ​ນິ​ໄສ​ບາງ​ຢ່າງ ​ເປັນ​ຕາ​ເບື່ອ​ໜ່າຍ, ເລີ່ມ​ເຫັນ​ພຶດ​ຕິ​ກຳ ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ ເຊັ່ນ: ຈູ່​ຈີ້​ຈຸກ​ຈິກ, ມັກ​ລະ​ແວງ​ສົງ​ໃສ, ໃຈ​ຮ້າຍ​ຢູ່​ເ​ລື້ອຍໆ, ເຈົ້າ​ອາ​ລົມ, ເປັນ​ຄົນ​ຂີ້​ໃຈນ້ອຍ, ບາງ​ເທື່ອ​ກໍ​ເຮັດ​ໃຫ້ ​ເສຍ​ໃຈ ​ໂດຍ​ໃຊ້​ຄຳ​ເວົ້າ ​ເຈັບໆ ແລະ ມັກ​ຈັບ​ຜິດ​ກັນ ​ຢູ່​ຕະຫຼອດ​ເວ​ລາ.

ຄວາມ​ຈິງ​ຂອງ​ທຳ​ມະ​ຊາດ ​ສ່ວນຫຼາຍຄົນ​ເຮົາ​ ມີ​ຄວາມ​ເຫັນ​ແກ່​ໂຕ ​ບໍ່ຫຼາຍ​ກໍ​ໜ້ອຍ ເຮົາ​ຈຶ່ງ​ຍຶດ​​ຖື ຕົນ​ເອງ​ເປັນ​ຈຸດ​ສູນ​ກາງ ແລະ ເລີ່ມ​ອ້າງ​ສິດ​ຕ່າງໆ ​ໃຫ້​ແກ່​ຕົນ​ເອງ, ຝ່າຍ​ຊາຍ ​ກໍ​ສະ​ແດງ ​ຄວາມ​ຕ້ອງ​ການ ​ຂອງ​ຕົນ​ເອງ​ ອອກ​ມາ ຄື: ບໍ່​ໃສ່​ໃຈ​ຄື​ແຕ່​ກ່ອນ, ບໍ່​ສົນ​ໃຈ ແລະ ເຢັນ​ຊາ, ສ່ວນ ຝ່າຍ​ຍິງ ກໍ​ຮຽກ​ຮ້ອງ​ສິ່ງ​ຕ່າງໆ ຫຼາຍ​ຂຶ້ນ ຄວາມ​ຕ້ອງ​ການ, ອາ​ລົມ, ຄວາມ​ຄິດ ແລະ ພຶດ​ຕິ​ກຳ ​ທີ່​ເປັນ​ນິ​ໄສ​ແທ້​ ຂອງ​ແຕ່​ລະ​ຄົນ ​ກໍ​ປະ​ກົດ​ຂຶ້ນ ສຸດ​ທ້າຍ ເຫັນ​ແຕ່​ຄວາມ​ແຕກ​ຕ່າງ​ກັນ ຕ່າງ​ຄົນ​ຕ່າງ​ໂທດ​ອີກ​ຝ່າຍ ຈົນ​ເຮັດ​ໃຫ້​ຕັດ​ສິນ​ໃຈ ​ແຍກ​ທາງ​ກັນ ອາດ​ເຖິງ​ຂັ້ນ​ ປະ​ຮ້າງ​ກັນ ເພື່ອ​ຈະ​ມີ​ໂອ​ກາດ​ ໄປ​ຊອກ​ຫາ ​ຮັກ​ໃໝ່.

ການ​ປະ​ຮ້າງ​ກັນ ​ບໍ່​ແມ່ນ​ວິ​ທີ​ ທີ່​ຈະ​ແກ້​ບັນ​ຫາ ມີ​ແຕ່​ຈະ​ສ້າງ​ ບັນ​ຫາ​ ເພີ່ມ​ຂຶ້ນ ເຮົາ​ບໍ່​ສາ​ມາດ​ ແລ່ນ​ໜີ ​ບັນ​ຫາ​ໄດ້ ຈຶ່ງ​ເຮັດ​ໃຫ້​ ບັນ​ຫາ ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ​ຢ່າງ​ຖືກວິ​ທີ, ທາງ​ທີ່​ດີ​ທີ່​ສຸດ ຄູ່​ຊີ​ວິດ​ ຄວນ​ຈະ​ແກ້​ໄຂ​ບັນ​ຫາ ​ໄປ​ນຳ​ກັນດີກວ່າ​ແຍກ​ທາງ​ກັນ ຊຶ່ງ​ທາງ​ເລືອກ​ທີ່​ດີ​ ແມ່ນ ​ການຍອມ​ຮັບກັນ, ເຂົ້າ​ໃຈ​ໃນ​ອາ​ລົມ ແລະ ເຫດ​ຜົນ ​ຂອງ​ຄວາມ​ເປັນ​ຈິງ ຍອມ​ຮັບ​ວ່າ ​ຍິງ-ຊາຍ ​ມີ​ທຳ​ມະ​ຊາດ​ ທີ່​ແຕກ​ຕ່າງ​ກັນ​ ເຊັ່ນ: ການ​ສື່​ສານ, ອາ​ລົມ ຄວາມ​ຮູ້​ສຶກ, ການ​ສະ​ແດງ​ອອກ, ຄວາມ​ຄິດ​ເຫັນ, ມຸມມອງ​ໃນ​ການ ​ແກ້​ໄຂ​ບັນ​ຫາ ລວມ​ທັງ​ ລັກ​ສະ​ນະ​ນິ​ໄສ ແລະ ການ​ປະ​ພຶດຫຼາຍ​ຢ່າງ ຊຶ່ງ​ແຕ່​ລະ​ຝ່າຍ​ ອາດບໍ່ເຄີຍ​ຮູ້ ຫຼື ເຫັນ​ມາ​ກ່ອນ ຕ້ອງຍອມ​ຮັບ​ຄວາມ ​ແຕກ​ຕ່າງ​ເຫຼົ່າ​ນີ້​ ໃຫ້​ໄດ້ ແລະ ຕ້ອງ​ມີ​ຄວາມ​ຕັ້ງ​ໃຈ​ ຢ່າງ​ແທ້​ຈິງ ​ທີ່​ຈະ​ປັບ​ຕົວ​ເຂົ້າ​ຫາ​ກັນ ​ເພື່ອ​ໃຫ້​ກາຍ​ເປັນ ​ທີ່​ຮັກ ແລະ ເປັນ​ຄົນ​ຮັກ ​ທີ່​ມີ​ຄ່າ​ ໃຫ້​ແກ່​ກັນ.

ມີ​ອີກ​ສິ່ງ​ໜຶ່ງ​ຄວນ​ຮູ້​ວ່າ ຄວາມ​ຮັກເປັນ​ສິ່ງ ​ທີ່​ສວຍ​ງາມ ຄື: ຄວາມ​ສຸກ ການ​ແຕ່ງດອງ ເປັນ​ຄວາມ​ຈິງ ​ຄື ​ການ​ໃຊ້​ຊີ​ວິດ ຖ້າ​ຢາກ​ໃຫ້​ການ​ໃຊ້​ຊີ​ວິດ​ ມີ​ຄວາມ​ສຸກ ເຮົາ​ຕ້ອງ​ກ້າ ​ທີ່​ຈະ​ປະ​ເຊີນ​ໜ້າ ​ກັບ​ຄວາມ​ເປັນ​ຈິງ ຖ້າ​ເຮົາ​ເຂົ້າ​ໃຈ​ ໃນ​ເຫດ​ຜົນ ແລະ ອາ​ລົມຄວາມ​ຮູ້​ສຶກ ​ໃນ​ທຳ​ມະ​ຊາດ​ ຂອງ​ຄົນ​ຮັກ ແລະ ສາ​ມາດຍອມ​ຮັບ ​ຄົນ​ຮັກ​ຈາກ​ໃຈ​ຈິງ, ຮູ້​ໃຫ້​ອະ​ໄພ, ເບິ່ງ​ແຍງ ແລະ ຫ່ວງ​ໄຍ​ກັນ​ໄດ້​ແລ້ວ ສິ່ງ​ເຫຼົ່າ​ນີ້ ​ກໍ​ຈະ​ກາຍ​ເປັນ ​ສາຍ​ນ້ຳ​ແຫ່ງ​ຄວາມ​ຮັກ ​ທີ່​ຍືນ​ຍາວ ​ອອກ​ໄປ ຂໍ​ໃຫ້​ເຂົ້າ​ໃຈ​ວ່າ ​ຮັກ​ແທ້​ມີ​ຈິງ ແຕ່​ທັງ​ສອງ​ຝ່າຍ ​ຕ້ອງ​ພ້ອມ​ກັນ ​ສ້າງ​ຂຶ້ນ​ມາ​ເອງ ເພາະ​ຊີ​ວິດ​ຄູ່ ​ຈະ​ດີ ຫຼື ບໍ່​ດີ ກໍ​ລ້ວນ​ແຕ່​ຂຶ້ນ​ກັບ ​ສີ່​ມື​ຂອງ​ສອງ​ຄົນ​ເຮົາ​ ເປັນ​ຜູ້​ສ້າງ ​ຂຶ້ນ​ມາ​ເອງ ນີ້​ແຫຼະ ຄື​ຄວາມ​ຈິງ​ ຂອງ​ຊີ​ວິດ​ຄູ່.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!