484
ເຄີຍໄດ້ຍິນບໍ່ວ່າ ການທີ່ເຮົາຈະເປັນ ຄົນຮັ່ງມີໄດ້ນັ້ນ ມັນບໍ່ໄດ້ຂຶ້ນກັບວ່າ ເຮົາຈະມີລາຍໄດ້ຫຼາຍ ຫຼື ໜ້ອຍ ແຕ່ມັນຂຶ້ນກັບ ນິດໄສການໃຊ້ຈ່າຍ ເງິນຂອງເຮົາ ແລະ ທ່ານເຄີຍສົງໄສບໍ່ວ່າ: ໃນແຕ່ລະເດືອນ ເຮົາຄືບໍ່ມີເງິນເຫຼືອໃນບັນຊີເລີຍ ? ທັ້ງໆທີ່ເຮົາເຮັດວຽກ ມາກໍຫຼາຍປີແລ້ວ ລອງມາສຳຫຼວດ ຕົນເອງຄືນເບິ່ງວ່າ ເຮົາມີພຶດຕິກຳ ການໃຊ້ເງິນດັ່ງລຸ່ມນີ້ຫຼືບໍ່ ເພາະມັນເປັນສາເຫດ ທີ່ເຮັດໃຫ້ເຮົາບໍ່ມີເງິນເຫຼືອ ໃນບັນຊີ ?
-
ເງິນເດືອນຂຶ້ນກໍຈ່າຍຫຼາຍເທົ່າໆທີ່ໄດ້ມາ.
ເງິນເດືອນຂຶ້ນທຸກປີ ແຕ່ທ່ານເອງກໍມີພຶດຕິກຳ ການໃຊ້ຈ່າຍເງິນຫຼາຍເທົ່າກັບ ຈຳນວນທີ່ໄດ້ມາ ເຮັດແບບນີ້ຈະເຫຼືອເງິນຢູ່ໃສ ມາທ້ອນເນາະ ! ສະນັ້ນ, ພະຍາຍາມບໍລິຫານ ການໃຊ້ຈ່າຍເງິນ ທີ່ໄດ້ມາໃຫ້ສົມດຸນ ກັບຄ່າໃຊ້ຈ່າຍທີ່ຈຳເປັນເທົ່ານັ້ນ.
-
ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ.
ການໃຊ້ຈ່າຍເງິນ ແບບຕາມໃຈໃນມື້ນີ້ ໂດຍບໍ່ສົນວ່າ ມື້ອື່ນຈະກິນຫຍັງ ແລະ ບໍ່ສົນວ່າຕົນເອງ ກໍບໍ່ໄດ້ຮັ່ງມີພໍສ່ຳໃດ ຄົນທີ່ມັກຈ່າຍເງິນ ແບບບໍ່ຄິດບໍ່ຫວ່ງ ວ່າຊີວິດຕໍ່ໜ້າ ຈະເປັນແນວໃດນັ້ນ ທ່ານບໍ່ຄິດແດ່ບໍ່ວ່າ: ພຶດຕິກຳແບບນີ້ ມັນບໍ່ດີຕໍ່ຕົວທ່ານ ແລະ ຄົນອ້ອມຂ້າງ ທ່ານລອງປ່ຽນ ຄວາມຄິດເບິ່ງວ່າ ຖ້າທ່ານສາມາດ ແບ່ງລາຍຮັບພູດໜຶ່ງ ໃຊ້ຈ່າຍ ໃນຊີວິດປະຈໍາວັນ, ອີກພູດໜຶ່ງໃຊ້ຈ່າຍ ໃນເວລາສຸກເສີນ ແລະ ອີກພູດໜຶ່ງທ້ອນໄວ້ ໃນບັນຊີ ເພື່ອໃຊ້ຈ່າຍໃນອະນາຄົດ ທ່ານຈະມີເງິນຫຼາຍປານໃດ.
-
ຮອດຍາມທ້ອນຈຶ່ງຊິທ້ອນດອກ !
ສຳລັບໃຜທີ່ມັກໃຊ້ປະໂຫຍກນີ້ ໃນເວລາທີ່ຈະທ້ອນເງິນ ບອກເລີຍວ່າ ບໍ່ຄວນຄິດແບບນີ້ ເພາະເຮົາເຮັດວຽກຈົນໃຈຊິຂາດ ຫຼື ມີເງິນເດືອນ ຫຼາຍພຽງໃດກໍຕາມ ມັນກໍເປັນເລື່ອງຍາກ ທີ່ຈະຮັ່ງມີ ຄືກັບຄົນອື່ນໄດ້ ໃນເມື່ອເງິນທີ່ຊອກໄດ້ນັ້ນ ເອົາໄປໃຊ້ຈ່າຍຈົນໝົດຕົວ ຕະຫຼອດ ບໍ່ມີເຫຼືອໄວ້ໃຫ້ທ້ອນຈັກກີບ ໃນແຕ່ລະເດືອນ ຖ້າຍັງເຮັດແບບນີ້ອີກຕໍ່ໄປ ບອກໄດ້ເລີຍວ່າ ທຸກຢູ່ແບບນີ້ແຫຼະ.
-
ບໍ່ຈົດລາຍຮັບ-ລາຍຈ່າຍ
ບັນຊີລາຍຮັບ-ລາຍຈ່າຍ ມັນມີຄວາມສຳຄັນຫຼາຍ ຕໍ່ກັບວິຖີຊີວິດການຈ່າຍເງິນ ແລະ ໂອກາດໃນການທ້ອນເງິນ ຂອງເຮົາໃນປັດຈຸບັນ ເພາະຖ້າເຮົາມີ ຄວາມຊັດເຈນ ແຈ່ມແຈ້ງ ໃນການຈ່າຍເງິນ ໃນແຕ່ລະມື້ວ່າ: ເຮົາເອົາເງິນນັ້ນໄປເຮັດຫຍັງແດ່ ? ຈົກຈ່າຍເທົ່າໃດ ? ໄດ້ຮັບເທົ່າໃດ ? ມີຈຳນວນຕົວເລກ ຢ່າງຄັກແນ່ ເຮົາກໍຈະສາມາດ ບໍລິຫານເງິນໄດ້ ແບບມີປະສິດທິພາບ ໂດຍສະເພາະ ເຮົາຈະເຫັນເລື່ອງ ຄວາມຈຳເປັນ ໃນການຈ່າຍເງິນຫຼາຍຂຶ້ນ ແລະ ເຮົາກໍຈະມີພຶດຕິກຳ ການໃຊ້ຈ່າຍເງິນ ແບບສົມເຫດສົມຜົນ ຫຼາຍຂຶ້ນ.
-
ຊື້ທຸກຢ່າງທີ່ຢາກໄດ້ ແຕ່ບໍ່ຄິດຄຳນຶງເຖິງຄວາມຈຳເປັນ ແລະ ຖານະຕົນເອງ.