Home » ເລື່ອງຂອງຄຳ: ໂມຍ-ມວຍ ໃນພາສາລາວ

ເລື່ອງຂອງຄຳ: ໂມຍ-ມວຍ ໃນພາສາລາວ

ໂດຍ ຄໍາສັບລາວ

ທຸກມື້ນີ້ເຄີຍພົບການໃຊ້ຄຳວ່າ ມວຍ ຫຼາຍກວ່າການໃຊ້ຄຳວ່າ ໂມຍ ແຖມຍັງມີຜູ້ວ່າ ຫາກເວົ້າ ໂມຍ ປະກົດວ່າ ມີຄວາມຮູ້ສຶກຢ່າງບູຮານເກົ່າແກ່ ຕິດຕາມມາກັບຄວາມໝາຍຂອງຄຳນີ້.

ຕາມວິທີການສຶກສາປະຫວັດຂອງຄຳ (Etymology) ນັ້ນ ນອກຈາກຄວາມປະສົງ ໃຫ້ຮູ້ທີ່ມາຂອງຄຳແລ້ວ ກໍຍັງມຸ່ງສູ່ ວັດທະນາທຳຕົວທີ່ກຳນົດ ຄືນສູ່ພາສາ ຄືນສູ່ຄວາມໝາຍຂອງຄຳນັ້ນໆນຳ. ສະນັ້ນ, ຄຳວ່າ ໂມຍ, ມວຍ ອາດເປັນປະກົດການ ຂອງການຜັນຜ້ຽນສຽງໃນຄຳ.

ຕາມການສຶກສາເບື້ອງຕົ້ນຕໍ່ກັບຄຳວ່າ ໂມຍ ນີ້ ໄດ້ພົບເຫັນຢູ່ໃນພາສາ ລື້ ເຊິ່ງກໍແມ່ນ ສາຂາພາສາໜຶ່ງ ໃນຕະກູນ ລາວ-ໄຕ. ໂມຍ ໃນພາສາ ລື້ ເປັນຄຳນາມ ໝາຍເຖິງ ຜ້າຍາວທີ່ເອົາມາລັງ ແລ້ວຄຽນອ້ອມຫົວ ໃຫ້ສະເພາະຜູ້ຊາຍ ທີ່ເປັນຜູ້ຂຶ້ນສູ້ກັນ ໃນຍາມເຮັດບຸນບັ້ງໄຟ, ລື້ ຮຽກການຕໍ່ສູ່ນັ້ນວ່າ ຕີໂມຍ. ອັນເປັນອາການ ບຸກເຂົ້າຕົບຫົວຄູ່ຕໍ່ສູ້ ທີ່ມີໂມຍຄຽນ ເພື່ອປັດໃຫ້ໂມຍທີ່ຄຽນຫົວນັ້ນຕົກ, ໄຊຊະນະຢູ່ທີ່ ເຮັດໃຫ້ໂມຍນັ້ນຕົກໄດ້.

ຄຳວ່າ ຕີ ໃນນີ້ ເປັນລີລາທາງສິລະປະ ເພື່ອປັດໂມຍຂອງຄູ່ຕໍ່ສູ້ໃຫ້ຕົກ ແລະ ປ້ອງກັນໂມຍຂອງຕົນໃຫ້ຢູ່, ຕີໂມຍ ໃນແຕ່ຕົ້ນໆພຸ້ນ ບໍ່ແມ່ນການປະຫັດປະຫານກັນດ້ວຍສອກ, ຕີນ ຫຼື ເຂົ່າ ທີ່ຫວັງຍ້າຍຄາງກະໄຕ ຫຼື ຟາດກ້ານຄໍຂອງກັນແລະກັນ ດັ່ງມວຍໃນປະຈຸບັນ. ຕີໂມຍບໍ່ສູ່ເຈັບຫຼາຍ ແຕ່ການເສຍໂມຍແບບຊາວລື້ ເປັນການສູນເສຍ ໝູ ຫຼື ຄວາຍ ຕາມທີ່ລົງກັນໄວ້ເຊັ່ນກັນ. ສະນັ້ນ, ການຕີໂມຍຈິ່ງກ່ຽວກັບ ຄວາມເກັ່ງ ແລະ ສັກສີ, ເກີດໄດ້ກໍຫຼາຍເກີດເສຍກໍຫຼາຍ ເຊິ່ງປີໜຶ່ງໄດ້ຈັດພຽງຄັ້ງດຽວ ກໍພໍດີພໍຄວນ ເພາະຕ້ອງຄຳນຶງເຖິງຈຳນວນ ໝູ ຫຼື ຄວາຍ ທີ່ຈະຕ້ອງເສຍໄປນຳກັບການເສຍໂມຍ ບໍ່ແມ່ນຂອງຝ່າຍໃດກໍຝ່າຍໜຶ່ງ.

ໃນພາສາລາວຖິ່ນຫຼວງພະບາງໄດ້ພົບຄຳວ່າ ໂມຍ ທີ່ໃຊ້ເປັນຊື່ເຊັ່ນ: ໂມຍລາຍ, ໝໍ້ໂມຍ ແລະ ໄຫໂມຍໜຶ້ງເຂົ້າ. ພ້ອມນັ້ນກໍພົບຄຳວ່າ ມວຍ ແຕ່ມີພຽງຄຳດຽວຄື ມວຍຜົມ ເທົ່ານັ້ນ.

ຄຳວ່າ ໂມຍລາຍ ເປັນຄວາມໝາຍປະສົມຈາກຄວາມວ່າ ຕີໂມຍຂອງລື້ ກັບ ລາຍ ເຊິ່ງເປັນຄຳລາວ. ຄຳວ່າ ລາຍ ໃນພາສາລາວເປັນ ຄຳຄຸນສັບ ຕົວຢ່າງ: ເສື້ອລາຍ, ໜ້າລາຍ, ແມວລາຍ… ລາຍໃນນີ້ ເປັນຄຳບອກລັກສະນະ ທີ່ປົນເປ ຂອງຮອຍທີ່ບໍ່ແມ່ນສີດຽວ ຢູ່ກັບໜ້າຜິວຂອງສິ່ງໃດໜຶ່ງ. ສ່ວນຄຳວ່າ ລາຍ ໃນຄຳວ່າ ໂມຍລາຍ ອ່າວມີຄວາມທີ່ຍາວເລັກໜ້ອຍຄື: ເປັນອາການເຂົ້າຕໍ່ສູ້ ດ້ວຍວິທີເຮັດໃຫ້ຄູ່ຕໍ່ສູ້ລາຍຕານັ້ນເອງ. ບາງຄັ້ງກໍໃຊ້ຄຳວ່າ ຕີລາຍ ຄືເປັນການຟ້ອນເຕັ້ນ ແລະ ຫຼົບຕົວ, ໃນການຟ້ອນມີທັງ ຕົບແຄ່ງແຊ່ງຂາຕົບມືທາງໜ້າທາງຫຼັງ ເພື່ອໃຫ້ຄູ່ຕໍ່ສູ້ລາຍຕາ ຄືມີແຕ່ແນວຕ້ອງລະວັງໄປໝົດ ເພາະບໍ່ຈັກມືຈັກຕີນ ອັນໃດກໍຄືວ່າຊິເຂົ້າມາ ຫາຕົວໄປທຸກເມື່ອ, ເບິ່ງອັນໃດບໍ່ເປັນອັນນັ້ນ. ສະນັ້ນ, ໂມຍລາຍ ບໍ່ໝາຍວ່າ ຜ້າທີ່ເອົາມາເຮັດໂມຍຄຽນຫົວນັ້ນລາຍ ແຕ່ໝາຍເຖິງ ແບບເຂົ້າຕີໂມຍ ທີ່ເຮັດໃຫ້ຄູ່ຕໍ່ສູ້ ລາຍຕາ ນັ້ນເອງ. ແຕ່ເຖິງຢ່າງໃດ ຄຳວ່າ ລາຍ ໃນຜ້າ ແລະ ລາຍທີ່ເກີດກັບຕານັ້ນ ກໍມີຄວາມກ່ຽວຂ້ອງທາງຄວາມໝາຍ ພື້ນຖານດຽວກັນ ເຊິ່ງໝາຍເຖິງ ສິ່ງສັບປົນຄົນໄຂ່ວກັນ.

ກ່ຽວກັບຄຳວ່າ ໝໍ້ໂມຍ ແມ່ນໝໍ້ໜຶ່ງຊະນິດໜຶ່ງ ທີ່ຫຼໍ່ດ້ວຍທອງເຫຼືອງ, ທາງປາກເຮັດເປັນໃບອ້ອມ ໄວ້ສຳລັບໃສ່ນ້ຳໃນເວລາໜຶ້ງ. ຄຳວ່າ ໝໍ້ໂມຍ ເປັນຊື່ທີ່ໄດ້ຈາກ ຊື່ຂອງຜ້າທີ່ເຮັດເປັນໂຄ້ງ ໄວ້ສຳລັບຢອງປາກໝໍ້ໜຶ້ງ ແລະ ໃຫ້ກົ້ນຫວດໄຫຊຸບໃສ່ໃນເວລາໜຶ້ງ ເພື່ອກັນອາຍຮ້ອນຈາກໝໍ້ໜຶ້ງບໍ່ໃຫ້ຜີ່ວເສຍ. ຜ້າໂຄ້ງອັນນັ້ນເອີ້ນວ່າ ໂມຍ ເຊິ່ງກໍເປັນວົງເຊັ່ນດຽວກັບ ຜ້າທີ່ເອົາມາຮຳໆ ແລ້ວຄຽນອ້ອມຫົວໃຫ້ເປັນໂມຍເພື່ອຕີ. ສະນັ້ນ, ຄວາມໝາຍຂອງຄຳວ່າ ໂມຍ ຢູ່ໃນຄຳໃດໆຈຶ່ງວຽນໆ ຢູ່ໃນວົງຂອງຄວາມໝາຍທີ່ວ່າ: ຜ້າທີ່ຮຳເຂົ້າກັນ ແລ້ວຄຽນໂຄ້ງ, ໂມຍທີ່ຄຽນອ້ອມຫົວເພື່ອໃຫ້ຕີ ແລະ ໂມຍໝໍ້ໜຶ້ງ ໄດ້ມີຄວາມສຳພັນດ້ານລັກສະນະ ແລະ ຄວາມໝາຍ ແຕ່ທາງດ້ານພາລະກຳເທົ່ານັ້ນ, ມັນເປັນຄຳທີ່ມີຄ່າ ທາງວັດທະນະທຳເດີມຂອງລາວ.

ຄຳວ່າ ມວຍຜົມ ກໍໝາຍເຖິງ ຜົມທີ່ເອົາມ້ວນກ້ຽວເຂົ້າກັນຢູ່ຫົວ. ເລື່ອງມວຍຜົມນີ້ ກໍເຄີຍຍິນການເລົ່າມາວ່າ ເປັນຂອດກ້ຽວຄຸມຂວັນ ໃຫ້ຢູ່ກັບເນື້ອກັບຕົວ ດັ່ງນັ້ນ ໄທດຳ, ໄທແດງ ຈິ່ງເຮັດຢອງໄວ້ຈອມຂວັນ, ຄົນລາວກໍມີການຈົ່ງຜົມຍາວ ແລ້ວກ້ຽວມ້ວນເຂົ້າກັນ ເອີ້ນວ່າ ປັ້ນເກົ້າ ເຊິ່ງກໍກ່ຽວກັບຂວັນເຊັ່ນກັນ.

ໂມຍ ເປັນຊື່ຂອງຜ້າ ທີ່ຮຳແລ້ວຄຽນຫົວ, ໃນນັ້ນໄດ້ໃຫ້ຄວາມໝາຍເຖິງ ການເຕົ້າຕອມຂວັນໄວ້ ໃຫ້ຂວັນຄຸ້ມຄອງ. ຕີໂມຍ ແມ່ນການສູ້ເພື່ອແພ້ອັນໝາຍເຖິງໄດ້ ສັກສີ ແລະ ຄວາມເກັ່ງ. ດັ່ງນັ້ນ, ໃນປະຈຸບັນ ກ່ອນຈະຂຶ້ນ ຕີໂມຍລາຍລາວ ຫຼື ຊົກມວຍ ກໍມີການໄຫວ້ຄູ ແລະ ສູດໂມຍ. ເຖິງວ່າໃນສະໄໝນີ້ ຫຼາຍຄົນບໍ່ຮູ້ວ່າ ໂມຍ ແມ່ນຜ້າຮຳກັນຄຽນຫົວເປັນໂຄ້ງ, ເຂົ້າໃຈວ່າ ແມ່ນການຕີກັນໄປແລ້ວ ແຕ່ລັກສະນະຂອງ ໂມຍ-ມວຍ, ຄູ ແລະ ຄາຍ ກ່ອນຂຶ້ນຕີແຕ່ລະເທື່ອ ກໍຍັງມີແນວເຮັດຕາມຮີດເດີມ ທັງຍັງຄ້ອງໃສ່ຫົວຕາມແບບ ໂມຍ.

ການໃຊ້ຄຳວ່າ ຊົກໂມຍ ແທນຕີໂມຍນັ້ນ ກໍເປັນອາການປ່ຽນແທນອາການ ຄື: ຊົກ ໄດ້ເນັ່ນການໃຊ້ກຳປັ້ນຊັດ, ຕີ ໄດ້ເນັ່ນການໃຊ້ມືຟາດ ຕົບ ເປັນສຳຄັນ ແຕ່ກ່ອນໆ ພາສາລາວ ບໍ່ໃຊ້ຄຳວ່າ: ຊົກມວຍ ມີແຕ່ ຕີໂມຍ, ມາດຽວນີ້ ກໍໃຊ້ຄຳວ່າ ຊົກມວຍ, ຕີມວຍ ທັງສອງຄຳ. ແຕ່ຜູ້ສຶກສາເອງເຫັນວ່າ ຄຳວ່າ ຊົກມວຍ ຄວນໃຊ້ກັບ ມວຍ ຊະນິດທີ່ໃຊ້ກຳປັ້ນຕໍ່ກັນເທົ່ານັ້ນ, ຄຳວ່າ ຕີມວຍ ຫຼື ຕີໂມຍ ຄວນໃຊ້ກັບຊະນິດ ໂມຍ-ມວຍ ທີ່ໃຊ້ທັງຕີນທັງກຳປັ້ນ ຫຼື ຝ່າມື ໝາຍວ່າ ຊົກມວຍ ບໍ່ແມ່ນແນວດຽວກັບ ຕີໂມຍ-ມວຍ.

ຄຳວ່າ ໂມຍ /mo:j/ ແລະ ມວຍ /muoj/ ເປັນການຜັນຜ້ຽນຂອງສຽງໃນຄຳ ໂດຍຫຼຸດໜ່ວຍສຽງສະຫຼະ /u/ ພຽງຕົວດຽວ ເຊິ່ງກໍເປັນປະກົດການ ທີ່ພົບຫຼາຍ ໃນການປ່ຽນສະຫຼະ ລະຫວ່າງ ພາສາຖິ່ນຂອງລາວ. ຄຳວ່າ ໂມຍ-ມວຍ ຈຶ່ງຖືວ່າ ເປັນຄຳທີ່ມາຈາກ ຮາກຄຳດຽວ ແລະ ຮ່ວມປະຫວັດດຽວກັນ.

ຮັກພາສາຂອງເຮົາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!