Home » 4 ວິທີການໃຊ້ຈ່າຍ ພາໃຫ້ມີເງິນທ້ອນ

4 ວິທີການໃຊ້ຈ່າຍ ພາໃຫ້ມີເງິນທ້ອນ

ໂດຍ ຄໍາສັບລາວ

ການ​ໃຊ້​ຊີວິດ​ໃນ​ປະຈຸບັນນີ້ ​ອາດ​ເຮັດ​ໃຫ້​ຫຼາຍໆຄົນ ຮູ້​ສຶກວ່າ​ ຊົ່ວ​ຊິທ້ອນ​ເງິນ​ໄດ້​ ມັນ​ບໍ່​ແມ່ນ​ເລື່ອ​ງ່າຍໆ​ ​ເພາະ​ມີ​ສິ່ງ​ກະ​ຕຸ້ນ​ໃຈຫຼາຍຢ່າງ​ ເຮັດ​ໃຫ້​ເຮົາຕ້ອງ​ໃຊ້​ຈ່າຍ​ເງິນ ​ຢູ່​ຕະຫຼອດ​ເວລາ ​​ແຕ່​ມັນ​ກໍ​ຂຶ້ນ​ກັບ ​ການກະທຳ ຂອງ​ທ່ານ​ເອງ​ ທີ່​ບໍ່​ລະມັດລະວັງ​ ໃນ​ການ​​ໃຊ້​ຈ່າຍ ຫຼື ​ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ຈ່າຍ​ເງິນ​ແບບ​ບໍ່​ຄິດ ​ເຊິ່ງຄຳສັບລາວ ກໍ​ໄດ້​ຊອກ​ວິທີ​ຈະ​ຊ່ວຍ​ໃຫ້​ທ່ານ​ ມີ​ເງິນ​ທ້ອນ​​ໄດ້ຫຼາຍຂຶ້ນ ​ຊຶ່ງທ່ານ​ເອງຕ້ອງ​ພະຍາຍາມ ປ່ຽນແປງດັ່ງຕໍ່​ໄປ​ນີ້:

  1. ກຳນົດ​ຈຳນວນ​ເງິນ​ໃນ​ກະ​ເປົາ.

      ເປັນ​ວິທີ​ທີ່​ຈະ​ຊ່ວຍ​​ໃຫ້ ທ່ານ​ຄວບ​ຄຸມ​ການ​ໃຊ້​ເງິນ ​ໃນ​ແຕ່​ລະ​ມື້, ແຕ່ລະ​ອາທິດ ​ແລະ ​ຮູ້ຈັກ​ເລືອກ​ໃຊ້​ຈ່າຍ ​ສະ​ເພາະ​ສິ່ງ​ທີ່​ຈຳ​ເປັນ ຕາ​ມງົບປະມານ​ທີ່​ມີ​ເທົ່ານັ້ນ ​ໂດຍ​ແບ່ງ​ໄວ້​ຈ່າຍ ​​ໃນ​ແຕ່ລະອາທິດ​ ເຊິ່ງອາທິດໜຶ່ງ ​ຕ້ອງ​ຈ່າຍ​ເທົ່າ​ໃດ ​ແລະ ​ຕ້ອງ​ຈ່າຍ​ໃຫ້​ພຽງພໍ​ ພາຍ​ໃນ​ເງິນ ​ທີ່ຢູ່​ໃນ​ກະ​ເປົາ​ ແລະ ​ຫ້າມ​ກົດໃໝ່ອີກ​ເດັດຂາດ ​ຖ້າ​ບໍ່​ຈຳ​ເປັນ​ແທ້ໆ.

  1. ​ແຍກ​ເງິນ​ໄວ້​ໃຊ້​ຈ່າຍ​ໃຫ້​ລະອຽດ.

      ເງິນ​ທີ່​ເຮົາທ້ອນ​ໄດ້​ ຄວນ​ແຍກ​​ໃຫ້​ລະອຽດວ່າ ຈະໃຊ້ຈ່າຍສິ່ງໃດ​ ເພື່ອ​ບໍ່​ໃຫ້​​ປົນ​ກັບ​ເງິນ ​ທີ່​ຈ່າຍແຕ່ລະມື້ ​ໂດຍ​ແນະນຳ​ໃຫ້​ແບ່ງ​ເງິນ ​ອອກ​ເປັນ 2 ສ່ວນ: ສ່ວນ​ທຳ​ອິດ ​ໃຫ້​ແບ່ງ​ໄວ້​ໃນ​ທະນາຄານ ຫຼື ທ້ອນ​ໄວ້​ເປັນ​ກອງ​ທຶນ ​ກັບ​ບ້ານ ອາດ​ເປັນ​ໄລຍະ​ຍາວ ​ແບບ​ມີ​ກຳນົດ ສໍາລັບ​ເງິນ​ສ່ວນ​ທີສອງ ​ໃຫ້​ທ້ອນ​ໄວ້​ເປັນ​ເງິນ​ສໍາຮອງ ​ເພື່ອ​​ໃຊ້​ໃນ​ເວລາ​ສຸກ​ເສີນ ​ເຊິ່ງຄວນ​ມີ​ຢ່າງ​ໜ້ອຍ 6 ​ເທົ່າ​ຂອງ​ຄ່າ​ໃຊ້​ຈ່າຍ ​ໃນ​ແຕ່ລະ​ເດືອນ ​ໂດຍ​ຝາກ​ໄວ້​ໃນ​ບັນຊີ​ ທະນາຄານ ຫຼື ກອງ​ທຶນ​ບ້ານ ​ທີ່​ເປັນ​ໄລ​ຍະ​ສັ້ນ ​ສາມາດ​ຖອນ​ໄດ້​ທຸກ​ເວລາ.

  1. ບໍ່​ຄວນ​ຊື້​ເຄື່ອງ​ຕາມ​ໃຈ​ມັກ.

      ໃນ​ເວລາ​ຊື້​ເຄື່ອງ​ ຢາກ​ໃຫ້​ພິຈາລະນາ​ເຖິງ​ ຄວາມ​ຈຳ​ເປັນຫຼາຍກວ່າ​ ຄວາມ​ຢາກ​ໄດ້, ຢ່າ​ຟ້າວ​ຕັດສິນ​ໃຈ​ ຢາກ​ໃຫ້​ຄິດ​ທົບ​ທວນ​ດີໆສາກ່ອນ​ວ່າ ​ເຮົາ​ມີ​ຄວາມ​ຈຳ​ເປັນ​ ທີ່​ຈະ​ຕ້ອງ​ໃຊ້ແທ້ບໍ່ ຫຼື ​ເປັນ​ຍ້ອນ​ຄວາມ​ຢາກ​ໄດ້​ເທົ່າ​ນັ້ນ ​​ເພາະ​ເຫັນ​ຄົນ​ອື່ນ​ມີ ​ເຮົາ​ກໍ​ຕ້ອງ​ມີຄື​ເຂົາ​ເຈົ້າ ຖ້າ​ບໍ່​ຈຳ​ເປັນ​ແທ້ໆກໍ​ບໍ່​ຄວນ​ທີ່​ຈະ​ຊື້.

  1. ສັງ​ສັນ​ແບບ​ພໍດີ​ງາມ.

      ການ​ຊຸມ​ແຊວ​ສັງ​ສັນ​ກິນ​ເຂົ້າ ​ຢູ່​ຕາມ​ຮ້ານ​ອາຫານ ທີ່ຫຼູຫຼາຕະຫຼອດ ​ໂດຍ​ສະ​ເພາະ​ອາຫານ​​ຄາບແລງ ​ແລະ ວັນ​ພັກຜ່ອນທີ່​ເຮັດ​ໃຫ້​ທ່ານ ຕ້ອງ​ຈ່າຍ​ເງິນຫຼາຍກວ່າ ​ກິນ​ເຂົ້າ​ປົກກະຕິ ຖ້າ​ທ່ານ​ສາມາດຫຼຸດການ​ໃຊ້​ຈ່າຍ​ ໃນ​ຈຸດ​ນີ້​ລົງ​ໄດ້ ຫຼື ປ່ຽນ​ມາເປັນ ​​ແຕ່ງອາຫານກິນ​ເອງ ​ຢູ່​ເຮືອນ ກໍ​ຈະ​ຊ່ວຍ​ປະ​ຢັດ​ເງິນ ​ໄປ​ໄດ້ຫຼາຍ ອີກ​ຢ່າງ​ໜຶ່ງ ທ່ານ​ກໍ​ຈະ​ໄດ້​ພັດທະນາ​ ສີ​ມື​ການ​ແຕ່ງອາຫານ ​ແລະ ມີ​ເວລາ​ຢູ່ ກັບ​ຄອບຄົວຫຼາຍຂຶ້ນ.

          ຖ້າ​ທ່ານ​ສາມາ​ດປ່ຽນ​ແປງ​ ພຶດຕິ​ກຳ​ຕາມ​ນີ້​ໄດ້ ​ຮັບຮອງ​ວ່າ ​ທ່ານ​ຈະ​ມີ​ເງິນ​ທ້ອນ ​ໃນ​ບັນຊີ​ທຸກ​ເດືອນ​ຢ່າງ​ແນ່ນອນ ​ໃນ​ໄລຍະທຳ​ອິດ ​ທ່ານ​ອາດ​ຈະ​ຮູ້ສຶກ​ວ່າ​ມັນ​ລຳບາກ ​ແລະ​ ທໍລະມານ ​ແຕ່​ຖ້າ​ໄດ້​ເຮັດ​ໄປ​​ເລື້ອຍໆ ​ສະໝໍ່າສະ​ເໝີ ກໍ​ຈະ​ລຶ້ງ​ໄປ​ເອງ​ຈົນ​ກາຍ​ເປັນ ນິດ​ໄສ​ຕິດ​ຕົວ​ທີ່​ດີ ຄື​ມີ​ນິດ​ໄສ​ໃນ​ ການ​ທ້ອນ​ເງິນ ​ແລະ ​ການ​​ໃຊ້​ຈ່າຍ​ເງິນ​ແບບ​ຄຸ້ມ​ຄ່າ ​ນອກຈາກ​ນີ້​ ຍັງ​ມີ​ເງິນ​ທ້ອນ​ຢູ່​ໃນ​ບັນຊີ ​ເພີ່ມ​ຂຶ້ນ​ເລື້ອຍໆ​ ເພື່ອເປົ້າໝາຍສຳຄັນ​ໃນ​ຊີວິດ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!