Home » ຂີ້ໝິ້ນກັບປູນ

ຂີ້ໝິ້ນກັບປູນ

ໂດຍ ຄໍາສັບລາວ

ປູນ ໃນກໍລະນີນີ້ ໝາຍເຖິງ ປູນຂາວ ທີ່ເຮັດຈາກ ການນຳແຮ່ທາດແຄຊຽມ ມາເຜົາ ເມື່ອສຸກໄດ້ທີ່ແລ້ວ ກໍນຳໄປບົດ ຈະໄດ້ ປູນຂາວ ເຊັ່ນ: ເປືອກຫອຍ, ໃນທາງອຸດສາຫະກຳ ຈະໃຊ້ ຫີນປູນ. ສ່ວນ ຂີ້ໝິ້ນ ຄື ສະໝຸນໄພ ເປັນພືດລົ້ມລຸກ ມີຮາກ ເປັນເຫງົ້າ ຄ້າຍຄືກັບ ຂີງ ແຕ່ເນື້ອ ມີສີເຫຼືອງເຂັ້ມ ມີກິ່ນຫອມ. ຂີ້ໝິ້ນກັບປູນ ໃນສຳນວນນີ້ ມາຈາກ ຂັ້ນຕອນຂະບວນການ ຜະລິດປູນແດງ, ຂີ້ໝິ້ນ ທີ່ປະສົມເຂົ້າໃນ ປູນຂາວ ຈະເຮັດໃຫ້ເກີດ ເປັນສີແດງ. ສະນັ້ນ, ຂີ້ໝິ້ນກັບປູນ ໝາຍເຖິງ ຄົນສອງຄົນບໍ່ລົງລອຍກັນ ຫຼື ລົດນິຍົມ ເຂົ້າກັນບໍ່ໄດ້ດີ ເມື່ອຢູ່ໃກ້ກັນ ມັກຈະມີບັນຫາ ກະທົບກະທັ້ງກັນ ຫຼື ຜິດຖຽງກັນ.

(ທອງມີ, 2007: 164)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!