Home » ເສືອເຊື່ອງເລັບ

ເສືອເຊື່ອງເລັບ

ໂດຍ ຄໍາສັບລາວ

ເສືອແມ່ນສັດທີ່ມີເລັບ ເປັນອາວຸດໃນການລ່າເນື້ອ, ຈັດການກັບອາຫານ ແລະ ເຫຍື່ອທີ່ມັນຫາມາໄດ້, ເຮົາແນມເຫັນເລັບຂອງມັນ ຄືຈະບໍ່ມີອັນຕະລາຍໃດໆ ແຕ່ພໍເຖິງເວລາມັນລ່າເນື້ອແລ້ວ ແມ່ນເປັນອາວຸດທີ່ອັນຕະລາຍທີ່ສຸດ.

ຄຳໂຕງໂຕຍນີ້ ແມ່ນປຽບກັບຄົນທີ່ມີຄວາມຜິດ, ໃຈເປັນນັກເລງ, ແຕ່ວາງຕົວແບບຄົນທົ່ວໄປ ໂດຍທີ່ເຮົາບໍ່ສາມາດເບິ່ງອອກໄດ້ໂດຍງ່າຍ ແຕ່ພໍເວລາເຮົາເຜີ ມັນກໍຈະສະແດງອາການນັ້ນອອກມາ ແລະ ສາມາດທຳລາຍເຮົາໄດ້ງ່າຍ.

(ທອງມີ, 2007:169)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!