1.7K
ການຮູ້ ຄຳ ກັບ ຄວາມສາມາດ ນິຍາມຄວາມໝາຍ ຂອງ ຄຳ ບໍ່ແມ່ນເລື່ອງດຽວກັນ, ການຮູ້ ຄຳ ເລີ່ມມີມາແຕ່ ຄາວຍັງນ້ອຍໆ ຄຳຈຳນວນ ທີ່ເພີ່ມເຂົ້າມາ ໃນຕົວເຮົາ ກໍ່ມາວັນລະເລັກລະໜ້ອຍ ຈົນບໍ່ຮູ້ສຶກວ່າ ເຮົາໄດ້ຄຳນັ້ນ ມາແຕ່ມື້ໃດ, ການຮຽນຮູ້ຄຳ ແມ່ນເພື່ອການໃຊ້ ບໍ່ແມ່ນເພື່ອວິເຄາະ, ແຕ່ການນິຍາມຄຳ ຕ້ອງມີການວິເຄາະ ຄວາມໝາຍ ສະນັ້ນ ຈຶ່ງຖືວ່າເປັນການ ຄົ້ນສິ່ງທີ່ຕົວເອງຮູ້ ຢູ່ວ່າ ທີ່ຕົວເອງຮູ້ນັ້ນຄື ຮູ້ອັນໃດ, ຮູ້ແນວໃດ, ຄວາມໝາຍຂອງຄຳໜຶ່ງ ມີຂອບເຂດຢູ່ສ່ຳໃດ. ດັ່ງຕົວຢ່າງ ບາງຄຳຕໍ່ໄປນີ້ ທີ່ເຮົາຈະເຂົ້າສູ່ ການນິຍາມ ຄວາມໝາຍ ຂອງມັນ.
ຄຳວ່າ “ຂີ່” ໃນພາສາລາວ ເປັນຄຳກຳມະ ໝາຍເຖິງ ອາການນັ່ງຂາຄາບ ສິ່ງທີ່ພາໄປ. ເຮົາທວນຄຳນິຍາມ:
-
ນັ່ງເອົາຂາຄາບ, ຈະຈຳເປັນມີຄຳວ່າ “ເອົາ” ໃນນີ້ ຫຼື ຈະຕັດອອກໃຫ້ເປັນ: “ນັ່ງຂາຄາບ” ກໍ່ພໍ.
-
ໃນກໍລະນີ ຂີ່ເຮືອ, ຂີ່ລົດໃຫຍ່ ບໍ່ໄດ້ເອົາຂາຄາບ, ແຕ່ຄວາມໝາຍ ຂອງຄຳນີ້ ພັດຮວມເອົາທັງ ອັນທີ່ໃຊ້ ຂາຄາບໄດ້ ເຊັ່ນ: ລົດ ແລະ ສັດບາງຊະນິດ ຫຼື ອັນທີ່ເຂົ້າຢູ່ທາງໃນ ເຊັ່ນ: ເຮືອບິນ, ຍານເຫາະ. ສະນັ້ນ ຄວນຫາຄຳນິຍາມໃໝ່ ໃຫ້ຮວມເອົາຄວາມໝາຍຕ່າງໆນີ້.