Home » 5 ວິທີປ່ຽນບັນຍາກາດ ໃນມື້ເລີ່ມວຽກໃໝ່

5 ວິທີປ່ຽນບັນຍາກາດ ໃນມື້ເລີ່ມວຽກໃໝ່

ໂດຍ ຄໍາສັບລາວ

ເມື່ອຮອດວັນຈັນ​ຍາມໃດ ຫຼາຍຄົນອາດຈະຄິດວ່າ ເປັນມື້ທີ່ໜ້າເບື່ອຫລາຍທີ່ສຸດ ເພາະຍິ່ງຕິດພັນກັບມື້ພັກຜ່ອນ ຍິ່ງເຮັດໃຫ້ວັນຈັນເປັນວັນທີ່ມີ ຄວາມຮູ້ສຶກເມື່ອຍອ່ອນ ເພາະສະນັ້ນ ເຮົາມາຊອກວິທີ ທີ່ຈະເຮັດໃຫ້ວັນຈັນ ເປັນວັນທີ່ບໍ່ໜ້າເບື່ອກັນເນາະ!

  1. ແຕ່ງຕົວໃຫ້ງາມ ແລະ ​ເບິ່ງ​ສົດ​ໃສທີ່ສຸດ.

ບໍ່ຄວນໃຫ້ອາລົມໝົ່ນໝອງ ຕິດມາກັບການແຕ່ງຕົວ ເອົາເຄື່ອງທີ່ເຮົານຸ່ງແລ້ວ ມີຄວາມໝັ້ນໃຈ ມານຸ່ງເພື່ອຊ່ວຍໃຫ້ວັນຕົ້ນອາທິດ ສົດຊື່ນແຈ່ມ​ໃສຂຶ້ນກວ່າເກົ່າ.

  1. ເຮັດໃນສິ່ງທີ່ຕາມໃຈຕົນເອງ.

ເຮົາມາເພີ່ມຄວາມສົດໃສເບີກບານ ດ້ວຍການເຮັດໃນສິ່ງທີ່ເຮົາມັກ ແລະ ກຳນົດໃຫ້ວັນຈັນ ເປັນວັນທີ່​ເຮັດ​ຕາມ​ໃຈ​ຕົນ​ເອງ​ໄດ້ ​ເຊັ່ນ: ຊື້​ຂອງ​ກິນ​ຕາມ​ໃຈ​ປາກ, ຊື້​ເຄື່ອງນຸ່ງ ​ແທນ​ທີ່​ຈະ​ຊື້​ ໃນ​ວັນ​ເສົາ-ວັນອາ​ທິດ ​ທ່ານ​ຕ້ອງ​ຍ້າຍ​ມາ​ຊື້ ​ໃນ​ວັນ​ຈັນ​ຈະ​ດີ​ທີ່​ສຸດ.

  1. ປ່ອຍ​ອາລົມ​ປ່ອຍ​ໃຈ​ໄປ​ກັບ​ສຽງ​ເພງ.

ບົດ​ເພງ​ສາມາດ​ເຮັດ​ໃຫ້​ອາລົມ ​ຂອງ​ເຮົາ​ດີ​ຂຶ້ນ​ມາໄດ້ ລ​ອງ​ເປີດ​ເພງ ​ຫຼື ວິທະຍຸ​ທີ່​ເຮົາມັກຟັງ ​ແລ້ວ​ເຮົາ​ຈະ​ເພີດ​ເພີນ ​ໄປ​ກັບ​ສຽງ​​ເພງ ​ຫຼື ສຽງ​ດີ​ເຈ ທີ່​ຈະ​ພາ​ເຮົາ​ມ່ວນຊື່ນ ​ໄປ​ກັບ​ສຽງ​ເຫຼົ່າ​ນັ້ນ​ ຈົນ​ລືມຄວາມ​ໜ້າ​ເບື່ອ​ໄປ​ໄດ້​ຄື​ກັນ.

  1. ນັດໝູ່​ເພື່ອນມານັ່ງກິນເຂົ້າສວາຍນຳກັນ.

ນອກຈາກທ່ານແລ້ວ ກໍຍັງມີໝູ່ເພື່ອນຂອງທ່ານ ທີ່ຮູ້ສຶກເບື່ອກັບວັນຈັນ ລອງຊວນໝູ່ເພື່ອນຫຼາຍໆຄົນ ທີ່ທ່ານຄິດວ່າລົມແລ້ວມ່ວນດີ ແລະ ຮູ້ສຶກແບບດຽວກັນ ມາຮັບປະທານອາຫານທ່ຽງ ທີ່ກຳລັງຈະມາຮອດນຳກັນດີກວ່າ ເພາະການໂອ້ລົມກັບໝູ່ເພື່ອນ ແບບມີຄວາມສຸກ ຈະເຮັດໃຫ້ຮູ້ສຶກມ່ວນ ແລະ ລືມຄວາມໜ້າເບື່ອນັ້ນໄປ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!