Home » ການໃຊ້ສື່ສັງຄົມອອນລາຍ ໃນເດັກ

ການໃຊ້ສື່ສັງຄົມອອນລາຍ ໃນເດັກ

ໂດຍ ຄໍາສັບລາວ

ປັດຈຸບັນສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດຕໍ່ຊີວິດປະຈໍາວັນຫຼາຍ ສື່ດັ່ງກ່າວ ປຽບເໝືອນມີດສອງຄົມ ທີ່ມີທັງດ້ານບວກ ແລະ ດ້ານລົບ.

ໄພຈາກໂລກອອນລາຍ ໃນເດັກນ້ອຍ ເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ ເພາະຈະເຮັດໃຫ້ເກີດ ຜົນເສຍທາງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມ ລວມທັງນໍາໄປສູ່ ການຕົວະຍົວະຕໍ່ຊີວິດ ແລະ ຊັບສິນ ນອກນີ້ຍັງເປັນສາເຫດ ຂອງການຕິດເກມ, ການພະນັນ ທີ່ເຮັດໃຫ້ເປັນພະຍາດ ທາງຈິດ ລວມທັງ ອາດຈະເກີດການ ຖືກລ່ວງ ລະເມີດທາງເພດ ກໍມີ ທີ່ພົບເຫັນຫຼາຍ ໃນໂລກອອນລາຍ.

ສື່ສັງຄົມອອນລາຍ ຫຼື Social Media ເປັນສື່ກາງ ໃຫ້ທຸກຄົນມີ ສ່ວນຮ່ວມສ້າງ ແລະ ແລກປ່ຽນຄວາມເຫັນຕ່າງໆ ແລ້ວມາແບ່ງປັນເນື້ອໃນ, ຂໍ້ມູນ, ຂ່າວສານ, ປະສົບການ ແລະ ໂອ້ລົມກັບຄົນ ທີ່ຢູ່ໃນສັງຄົມ ດຽວກັນໄດ້ຢ່າງວອງໄວ ແລະ ໄດ້ສະແດງ ຄວາມເປັນຕົນເອງ ອອກມາຜ່ານສື່ອອນລາຍຕ່າງໆ.

ເດັກນ້ອຍ ແລະ ເຍົາວະຊົນ ຍັງຂາດປະສົບການ ໃນການໃຊ້, ບໍ່ຮູ້ຈັກໄຈ້ແຍກ ໂດຍສະເພາະ ເດັກທີ່ມັກຫຼິ້ນເກມ ຫຼື ວິດີໂອຈົນຕິດ ຈະມີພຶດຕິກໍາ ບໍ່ສົນໃຈ ອາຫານການກິນ, ສິ່ງອ້ອມຂ້າງ ແລະ ມີພຶດຕິກໍາ ດື້ດ້ານຢ່າງຮຸນແຮງຈາກການຮຽນແບບໃນສື່ ຊຶ່ງເຮັດໃຫ້ເດັກ ຂາດພັດທະນາການ ທາງສັງຄົມ, ທັກສະໃນການ ຢູ່ຮ່ວມກັນ ແລະ ປັບຕົວໃນສັງຄົມ ຍ້ອນຍັງມົວເມົາ ກັບການຫຼິ້ນເກມ ແລະ ເບິ່ງວິດີໂອ. ອິດທິພົນ ຂອງການໂຄສະນາ ສິນຄ້າໃນສື່ ເຮັດໃຫ້ເກີດການໃຊ້ຈ່າຍ ເກີນໂຕ, ເດັກຮັບເອົາ ວັດທະນະທໍາ ໂດຍບໍ່ຮູ້ຈັກເລືອກ ເຊັ່ນ: ການແຕ່ງກາຍ, ເດັກຈະບໍ່ມັກອ່ານໜັງສື ເພາະໃຫ້ຄວາມສົນໃຈ ກັບສື່ອື່ນຫຼາຍເກີນໄປ ຈຶ່ງເຮັດໃຫ້ເດັກ ຂາດການພັດທະນາ ໃນເລື່ອງພາສາ, ການສື່ສານກັນພາຍໃນ ຄອບຄົວໜ້ອຍລົງ, ເຮັດໃຫ້ຄອບຄົວ ຫ່າງກັນຫຼາຍຂຶ້ນ ເປັນຊ່ອງວ່າງ ໃຫ້ຄອບຄົວ ຂາດຄວາມຜາສຸກ.

ຄົນໃນຄອບຄົວ ມີບົດບາດສໍາຄັນທີ່ສຸດ ໂດຍການສັງເກດ ເບິ່ງພຶດຕິກໍາ ຂອງເດັກ ສັງເກດນິໄສ ທີ່ປ່ຽນໄປແບບໃດ ມີອາການເກີນຕົວຫຼືບໍ່, ການຮຽນແບບ ໃນສື່ອອນລາຍ ລວມທັງ ພຶດຕິກໍາ ການກິນອາຫານ, ການນອນ ສິ່ງສໍາຄັນ ປະລິມານ ການນໍາໃຊ້ ສື່ອອນລາຍ ຫຼາຍເກີນໄປຫຼືບໍ່.

ຄວນເລືອກສື່ ທີ່ເໝາະສົມ ກັບພັດທະນາການ ຂອງເດັກ ເໝາະສົມກັບການຮຽນຮູ້ ໃນແຕ່ລະໄວອາຍຸ ແລະ ໃຊ້ໃນປະລິມານ ທີ່ເໝາະສົມ ບໍ່ຫຼາຍເກີນໄປ ຄວນແບ່ງເວລາຫຼິ້ນ ແລະ ເວລາເຮັດວຽກ ເຊັ່ນ: ໃຫ້ມີຄວາມຮັບຜິດຊອບໃນການຮຽນ ແລະ ການເຮັດວຽກເຮືອນ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!