Home » ກິນສົມຢາກ ປາກສົມຄຽດ

ກິນສົມຢາກ ປາກສົມຄຽດ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ເວົ້າເຖິງຄົນທີ່ກິນເອົາແທ້ເອົາວ່າ  ສົມຄວາມຫິວມາດົນນານ ແລະ ເມື່ອສະສົມຄວາມຄຽດມາດົນ ເມື່ອໄດ້ໂອກາດໄດ້ເວົ້າ ກໍເວົ້າອອກມາ ພໍໃຫ້ສົມກັບຄວາມຄຽດແຄ້ນ ມາດົນນານ, ການກິນສົມກັບຄວາມຫິວ ຫຼື ການຮ້າຍດ່າສົມກັບຄວາມຄຽດ, ບໍ່ຄວນເຮັດ ເພາະເວລາທີ່ຟ້າວກິນຫຼາຍໂພດ  ຈະເຮັດໃຫ້ແໜ້ນທ້ອງ ເສຍກະເພາະຍ້ອນ ສ່ວນຄວາມຄຽດ ເມື່ອພໍ້ເຂົາອີກເທື່ອໃໝ່ ເຂົາອາດບໍ່ສະບາຍ ຫຼື ເຮັດດີນຳຕົນ ແລ້ວຍັງຊິເອົາຄວາມແຄ້ນນັ້ນ ມາດ່າເຂົາກໍບໍ່ເປັນ ຖ້າຈະເຮັດກໍຄວນເຮັດໃຫ້ ພໍດີພໍງາມ ມັນຈິ່ງເປັນຜົນດີແກ່ຕົນເອງ.

(ດວງຈັນ, 1991:34)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!