Home » ເງິນ​ເດືອນ​ທຳ​ອິດ ຈະ​ແບ່ງ​ໃຊ້​ແບບ​ໃດ?

ເງິນ​ເດືອນ​ທຳ​ອິດ ຈະ​ແບ່ງ​ໃຊ້​ແບບ​ໃດ?

ໂດຍ ຄໍາສັບລາວ

ຮູ້​ແບ່ງ​ເກັບ​ໄວ້ຢ່າ​ເອົາ​ແຕ່​ຮູ້​ໃຊ້: ​​ໄດ້​ເງິນ​ເດືອ​ນ​ເດືອນ​​ທຳ​ອິດ​ ສິ່ງ​ທີ່​ຄວນ​​ເຮັດ​ແມ່ນ ​ແບ່ງ​ເງິນ​ສຳລັບ​​ເກັບ​ໄວ້ ​​ເພາະ​ຄົນ​ສ່ວນ​ຫຼາຍ​ມັກ​ລືມ​ຄິດ​ເຖິງ​ຈຸດ​ນີ້ ​ແລະ ມັກ​ວາງ​ແຜນ ​ໂດຍ​ການ​​ເອົາ​ໄປຈ່າຍຫຼິ້ນ ​ເປັນອັນ​ດັບ​ຕົ້ນໆ ການເກັບ​​ເງິນ​ໄວ້ຄວນ​ເຮັດ​ໃຫ້​ເປັນນິ​ໄສ ​ຝຶກ​ເອົາ​ໄວ້​ຕັ້ງ​ແຕ່ ​ເງິນ​ເດືອນ​ເດືອນ​ທຳ​ອິດ ​ເພື່ອໄດ້​ເງິນ​ເດືອນ​​ເດືອນຕໍ່​ໄປ ​ຈະ​ເປັນ​ແຮງ​ຈູງ​ໃຈ ​ໃນ​ການ​​ເກັບ​ເງິນ​ໄວ້​ອີກ.

ຕອບ​ແທນ​ບຸນຄຸນ​ພໍ່​ແມ່: ການນຶກ​ເຖິງ​ຜູ້ທີ່​ມີ ​ພະຄຸນ ​​ແມ່ນ​ເປັ​ນສິ່ງ​ທີ່​ດີ ​ຂອງ​​ຄົນ​ເປັນລູກ. ການ​ທົດ​ແທນ​ບຸນຄຸ​ນ ດ້ວຍ​ກຳລັງ​ຊັບ​ທີ່​ຫາ​ໄດ້ ​ເປັນ​ຄັ້ງ​ທຳ​ອິດ ​ເປັນ​ອີກ​ໜຶ່ງ​ທາງ​ທີ່​ຈະ​ຮູ້ຈັກ​ ຄວາມ​ຮັບຜິດຊອບ ​ເຖິງ​ແມ່ນ​ວ່າ​ພໍ່​ແມ່​ ຈະ​ບໍ່​ຢາກ​ໄດ້​ເງິນ​ລູກ ​ແຕ່​ກໍ​ຄວນ​ໃຫ້​ໄປ​ຕາມ​ໜ້າ​ທີ່ ເພື່ອ​ໃຫ້​ພໍ່​ແມ່​ມີ​ລາຍ​ໄດ້​ສຳລັບ​ໃຊ້​ຈ່າຍ​ ​ແລະ ສຸດ​ທ້າຍ​ແລ້ວ​ພໍ່​ແມ່ ຈະ​ເກັບ​ເງິ​ນສ່ວນ​ນີ້​ໄວ້​ໃຫ້​​​ເຮົາ​ຄື​ເກົ່າ.

ໃຫ້​ລາງວັນ​ຕົວ​ເອງ: ຫຼັງ​ຈາກ​ການ​ເຮັດ​ວຽກ​ ມາ​ໝົດ​​ເດືອນ​ດ້ວຍ​ຄວາມ​ຕັ້ງ​ໃຈ, ມຸ່ງ​ໝັ້ນ​ໃນ​ໜ້າ​ທີ່ ​ຄວນ​ຕອບ​ແທນ​ຕົນ​ເອງ ​ດ້ວຍການ​ກິນ​ອາຫານ​ດີໆ ຫຼື ໄປ​ທ່ອງ​ທ່ຽວ​ໃຫ້​ສະບາຍ​​ໃຈ, ​ເຮັດ​ກິດ​ຈຳ​ທີ່​ຕົນ​ເອງ​ມັກ ເພື່ອ​ເປັນ​ການ​ຜ່ອນຄາຍ​ຄວາມຄຽດ ຈາກ​ການ​ເຮັດ​ວຽກ, ​ເພື່ອ​ເປັນ​ແຮງ​ຈູງ​ໃຈ, ກຳລັງ​ໃຈ​​ໃນ​ການ​ເຮັດ​ວຽກ ​ໃນ​​ເດືອນ​ຕໍ່​ໄປ.

ແບ່ງ​ການ​​ໃຊ້​ຈ່າຍ​ເທົ່າ​ທີ່​ຈຳ​ເປັນ: ການ​ແບ່ງ​​ເງິນ​ໄວ້​​ໃຊ້​ຈ່າຍ ​ເທົ່າ​ທີ່​ຈຳ​ເປັນຄື ຢ່າ​ໃຊ້​ເງິນ​ເດືອນ​ໝົດ​ໄປ​ກັບ ​ເລື່ອງ​ທີ່​ບໍ່​ເປັນ​ປະ​ໂຫຍ​ດ ​ແລະ ຢ່າ​ຄິດ​ວ່າ​ຕົນ​ເອງ​ ສາມາດ​ຫາ​ເງິນ​ໃໝ່​ໄດ້ ​ເຊິ່ງ​​ເປັນຄວາມ​ຄິດ​ທີ່​ຜິດ. ​​ເຮົາຄວນ​ຮູ້ຈັກ ວາງ​​ແຜນການ​​ໃຊ້​ເງິນ ​ຢ່າງ​ຄຸ້ມ​ຄ່າ​ເທົ່າ​ທີ່​ຈຳ​ເປັນ.

ໃຊ້​ໜີ້ (ຖ້າ​ມີ): ຢ່າ​ຜິດ​ສັນຍາ​ກຳນົດ​ມື້ ​ທີ່​ຈະ​ໃຊ້ໜີ້ ​ເພາະວ່າ​ອັດຕາ​ດອກ​ເບ້ຍ​ສູງ ຫາກ​ບໍ່​ສົນ​ໃຈ​ ອາດ​ກາຍ​ເປັນ​ການ​ສ້າງ​ໜີ້ ​ແລະ ​ເພີ່ມ​ພາລະ​ໃຫ້​ຫຼາຍ​ຂຶ້ນ​ໄປ​ອີກ ​ໃນ​ເດືອນ​ຕໍ່​ໄປ. ດັງ​ນັ້ນ, ຄວນ​ມີ​ວິ​ໄນ​ ຮູ້​ຈັກ​ວາງ​ແຜນ​ ເຊິ່ງ​ເປັນ​ວິທີ​ເບື້ອງ​ຕົ້ນ ​ທີ່​ຄວນ​ນຶກ​ເຖິງ ​ຂອງ​ຄົນ​​ເປັນ​ໜີ້.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!