Home » ການມີຄູ່ ດີກວ່າ ຢູ່ຄົນດຽວ

ການມີຄູ່ ດີກວ່າ ຢູ່ຄົນດຽວ

ໂດຍ ຄໍາສັບລາວ

ຄວາມສົມຫວັງ ທີ່ໄດ້ແຕ່ງດອງ ກັບຄົນທີ່ ເຮົາຮັກ ຖືວ່າເປັນ ຄວາມປາຖະໜາ ອັນໜຶ່ງ ຂອງ ຫຼາຍໆຄົນ ມັນຄື ຄວາມສໍາເລັດ ອັນໜຶ່ງໃນຊີວິດ ແລະ ກໍບໍ່ແມ່ນ ທຸກຄົນ ທີ່ຈະປະສົບຜົນສໍາເລັດ ນີ້ໄດ້ ແມ່ນ ຢູ່ວ່າ ຄົນ ທີ່ແຕ່ງດອງແລ້ວ ບາງຄູ່ ອາດຈະຕ້ອງ ພົບກັບ ບັນຫາ ແລະ ອຸປະສັກ ຫຼາຍຢ່າງ ຈົນບາງຄັ້ງ ກໍຄິດ ຍອມຈໍານົນ. ເພາະນັບແຕ່ ກ້າວເຂົ້າສູ່ ປະຕູວິວາ, ນໍ້າຕາ ກໍກາຍເປັນ ວັດຖຸດິບຫຼັກ ຂອງ ຄວາມສຸກ ຍ້ອນການແຕ່ງດອງ ເຮັດໃຫ້ ເກີດຄວາມເຈັບປວດ ຈົນເຮົາລືມຄິດໄປ ວ່າ “ຄວາມເຈັບປວດ ເຮັດໃຫ້ເຮົາຮູ້ຄິດ” ຄວາມເຈັບປວດ ເປັນສັນຍານ ບອກເຮົາວ່າ ເຖິງເວລາ ຕ້ອງປ່ຽນແປງ ຊຶ່ງ ບໍ່ແມ່ນປ່ຽນແປງ ຄົນຮັກ ແຕ່ມັນຄື ການປ່ຽນແປງ ຕົວເຮົາເອງ ຕ່າງຫາກ, ຄວາມເຈັບປວດ ຈຶ່ງກາຍເປັນຄວາມໂຊກດີ ເພາະຈະຊ່ວຍ ໃຫ້ເຮົາ ໄດ້ກາຍເປັນຄົນ ທີ່ມີຄວາມເຂັ້ມແຂງ, ເປັນຜູ້ໃຫຍ່ຂຶ້ນ, ມີຄວາມສຸຂຸມຂຶ້ນ, ເຮັດໃຫ້ເຮົາ ມີສະຕິຂຶ້ນ, ເຮັດໃຫ້ເຮົາ ເບິ່ງສິ່ງຕ່າງໆ ຢ່າງສະຫງົບ, ໄດ້ທົບທວນ ບັນຫາ ທີ່ເກີດຂຶ້ນ ແລະ ປ່ຽນຕົນເອງ ຢ່າງເໝາະສົມ.

ການແຕ່ງດອງ ພຽງເປັນຜົນດີ ກັບຕົວເຮົາເອງ ແຕ່ຍັງ ສົ່ງຜົນດີ ຕໍ່ສັງຄົມ ແລະ ເສດຖະກິດ ຂອງປະເທດນໍາອີກ, ເພາະວ່າ ຄອບຄົວ ຄື ຫົວໜ່ວຍພື້ນຖານ ຂອງສັງຄົມ ເມື່ອ ຫົວໜ່ວຍພື້ນຖານ ເຂັ້ມແຂງແລ້ວ ສັງຄົມ ກໍຈະເຂັ້ມແຂງຂຶ້ນ ຢ່າງແນ່ນອນ.

ເມື່ອແຕ່ງດອງ ກັບໃຜຄົນໜຶ່ງ ແມ່ຍິງ ສ່ວນຫຼາຍ ຂ້ອນຂ້າງ ຈະຕັ້ງຄວາມຫວັງສູງ ໄວ້ກັບ ຄວາມຮັກຂອງຕົນເອງ ແລະ ກໍຍ້ອນ ຜູ້ຊາຍ ມັກສະແດງອອກ ຢ່າງກະຕືລືລົ້ນ ເວລາກ່ອນແຕ່ງດອງ ແຕ່ຫຼັງຈາກ ແຕ່ງດອງໄປ ກໍສະແດງ ຄວາມເຢັນຊາ, ເຫີນຫ່າງ ຈຶ່ງເຮັດໃຫ້ ແມ່ຍິງ ຜິດຫວັງ. ແຕ່ຖ້າແມ່ຍິງ ຫາກຍັງຈື່ຫຼັກການງ່າຍໆ ວ່າ: “ຖ້າຈະເລືອກຈຸດດີ ຂອງໃຜຈັກຄົນ ທ່ານກໍຕ້ອງຍອມ ຮັບຈຸດອ່ອນ ຂອງລາວ, ເມື່ອເຮົາເລືອກ ຜູ້ຊາຍທີ່ ຈິງໃຈ ແລະ ຊື່ສັດ, ລາວອາດ ຈະເຮັດວຽກ ບໍ່ເກັ່ງ ແລະ ຂາດຄວາມ ກະຕືລືລົ້ນ ແຕ່ຖ້າ ເຮົາເລືອກ ຄົນເຮັດວຽກ ເກັ່ງ ແລະ ທະເຍີທະຍານ ເຮົາກໍ ຕ້ອງຍອມຮັບ ວ່າ ລາວອາດຈະ ເບິ່ງແຍງ  ຄອບຄົວ ບໍ່ດີພໍ ແຕ່ຖ້າ ເຮົາເປັນເມຍ ທີ່ເປັນຜູ້ໃຫຍ່ພໍ ເຮົາກໍຈະເບິ່ງ ຈຸດດີ ຂອງຜົວ ແລະ ຍອມຮັບ ຈຸດອ່ອນ ຂອງລາວໄດ້.” ເພາະສະນັ້ນ, ເຮົາຄວນຫຼຸດ ຄວາມຄາດຫວັງ ທີ່ສູງເກີນໄປ ໃຫ້ເຫຼືອພຽງ ຄວາມຫວັງ ທີ່ພໍດີ ຢ່າງເໝາະສົມ ຖ້າເຮົາບໍ່ມີ ຄວາມເຊື່ອໃຈ ໃຫ້ກັນແລ້ວ ຈາກຄົນທີ່ດີ ກໍຈະກາຍເປັນ ຄົນຜິດ ຂຶ້ນໄດ້.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!