Home » ເຫດຜົນເຫຼົ່ານີ້ ທີ່ເຮັດໃຫ້ທ່ານ ຮູ້ສຶກວ່າ ບໍ່ມີເງິນ ໃຫ້ທ້ອນ ຮູ້ແລ້ວ ຫຼີ້ກລ້ຽງດ່ວນ!

ເຫດຜົນເຫຼົ່ານີ້ ທີ່ເຮັດໃຫ້ທ່ານ ຮູ້ສຶກວ່າ ບໍ່ມີເງິນ ໃຫ້ທ້ອນ ຮູ້ແລ້ວ ຫຼີ້ກລ້ຽງດ່ວນ!

ໂດຍ ຄໍາສັບລາວ

ຫຼາຍ​ຄົນ​ ມັກ​ຖາມ​ກັບ​ຕົວ​ເອງ​ວ່າ ​ເປັນ​ຫຍັງ ​ບໍ່​ຮັ່ງ​ຄື ຄົນ​ອື່ນ​ຈັກ​ເທື່ອ ​ໃນ​ເມື່ອ ​ລາຍ​ໄດ້ ​ທີ່​ເຂົ້າ​ມາ​ ກໍ​ສາ​ມາດ​ທ້ອນ​ໄດ້​ ຄື​ກັນ ​ແຕ່​ຄວາມເປັນຈິງ​ແລ້ວ ​​​ເງິນ ​ມັກ​ບໍ່​ມີ​ໃຫ້​ທ້ອນ ຈັກກີ​ບ ຊໍ້າ​ບໍ່​ໜໍາ​ ບາງ​ເດືອນ​ ຮອດ​ບໍ່​ມີ​ເງິນ​​ ໃຫ້ຈ່າຍ​ຊ້ຳ. ​ແຕ່​ບໍ່​ຕ້ອງ​ຄິດ​ຫຼາຍ ​ເພາະ​ບັນຫາ​ເຫຼົ່າ​ນີ້​ ມີ​ທາງ​ແກ້​ສະ​ເໝີ ​ແລະ​ ຄຳສັບລາວ ໄດ້​ຊອກຫາ ​ເຫດຜົນ​ເຫຼົ່າ​ນັ້ນ​ ມາ​ໃຫ້​ທ່ານ ​ຜູ້​ອ່ານ ​ໄດ້​ຮູ້ຈັກ ​ແລະ ຫຼີ້ກລ້ຽງ ​ພຶດຕິ​ກຳ​ຕ່າງໆ​ນັ້ນ ​ເບິ່ງ​ແລ້ວ​ ທ່ານ​ກໍ​ຈະ​ ມີ​ເງິນ​ທ້ອນ​ໄວ້​ ໃນ​ອະນາຄົດ ​ຈົນ​ກາຍ​ເປັນ ​ຄົນ​ຮັ່ງ ມີ​ໄດ້​ໃນ​ທີ່​ສຸດ.

  1. ເລີ່​ມຕົ້ນ​ການ​ທ້ອນ​ເງິນ​ຊ້າ.

ບໍ່​ຄວນ​ປ່ອຍ​​ໃຊ້ຈ່າຍ​ເງິນ ​ໂດຍ​ບໍ່​ຄິດ​ທ້ອນ​ເງິນ ​ດົນ​ຈົນ​ເກີນ​ໄປ ທັ້ງທີ່ ​ທ່ານ​ກໍ​ສາມາດ ​ທ້ອນ​​ເງິນໄດ້ ​ຕັ້ງ​ແຕ່​ຕອນ​ເລີ່​ມ ​ເຮັດ​ວຽກ​ໃໝ່ ​ເຖິງ​ວ່າ ​ທ່ານຈະ​ທ້ອນ ​ບໍ່​ຫຼາຍ​ ​ແຕ່​ທ່ານ ກໍ​ຕ້ອງ​ມີ​ສ່ວນ ​ທີ່​ທ້ອນ​ໄວ້​ແດ່​ກໍ​ດີ ​ເພາະ​ອະນາຄົດ​ ຈະ​ເກີດ​ຫຍັງ​ຂຶ້ນ ​ກັບ​ຊີວິດ​ເຮົາ ​ແບບ​ໃດ​ ກໍຍັງ​ບໍ່​ຮູ້ ​​ແລ້ວ​ເຮົາ​ກໍ​ບໍ່​ຮູ້​ວ່າ ​ຈະ​ມີ​ໃຜ​ສາມາດ​ ຊ່ວຍ​ເຮົາ​ໄດ້​ຫຼື​ບໍ່.

  1. ບໍ່​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ.

ຫຼາຍ​ຄົນ ​ມັກ​ພົບ​ກັບ ​ບັນຫາ ຂາດ​ເຂີນ ​ເງິນ​ຄຳ​ ໃຊ້​ຈ່າຍ ​ໃນ​ແຕ່​ລະ​ວັນ ​ໄດ້​ເງິນ​ຫຼາຍ​ເທົ່າ​ໃດ​ ກໍ​ຍັງບໍ່​ພໍ  ມະນຸດ​ເງິນ​ເດືອນ ​ບາງ​ຄົນ ​ໄດ້​ຮັບ​ເງິນ​ເດືອນ ​ຕົ້ນ​ເດືອນ ຜ່ານ​ໄປ​ບໍ່​ຮອດ​ເດືອນ ກໍ​ເກືອບ​ຈະ ​ບໍ່​ມີ​ເງິນ​ຈ່າຍ​ແລ້ວ ສິ່ງ​ເຫຼົ່າ​ນັ້ນ ​ກໍ​ຍ້ອນ ​ທ່ານ​ບໍ່​ມີ​ການ​ຄວບ​ຄຸມ ​ຄ່າ​ໃຊ້​ຈ່າຍ ​ເຊິ່ງວິທີ​ແກ້​ບັນຫາ ​ກໍ​ບໍ່​ຍາກ ພຽງ​ແຕ່​ທ່ານ ​ເລີ່​ມຈັດ​ລາຍ​ຮັບ-ລາຍ​ຈ່າຍ​ ເທົ່າ​ນັ້ນ ທ່ານ​ກໍ​ຈະ ​ສາມາດ​ຄວບ​ຄຸມ ​ຄ່າ​ໃຊ້​ຈ່າຍ​ ໄດ້​ດີ​ຂຶ້ນ.

  1. ເອົາ​ແຕ່​ເວົ້າ​ບໍ່​ຍອມ​ປະຕິບັດ

ບາງ​ຄົນ​ອາດ​ຈະ​ຕັ້ງ​ໃຈ ​ກັບ​ການ​ທ້ອນ​ເງິນ ​ແລະ ​ເວົ້າ​ກັບຕົນ​ເອງ ​ຢູ່​ຕະຫຼອດ​ວ່າ​ ຈະ​ທ້ອນ​ເງິນ​ ໃຫ້​ໄດ້ ຈະ​ປະ​ຫຍັດ ​ໃຫ້​ຫຼາຍ​ຂຶ້ນ ​ແຕ່​ຄວາມ​ເປັນ​ຈິງ​ ບໍ່​ເຮັດ, ບໍ່​ປະຕິບັດ​ ຈັກ​ເທື່ອ ​ແລະ ​ມັນ​ກໍ​ເປັນ ​ເຫດຜົນ​ໜຶ່ງ ​ທີ່​ເຮັດ​ໃຫ້​ທ່ານ ​ບໍ່​ມີ​ເງິນ​ທ້ອນ ຫຼື ຮັ່ງມີ ​ຂຶ້ນ​ມາ​ໄດ້ ​ເພາະ​ຄຳ​ເວົ້າ ​ບໍ່​ສາມາດ​ໃຫ້​ ສິ່ງ​ເຫຼົ່າ​ນັ້ນ​​ໄດ້ ຕ້ອງ​ລົງມື ​ປະຕິບັດ​ພ້ອມ ​ຈຶ່ງ​ຈະ​ເຫັນ​ຜົນ.

  1. ບໍ່​ມີ​ຄວາມ​ອົດທົນ.

ທຸກ​ຄົນ ​ລ້ວນ​ແຕ່​ມີ​ສິ່ງ ​ທີ່​ຍາກ​ທີ່​ຈະ ​ເຮັດ​ໄດ້ ຫຼື ຍາກ​ທີ່​ຈະ​ເຮັດ ​ພ້ອມ​ກັນ ​ທັງໝົດ ​ແຕ່​ຢູ່​ທີ່​ວ່າ ​ເຮົາ​ຈະ​ສາມາດ​ ອົດ​ໃຈ​ໄວ້​ ໄດ້​ຫຼາຍ​ພຽງ​ໃດ ຖ້າວ່າ​ທ່ານ​ ຄົນ​ໃຈ​ອ່ອນ ກໍ​ບອກ​ໄດ້​ເລີຍ​ວ່າ ​ທ່ານ​ຕ້ອງ​ເສີຍ​ເງິນ​ ຈຳນວນ​ຫຼາຍ​ ກັບ​ສິ່ງ​ທີ່​ຢາກ​ໄດ້ ​ຢ່າງ​ແນ່ນອນ ​ແລະ ​ນັ້ນ​ກໍ​ຄື ​ຕົວການ ​ທີ່​ທຳຮ້າຍ ​ອະນາຄົດ​ ຄວາມ​ຮັ່ງມີ ​ຂອງ​ທ່ານ​ເອງ ​ເຮັດ​ໃຈ​ແຂງ​ ໃຫ້​ຫຼາຍ​ທີ່​ສຸດ ​ແລ້ວ​ຈະ​ຮູ້​ວ່າ ​ທ່ານ​ຈະ​ທ້ອນ​ເງິນ ​ໄດ້​ຫຼາຍ​ຂຶ້ນ​ແນ່ນອນ.

  1. ການ​ເປັນ​ໜີ້

ການ​ເປັນ​ໜີ້ ຄື ​ອຸປະສັກ ​ທີ່​ຂັດຂວາງ​ ຄວາມ​ຈະ​ເລີ​ນ ຮັ່ງ​ມີ ​ທີ່​ສຸດ ​ເພາະວ່າ​ ການ​ເປັນ​ໜີ້​ ກໍ​ແປ​ວ່າ​ ທ່ານ​ຕ້ອງ​ເອົາ​ເງິນ ​ໃນ​ສ່ວນ​ທີ່​ ສາມາດ​ທ້ອນ​ໄດ້ ​ໄປ​​ໃຊ້​ໜີ້ ​ໂດຍ​ສ່ວນ​ຫຼາຍ​ແລ້ວ​ ໜີ້ ​ທີ່​ເກີດ​ຂຶ້ນ ​ກໍ​ມາ​ຈາກ​ ການ​ຢືມ​ເງິນ ດັ່ງ​ນັ້ນ ​ຖ້າ​ທ່ານ​ຢາກ​ ຈະ​ຮັ່ງມີ​ ກໍ​ຕ້ອງ​ຫຼີ້ກລ້ຽງ ການ​ສ້າງ​ໜີ້ ​ໂດຍ​ບໍ່​ຈຳ​ເປັນ ​ຈະ​ດີ​ທີ່​ສຸດ ​ເພື່ອ ​ອະນາຄົດ​ ທີ່​ດີກ​ວ່າ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!