Home » ການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

ການໃຊ້ຊີວິດຄູ່ໃຫ້ມີຄວາມສຸກ

ໂດຍ ຄໍາສັບລາວ

ຄົນເຮົາເວລາມີບັນຫາ ສ່ວນຫຼາຍມັກໃຊ້ອາລົມ ຕັດສິນບັນຫາ ຄິດວ່າເປັນສິ່ງສຳຄັນທີ່ສຸດ ໂດຍສະເພາະ ເລື່ອງຊີວິດຄູ່ ຫຼາຍຄົນຂາດສະຕິ ບໍ່ຄິດໃຫ້ລະອຽດ ແລະ ມັກໂຕ້ຕອບໄປຕາມອາລົມ ດ້ວຍຖອຍຄໍາທີ່ບໍ່ມ່ວນຫູ ໂດຍບໍ່ສົນໃຈຄວາມຮູ້ສຶກ ຂອງອີກຝ່າຍ ແລ້ວຖີ້ມຄວາມຮູ້ສຶກ ເສຍໃຈໄວ້ດ້ວຍການໜີບັນຫາ. ການໜີບັນຫາ ໂດຍທີ່ບໍ່ມີການອະທິບາຍ ດ້ວຍເຫດຜົນ ມັນເຮັດໃຫ້ອີກຝ່າຍຢູ່ບໍ່ເປັນສຸກ, ກະວົນກະວາຍຈິດໃຈ, ກິນບໍ່ໄດ້ນອນບໍ່ລັບ ຍ້ອນຄິດແຕ່ເລື່ອງຜິດກັນ ໃນບາງຄູ່ອາດເຮັດໃຫ້ຂາດສະຕິ ເຖິງຂັ້ນທໍາຮ້າຍຕົນເອງກໍມີ ເມື່ອເຫດການນີ້ ເກີດຂຶ້ນເລື້ອຍໆຫຼາຍຄັ້ງຕໍ່ຫຼາຍຄັ້ງ ຈົນເຮັດໃຫ້ເກີດຄວາມອີ່ມຕົວ, ເບື່ອໜ່າຍ ເຊິ່ງເປັນຕົ້ນເຫດ ຂອງການປະຮ້າງກັນໃນທີ່ສຸດ. ສະນັ້ນ, ການໃຊ້ຊີວິດຄູ່ຖ້າຢາກໃຫ້ຄວາມຮັກໝັ້ນຄົງ ເຮົາຄວນຮູ້ຈັກໃຫ້ກຽດ ແລະ ຮັກຕົວເອງໃຫ້ເປັນກ່ອນ ແລ້ວເຮົາຈຶ່ງຈະຮັກຄົນອື່ນເປັນ, ເອົາໃຈເຂົາມາໃສ່ໃຈເຮົາ ເມື່ອເຮົາບໍ່ຢາກໃຫ້ໃຜເຮັດແບບນັ້ນກັບເຮົາ ເຮົາກໍບໍ່ຄວນເຮັດແບບນັ້ນກັບໃຜເຂົາເອີ້ນວ່າ ການເຫັນໃຈຄົນອື່ນໃຫ້ເປັນ, ຍອມຮັບໃນຕົວຕົນຂອງກັນ ແລະ ກັນໃຫ້ໄດ້ ແລະ ບໍ່ຕ້ອງພະຍາຍາມປ່ຽນຕົວເອງ ເພື່ອໃຫ້ອີກຝ່າຍສະບາຍໃຈ ຈົນເຮັດໃຫ້ຕົນເອງບໍ່ມີຄວາມສຸກ.

ເຖິງຢ່າງໃດກໍຕາມ ຄວາມຮັກທີ່ແທ້ຈິງມັນເກີດຈາກຄົນສອງຄົນ ແລະ ຮ່ວມໃຊ້ຊີວິດຄູ່ໄປນໍາກັນ ແຕ່ຈະດຳເນີນຊີວິດຄູ່ ໄປໃນຮູບແບບໃດນັ້ນ ມັນກໍຂຶ້ນກັບທັງສອງຝ່າຍ ຈະຕ້ອງເລືອກວ່າ ຈະໃຫ້ຊີວິດຄູ່ ຂອງທ່ານເປັນໄປໃນທິດທາງ ທີ່ມີຄວາມສຸກຫຼາຍຂຶ້ນ ຫຼື ຈະມີແຕ່ຄວາມເສຍໃຈໃຫ້ກັນ ຖ້າຫາກຢາກໃຫ້ຊີວິດຄູ່ ຂອງທ່ານໄປໃນທາງທີດີ ກໍຈົ່ງຄິດດີ ແລະ ປະຕິບັດດີຕໍ່ກັນໃຫ້ໄດ້ ແຕ່ຖ້າຫາກ ບໍ່ຄິດເຫັນໃຈ ຂອງອີກຝ່າຍຈະເຈັບປວດ ແລະ ເສຍໃຈຫຼາຍເທົ່າໃດ ກໍຈົ່ງຈົບຄວາມສໍາພັນລົງ ໂດຍໃຫ້ອີກຝ່າຍ ເສຍໃຈໜ້ອຍທີ່ສຸດຈະດີກວ່າ ດັ່ງຄໍາເວົ້າທີ່ວ່າ “ເຈັບແຕ່ຈົບ” ຈຶ່ງບໍ່ຕ້ອງມີຄວາມ ກຽດຊັງກັນຫຼາຍກວ່າເກົ່າ ເພາະຊີວິດຄູ່ ຄືການໃຊ້ຊີວິດຂອງສອງຄົນ, ສອງຫົວໃຈ, ສອງຄວາມຄິດ, ທັດສະນະຄະຕິ ທີ່ແຕກຕ່າງກັນ ໃຫ້ເປັນໜຶ່ງດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ, ໃຫ້ກຽດ, ຍອມຮັບຕົວຕົນ ຂອງກັນແລະກັນໃຫ້ໄດ້ ໂດຍບໍ່ຈໍາເປັນຕ້ອງ ປ່ຽນຕົວເອງຫຼາຍເກີນໄປ ຈົນເຮັດໃຫ້ເກີດຄວາມທຸກໃຈ ຫຼື ຖ້າເຮັດບໍ່ໄດ້ໃນສິ່ງທີ່ກ່າວມາ ກໍຈົ່ງຊອກເສັ້ນທາງເສັ້ນໃໝ່ ຂອງຊີວິດ ອາດຈະຊອກລົມຄົນໃໝ່ ທີ່ເຂົາເຂົ້າໃຈ ແລະໃຫ້ກຽດເຮົາຫຼາຍກວ່າຄົນເກົ່າ ຫຼື ບໍ່ດັ່ງນັ້ນ ກໍຢູ່ເປັນໂສດດ້ວຍຕົນເອງ ໃຫ້ເປັນເຮັດໃຫ້ຊີວິດສົດໄສດີກວ່າ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!