Home » 5 ​ແບບ​ທີ່ຄວນຫຼີກໃນ​ການ​ໃຊ້​ເງິນ​​ຢ່າງ​ຄຸ້ມ​ຄ່າ

5 ​ແບບ​ທີ່ຄວນຫຼີກໃນ​ການ​ໃຊ້​ເງິນ​​ຢ່າງ​ຄຸ້ມ​ຄ່າ

ໂດຍ ຄໍາສັບລາວ

ຫຼາຍຄົນ​ມັກ​ຈະ​ຄິດ​ວ່າ ​ເງິນ​ທີ່​​​ເຮົາໄດ້​ມາ​ຈາກ​ນໍ້າ​ເຫື່ອ​ນໍ້າ​ແຮງ​​ນັ້ນ ຄວນ​​ເອົາ​ໄປ​ໃຊ້​ໃນ​ສິ່ງ​ທີ່​ເຮົາ​ຕ້ອງການ​ ​ໃຊ້​ເງິນ​ແບບ​ຄຸ້ມ​ຄ່າ​ກັບ​ການ​ຊອກ​ມາ ຖ້າ​ຄິດ​ແນວ​ນັ້ນ​ກໍ​ບໍ່​ຜິດ ​ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ​ ​ເຊິ່ງພວກເຮົາ ໄດ້​ນຳ​ເອົາ​​ວິທີ​ການ​ຈ່າຍ​ເງິນ​ແບບ​ບໍ່​ຈຳ​ເປັນ​ມາ​ຝາກ​ ​ເພື່ອ​ບໍ່​ຕ້ອງ​ມີ​ໜີ້ ໃນ​ສິ່ງ​ທີ່​ບໍ່​ຈຳ​ເປັນ ​ແລະ ​ຍັງ​ມີ​ເງິນ​ທ້ອນ​ອີກ.

  1. ອຸປະກອນ​ເອ​ເລັກ​ໂຕຼນິກ

ເຖິງ​ວ່າ​ສະ​ໄໝນີ້​ອຸປະກອນ​ເອ​ເລັກ​ໂຕຼນິກຫຼາຍໆຊະນິດ ​ຈະ​ມີ​ຄວາມ​ຈຳ​ເປັນ​ຕໍ່​ຊີວິດ​ປະ​ຈໍາ​ວັນກໍ​ຕາມ ​ແຕ່​ກໍ​ບໍ່​ໄດ້ໝາຍຄວາມວ່າ ທ່ານຈະຕ້ອງໃຊ້ເງິນ ໄປກັບການຊອກຊື້ອຸປະກອນ ລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ.

  1. ເຄື່ອງຕົກແຕ່ງເຮືອນ

ໃຜທີ່ມັກຕົກແຕ່ງ​ເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງ​ຂອງ​ມະ​ຍ໋ອກ​ມະ​ແຍ໋ກ ມາ​ປະດັບ​ເຮືອນ​ນັ້ນ ຂໍ​ບອກ​ເລີຍ​ວ່າ ​ໃຫ້​ຢຸດ ​ເຖິງ​ວ່າ​ເຄື່ອງ​ເຫຼົ່ານັ້ນ ​ຈະ​ຊ່ວຍ​ໃຫ້​ເຮືອນ​ແນມ​ເບິ່ງ​ແລ້ວ ​ງາມ​ຕາ​ຂຶ້ນກໍ​ຕາມ ​ແຕ່​ຖ້າ​ເຮົາ​ຊື້ຫຼາຍ ​ເຮົາ​ກໍ​ເປືອງ​ເງິນຫຼາຍ​ເທົ່າ​ນັ້ນ ລອງ​ຊອກ​ວິ​ທີທີ່​ປະຢັດ​ກວ່າ​ຄື ​ເຟີ​ນີ​ເຈີ້ ບາດ​ດຽວ​ເລີຍ ນອກຈາກ​ຈະ​ປະຢັດ​ເງິນ​ແລ້ວ ກໍ​ຍັງ​ມີ​ຄວາມ​ພູມ​ໃຈ​ກັບ​ສິ່ງ​ນັ້ນ​ອີກ​ດ້ວຍ.

  1. ລົດ

ສຳລັບ​ຄົນ​ຮັກ​ລົດ ​ເມື່ອ​ເຫັນ​ລົດ​ລຸ້ນ​ໃໝ່ໆ ກໍ​ອົດ​ໃຈ​ບໍ່​ໄດ້​ທີ່​ຢາກ​ຊື້​ລົດ​ໃໝ່ ​ແລະ ພະຍາຍາມ​ຊອກ​ຫາຈຸດ​ບົກ​ຜ່ອງ ຫລື ​ຂໍ້​ເສຍ​ຂອງ​ລົດ​ຄັນ​ທີ່​ຂີ່​ຢູ່ ​ເລີຍ​ຢາກ​ບອກ​ວ່າ ​ນັ້ນ​ເປັນ​ຈຸດ​ເລີ່​ມຕົ້ນ​ ຂອງ​ການ​ເປັນ​ໜີ້​ທີ່​ບໍ່​ຮູ້​ຈົບ ແຕ່ຖ້າວ່າທ່ານຕ້ອງການຢາກ ຈະປ່ຽນລົດແທ້ໆ ທ່ານຄວນມີເງິນສົດພຽງພໍ ທີ່ຈະຊື້ຄັນໃໝ່ ໂດຍທີ່ບໍ່ເຮັດໃຫ້ທ່ານ ຕ້ອງເປັນໜີ້ຖ້ວມຫົວ ຫຼື ກ່ອນຈະຊື້ຄັນໃໝ່ ກໍ່ຄວນຂາຍຄັນເກົ່າໃຫ້ໄດ້ກ່ອນ ເພື່ອແບ່ງເບົາຄ່າໃຊ້ຈ່າຍຂອງລົດຄັນໃໝ່ ສິ່ງສຳຄັນທີ່ສຸດຄື ການເລືອກລົດທີ່ເໝາະກັບ ການນຳໃຊ້ເຂົ້າໃນວຽກງານ ໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍອື່ນໆທີ່ຈະຕາມມາ.

  1. ເຄື່ອງນຸ່ງໃໝ່ໆ

ທ່ານ​ບໍ່​ຕ້ອງ​ຮູ້ສຶກ​ຜິດ​ ທີ່​ບໍ່​ໄດ້​ໃຊ້​ຈ່າຍ​ເງິນ​ໄປ​ກັບ​ການ​ຊື້​ເຄື່ອງ​​ໄລ່ນຳ​ກັບ​ແຟຊັນ ທີ່ອອກມາໃໝ່ ເພາະວ່າການຊື້ເຄື່ອງ ເຊັ່ນ: ກະເປົາ ຫຼື ເກີບໃໝ່ໆນັ້ນ ຈະເຮັດໃຫ້ທ່ານຮູ້ສຶກມີຄວາມສຸກ ​ແຕ່​ລອງ​ຄິດ​ໃນ​ທາງ ​ກົງກັນຂ້າມ​ກັນ​ເບິ່ງ​ວ່າ ​ຈຳນວນ​ເງິນ​ທີ່​ເຮົາ​ຊື້​ໄປ​ນັ້ນ​ ມັນ​ຈະ​ບໍ່​ເປັນ​ບັນ​ຫາ​ໃຫ້​ເຮົາ ​ໃນ​ການ​ໃຊ້​ຈ່າຍ​ແນວ​ໃໝ່ອີກບໍ້ ຖ້າວ່າ​ທ່ານ​ສາມາດ ຫຼຸດຄ່າ​ໃຊ້​ຈ່າຍ​ໃນ​ສ່ວນ​ນີ້​ໄດ້​ ທ່ານ​ຈະ​ມີ​ເງິນ​ທ້ອນ​ໄວ້​ຢ່າງ​ແນ່ນອນ.

  1. ​ເຄື່ອງ​ປະດັບ​

ຫຼາຍຄົນ​ເສຍ​ເງິນ​ໄປ​ກັບ​ການ​ຊື້​ເຄື່ອງ​ປະດັບ​ຕົນ​ເອງ​ຈົນ​ເກີນ​ໄປ ​ເພາະ​ມີ​ຄວາມ​ຄິດ​ວ່າ​ ຈະຕ້ອງມີ​ເຄື່ອງ​ປະດັບ​ ເຂົ້າ​ກັບ​ຊຸດ​ເຄື່ອງນຸ່ງ, ເສື້ອ​ຜ້າ​ງາມໆ, ກະ​ເປົາ ​ແລະ ​ເກີບ​ທີ່​ລາ​ຄາ​ແພງ ຂໍ​ເຕືອນ​ໄວ້​ເລີຍ​ວ່າ ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຊື້​ເຄື່ອງ​ປະດັບຫຼາຍ ຈົນ​ເກີນ​ໄປ ​ແຕ່​ຄວນ​ຊື້​ເຄື່ອງ​ປະດັບ ​ທີ່​ສາມາດ​ໃຊ້​ໄດ້​ກັບ​ທຸກ​ໂອກາດ​ ຈະ​ດີກ​ວ່າ ຖ້າ​ປ່ຽນ​ຄວາມ​ຄິດ​ແບບ​ນີ້​ໄດ້ ຮັບຮອງ​ວ່າ​​ເລື່ອງ​ເງິນ ​ຂາດ​ຖົງ ຈະ​ບໍ່​ເປັນບັນຫາ ​ໃຫ້​ກັບ​ການ​ດຳລົງ​ຊີວິດ​ ຂອງ​ທ່ານ.​

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!