Home » ກິນມຳໆ ບໍ່ຄຳເບິ່ງທ້ອງ

ກິນມຳໆ ບໍ່ຄຳເບິ່ງທ້ອງ

ໂດຍ ຄໍາສັບລາວ

ທ້ອງແມ່ນອະໄວຍະວະ ທີ່ຮອງຮັບອາຫານຕ່າງໆ ຂອງຄົນເຮົາ ເຊິ່ງເວລາກິນຫຍັງລົງໄປ ກໍຈະໄປຢູ່ໃນທ້ອງ ເພື່ອລໍຖ້າການຍ່ອຍ ໃຫ້ໄປລ້ຽງພາກສ່ວນຕ່າງໆ ຂອງຮ່າງກາຍ ໃຫ້ແຂງແຮງບໍ່ມີພະຍາດບຽດບຽນ ແຕ່ຫາກກິນຫຼາຍເກີນໄປ ກໍຈະເຮັດໃຫ້ຄັດອັ່ງທ້ອງ, ຢູ່ຍາກ ຫຼື ຖ້າກິນອາຫານ ບໍ່ເບິ່ງວ່າ ມັນດີ ຫຼື ມັນບູດເນົ່າ ກໍຈະມີຜົນຕໍ່ ສຸຂະພາບຂອງຮ່າງກາຍນຳອີກ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງໝາຍເຖິງ ຕ້ອງເບິ່ງຄວາມພໍດີ ໃນທຸກໆດ້ານ ຈິ່ງຈະບໍ່ມີຜົນເສຍຫາຍ ຕາມມາ.

(ຫຸມພັນ, 2007:2)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!