Home » ຂີ້ຊ້າງລອດ ຂີ້ມອດຄ້າງ

ຂີ້ຊ້າງລອດ ຂີ້ມອດຄ້າງ

ໂດຍ ຄໍາສັບລາວ

ຂີ້ຊ້າງແມ່ນຂີ້ກ້ອນໃຫຍ່ ເພາະຊ້າງເປັນສັດໂຕໃຫຍ່ ແລະ ເຮົາສາມາດແນມເຫັນໄດ້ງ່າຍ ສ່ວນຂີ້ມອດ ແມ່ນນ້ອຍ ເພາະມອດເປັນແມງໄມ້ ທີ່ຕົວນ້ອຍໆ, ບາງຄັ້ງເຮົາບໍ່ສາມາດ ແນມເຫັນຂີ້ມອດໄດ້.

ຄຳໂຕງໂຕຍນີ້ ໝາຍເຖິງການເບິ່ງບັນຫາ ເໝືອນວ່າຮອບຄອບຖີ່ຖ້ວນ ແຕ່ກັບບໍ່ຮອບຄອບຖີ່ຖ້ວນແທ້, ປະຢັດໃນສິ່ງທີ່ບໍ່ຄວນປະຢັດ, ບໍ່ປະຢັດໃນສິ່ງທີ່ຄວນປະຢັດ, ຄວນໄຕ່ຕອງໃຫ້ດີກ່ອນຈະຕັດສິນໃຈ. ນອກຈາກນີ້ ຍັງໝາຍເຖິງຜູ້ທີ່ເປັນໃຫຍ່ ມີອຳນາດທາງສັງຄົມ ເຮັດສິ່ງທີ່ຜິດພາດຕໍ່ບ້ານເມືອງ ດ້ວຍການສໍ້ລາດບັງຫຼວງ ຫາຜົນປະໂຫຍດເຂົ້າຕົນເອງ ເມື່ອເວລາມີການກວດສອບ ພົບບັນຫາຮ້າຍແຮງທີ່ເກີດຂຶ້ນ ກໍບໍ່ສາມາດ ເອົາຄວາມຜິດນຳຜູ້ໃຫຍ່ນັ້ນໄດ້ ແຕ່ກົງກັນຂ້າມ ກັບຜູ້ທີ່ມີຖານະຕຳແໜ່ງນ້ອຍ ຫຼື ຄົນທຳມະດາ ທີ່ກະທຳຜິດ ຈະດ້ວຍຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈ ກໍຖືກຈັບຜິດໄດ້.

(ຫຸມພັນ, 2007:5)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!