Home » ເກືອປົນນໍ້າອຸ່ນ ໃຊ້ທໍາຄວາມສະອາດພື້ນເຮືອນໄດ້ດີ

ເກືອປົນນໍ້າອຸ່ນ ໃຊ້ທໍາຄວາມສະອາດພື້ນເຮືອນໄດ້ດີ

ໂດຍ ຄໍາສັບລາວ

ໄລຍະ​ນີ້ກຳລັງເລີ່ມກ້າວເຂົ້າສູ່ ​ລະດູຝົນ​ກັນ​ແລ້ວ ຄວາມ​ຊຸ່ມ​ຂອງ​ອາກາດ ​ກໍ​ເພີ່ມ​​ເຂົ້າ​ມາ,  ການ​ຕາກ​ເຄື່ອງ​ກໍ​ເຮັດໃຫ້ແຫ້ງ​ຊ້າ, ​ເວລາ​ຖູ​ພື້ນ​ເຮືອນ ​ກໍ​ຍັງ​ແຫ້ງ​ຊ້າ​ນໍາ​ອີກ ​ໃຜ​ທີ່​ລໍາ​ຄານ​ບັນຫາ ​ພື້ນ​ແຫ້ງ​ຊ້າ ຫຼັງ​ຈາກ​ທີ່​ຖູ​ແລ້ວ, ຄຳສັບລາວ ​ມີ​ເຄັດ​ບໍ່​ລັບ​ດີໆ ​ໃນ​ການ​ຖູ​ພື້ນ​ເຮືອນ​ ໃຫ້​ແຫ້ງ​ໄວ​ມາ​ຝາກ ພໍ່​ເຮືອນ, ​ແມ່​ເຮືອນ ພຽງ​ແຕ່​ເຮັດ​ໃຫ້​ ຖືກ​ວິທີ ຮັບຮອງ​ວ່າ ​ພື້ນ​​ເຮືອນ​ຂອງ​ທ່ານ​ ຈະ​ແຫ້ງ​ໄວ​​ຢ່າງທັນໃຈ ​​ໄດ້​ດ້ວຍ​ ເກືອ ​ແລະ ນໍ້າ​ອຸ່ນ.

​ວິທີປະສົມແມ່ນ ເລີ່​ມຈາກ​ການນໍາ​ເອົາ ​ນໍ້າ​ໄປ​ຕົ້ມ​ໃຫ້​ໄດ້​ອຸນຫະພູມ ​ປະມານ 40 ອົງສາ (ນໍ້າ​ອຸ່ນ​ພໍດີ​ເອົາ​ມື​ຈຸ່ມ​ລົງ​ໄດ້) ຫຼັງ​ຈາກ​ນັ້ນ ​ກໍ​ເອົາ ​ເກືອ ​ປະສົມ​ລົງ​ໄປ ປະມານ 1 ບ່ວງ​ແກງ ຄົນ​ໃຫ້​​ເກືອ​ລະລາຍ ພຽງ​ເທົ່າ​ນີ້ ​ກໍ​ຮຽບຮ້ອຍ ​ສາມາດ​ໃຊ້​ຖູພື້ນ​ເຮືອນ ຂອງທ່ານ​​ໃຫ້​ສະອາດ, ​ແຫ້ງ​ໄວ ​ແລະ ບໍ່​ປຽກ​ອີກ​ຕໍ່​ໄປ.

ຫຼາຍ​ຄົນ​ຄົງ​ຈະ​ແປກ​ໃຈ​ວ່າ​ເປັນ​ຫຍັງ ​ນໍ້າ​ອຸ່ນ​ປະສົມ​ເກືອ​ ຖູ​ພື້ນ​​ເຮືອນ ​ຈຶ່ງ​ໄດ້ຜົນ​ດີ​ແບບ​ນີ້?

ຍ້ອນ​ວ່າ ອຸນ​ຫະພູມຂອງ​ນໍ້າ​ອຸ່ນ ​ຈະ​ເຮັດ​ໃຫ້​ທາດ​ແຫຼວ ​ລະ​ເຫີ​ຍ​ໄດ້​ໄວ້​ຂຶ້ນ ​ແນ່ນອນ​ວ່າ ການ​ໃຊ້​ນໍ້າ​ອຸ່ນ​ ຖູ​ພື້ນ​ເຮັດ​ໃຫ້​ພື້ນ​ແຫ້ງ​ໄວ ​ເປັນ​ທໍາ​ມະ​ຊາດ ​ແຕ່​ການ​ໃສ່​ເກືອ​ປະສົມ​ນໍາ ຈະ​ເຮັດ​ໃຫ້​​ໄດ້​ຮັບຜົນ​ດີ ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ຍ້ອນ​ເກືອ​ມີ​ທາດ ​ແມັກ​ນີຊຽມຄໍ​ໄລ ​ແລະ ​ແຄວ​ຊຽມຄໍ​ໄລ ສາມາດ​ດູດ​​ເອົາ​ຄວາມ​ຊຸ່ມ ຈາກ​ອາກາດ​ໄດ້​.

​ຂໍ​ພຽງທ່ານ​ມີ​ເກືອ ​ແລະ ນໍ້າ​ອຸ່ນ ກໍ​ຊ່ວຍ​​ເຮັດ​ໃຫ້ ​ເຮືອນຂອງ​ທ່ານ​ສະອາດ ​ເປັນຕາ​ຢູ່ ທັງ​​ດູດ​ຄວາມ​ຊຸ່ມ ​ໃຫ້​ພື້ນ​ແຫ້ງ​ໄວ ​ເມື່ອ​ຮູ້​ແບບ​ນີ້​ແລ້ວ​ ກໍ​ຄວນ​ລອງ​ນໍາ​ວິທີ​ນີ້​ ໄປ​ໃຊ້​ເບິ່ງ​ເນາະ!

​ໂດຍ: ພອຍ​ໄພລິນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!