Home » ກົ້ມໜ້າ ກົ້ມຕາ ແລະ ປາກກັດຕີນຖີບ

ກົ້ມໜ້າ ກົ້ມຕາ ແລະ ປາກກັດຕີນຖີບ

ໂດຍ ຄໍາສັບລາວ

ກົ້ມໜ້າ ກົ້ມຕາ

ຄຳໂຕງໂຕຍນີ້ ປຽບກັບຄົນ ທີ່ບໍ່ສົນໃຈກັບສິ່ງອ້ອມຂ້າງ, ຄົນອື່ນ ຈະເຮັດຫຍັງທຳຫຍັງກໍບໍ່ສົນໃຈ ມີແຕ່ກົ້ມໜ້າ ຕັ້ງໃຈໃສ່ໃຈ ກັບໜ້າວຽກທີ່ເຮັດ ແລະ ຕັ້ງໃຈເຮັດວຽກ ໂດຍບໍ່ສົນໃຈກັບແນວອື່ນ.

(ທອງມີ, 2007:161)

ປາກກັດຕີນຖີບ

ປາກກັດສູ້ກັບວຽກງານ ສ່ວນຕີນ ກໍເຮັດວຽກຢ່າງບໍ່ຢຸດເຊົາ ອົດທົນພາກພຽນ ທຳມາຫາກິນ ໂດຍບໍ່ຄິດຄຳນຶງເຖິງ ການອິດເມື່ອຍ, ຫິວໂຫຍ ແລະ ລຳບາກ. ຄຳໂຕງໂຕຍນີ້ ເວົ້າເຖິງ ຄວາມອົດທົນ ໃນການທຳມາຫາກິນ.

(ທອງມີ, 2007:180)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!