Home » 4 ເທັກນິກໃນການບໍລິຫານເວລາແບບມີປະສິດທິພາບ

4 ເທັກນິກໃນການບໍລິຫານເວລາແບບມີປະສິດທິພາບ

ໂດຍ ຄໍາສັບລາວ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນຖືວ່າເປັນເລື່ອງໃຫຍ່ ທີ່ສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້.

  1. ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າ​ມີ​ເວ​ລາ​ຈຳກັດ​ກໍ​ຄວນ​ເລືອກ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສຳຄັນ ​ແລະ ​ເກີດ​ປະ​ໂຫຍ​ດຫຼາຍ​ທີ່​ສຸດກ່ອນ ​ແລ້ວ​ຈຶ່​ງ​ໃຊ້​ເວລາ​ໃນ​ສ່ວນ​ເຫຼືອ​ ເອົາ​ໄປ​ຈັດການ​ກັບ​ວຽກ​ອື່ນໆ ຕາມ​ລຳດັບ​ຕໍ່​ໄປ.

  2. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳ​ອິດ​ທີ່​ຕ້ອງ​ເຮັດ​ໃນ​ຕອນ​ເຊົ້າ​ຄື ກວດ​ເບິ່ງ​ຂໍ້ຄວາມ​ຂາ​ເຂົ້າຂາ​ອອກ​ແບບ​ຜ່ານໆ ​ແລະ ​ເບິ່ງ​ສະ​ເພາະ​ລາຍ​ຊື່​ກັບ​ຫົວ​ຂໍ້​ທີ່​ສຳຄັນ ​ແລະ ​ຈັດການ​ກັບ​ວຽກ​ສ່ວນ​ນັ້ນ​ໃຫ້​ຮຽບຮ້ອຍ​ ເປັນ​ອັນ​ດັບ​ທຳ​ອິດ.

  3. ຫຼີກລ້ຽງການນັດພົບ: ຖ້າວ່າ​ບໍ່​ມີ​ປະ​​ເດັນ​ທີ່​ຕ້ອງ​ຊອກ​ຫຼື​ສຳຄັນ​ຫຼາຍ ການ​ປະຕິ​ເສດນັດ​ພົບ​ກໍ​ອາດ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ເວລາ​ ໃນ​ການ​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ​ກວ່າ.

  4. ຮູ້ຂີດຈຳກັດຂອງຕົນເອງ: ການ​ກຳນົດ​ໄລຍະ​ເວລາ​ໃນ​ການ​ເຮັດ​ວຽກ ​ແຍ​ກອອກ​ຈາກ​ເວລາ​ພັກຜ່ອນ​ແບບ​ຊັດ​ເຈນ ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ເພື່ອ​ໃຫ້​ສາມາດ ​ເຮັດ​ວຽກ​ເຕັມທີ​ໄດ້​ໃນ​ເວລາ​ງານ ​ແລະ ​ໄດ້​ຜັກ​ຜ່ອນ​ເຕັມທີ​ເພື່ອ​ຟື້ນ​ຟູ​ພະລັງງານ​ຂຶ້ນ​ອີກ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!