Home » ສ້າງໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ

ສ້າງໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ

ໂດຍ ຄໍາສັບລາວ

ຄວາມ​ສະຫຼາດ ​ແມ່ນ ​ຄວາມ​ສາມາດ ​ໃນ​ການ​ຮຽນ​ຮູ້​​ໄວ, ຄິດ​ໄວ, ​ເຂົ້າ​ໃຈ​ໄວ ​ແລະ ຈື່​ຈໍາ​ ໄດ້​ຢ່າງ​ຖືກຕ້ອງ  ຊຶ່ງ​ໄດ້ມາ​ຈາກ ​ການ​ເຮັດ​ວຽກ ​ຂອງ​ສະໝອງ ດັ່ງ​ນັ້ນ​, ຖ້າ​ທ່ານ​ຢາກ ​​ໃຫ້​ລູກ​ເປັນ ​ຄົນ​ສະ​ຫຼາດ ຈຶ່ງ​ຈໍາ​ເປັນ​​ຕ້ອງ ​ໃສ່​ໃຈ ໃນ​ການ​ພັດທະນາ​ ສະໝອງຂອງ​ລູກ.

ການ​ກຽມ​ຄວາມ​ພ້ອມ​ ໃນ​ແຕ່ລະ​ໄລຍະ ຂອງ​ການ​ຖືພາ (40 ອາທິດ) ຖື​ວ່າ​ ເປັນ​ໄລຍະ​​ທີ່​ມີ ​ຄວາມໝາຍສໍາຄັນທີ່​ສຸດ ​ຕໍ່​ພັດທະນາ​ການ ​ຂອງ​ລູກ ​ໂດຍ​ສະ​ເພາະ ​ການ​ພັດທະນາ​ ສັກ​ກາຍະພາບ ສະໝອງ ຂອງ​ລູກ ​ເພາະ​ການພັດທະນາ​ການ ສະໝອງ ຂອງ​ລູກນ້ອຍ ​ສາມາດ​ຮຽນ​ຮູ້ ​ຕັ້ງ​ແຕ່ ​ຢູ່​ໃນ​ທ້ອງ ​ໂດຍ​ໜຶ່ງ​ ໃນ​ປັດ​ໄຈ​ສໍາ​ຄັນ ​ທີ່​ມີ​ຜົນ​ຕໍ່​ ການ​ພັດທະນາການ ສະໝອງ ຂອງ​ລູກນ້ອຍ ​ຕັ້ງ​ແຕ່​ຢູ່ໃນ​ທ້ອງ ກໍຄື​: ອາຫານ ທີ່​ແມ່​ກິນ​ ໃນ​ແຕ່​ລະຄາບ.

​ແມ່​ຖືພາ​ ຈຶ່ງ​ຄວນ​​ໄດ້​ຮັບ ​ໂປຼຕີນ (ນົມ,​ ​ໄຂ່, ຊີ້ນ, ປາ… ​ແລະ  ສານ​ໂຟ​ເລດ (ຜັກ, ໝາກ​ໄມ້, ທັນ​ຍາ​ພືດ, ຕັບ…) ​ເພີ່ມ​ຫຼາຍ​ຂຶ້ນ ​ເພາະ​ສານ​ອາຫານ ທີ່ຢູ່​ໃນ​ໂປຼຕີນ ​ຈະ​ຊ່ວຍ​ເສີມ​ສ້າງ​ ສ່ວນ​ຕ່າງໆ ຂອງ​ຮ່າງກາຍ ​ໃຫ້​ເຕີບ​ໃຫຍ່​ ຂະຫຍາຍຕົວ ​ແລະ ຍັງ​ເພີ່ມ​ຈໍານວນ ​ຈຸ​ລັງສະໝອງ. ​ໃນ​ເວລາ​ດຽວ​ກັນ ສານ​ໂຟ​ເລດ ມີໜ້າ​ທີ່​ສໍາຄັນ​ ໃນ​ການ​ສ້າງ​ ຫຼອດ​ປະສາດ ​ແລະ ສະໝອງ ທີ່​ສົມບູນ​ ຂອງ​ເດັກ​ໃນ​ທ້ອງ ລວມທັງ ​ມີໜ້າ​ທີ່​ສໍາຄັນ ​ໃນ​ຂະ​ບວນການ​ ສ້າງສານ​ພັນທຸ​ກໍາ ຫຼື ດີ​ເອັນ​ເອ (DNA)  ​ແລະ ​ຈຸ​ລັງຕ່າງໆ ຂອງ​ຮ່າງກາຍ ​ເມື່ອ​ແມ່​​ຖືພາ, ຮ່າງກາຍ​ແມ່ ​ຕ້ອງການ ​ສານໂຟ​ເລດ​ ໃນ​ປະລິມານ​ທີ່​ຫຼາຍ​ທີ່​ສຸດ ​ຈາກປົກ​ກະຕິ​ແມ່ນ ​ຮ່າງກາຍ​ຕ້ອງ​ການ ​ພຽງ 500 ​ໄມ​ໂຄກຼາມຕໍ່ມື້ ຫຼາຍກວ່າ​ປົກກະຕິ 1 ​ທົບ ​​ເມື່ອ​ຖືພາ ຄວນເພີ່ມ​ເປັນ 600-1,000 ​ໄມ​ໂຄກຼາມຕໍ່​ມື້ ​ເພື່ອ​ໃຫ້​ລູກ ທີ່ຢູ່ໃນທ້ອງ​​ ຂະຫຍາຍຕົວ ​ແລະ ສ້າງ​ເມັດ​ເລືອດ ​ໃຫ້ຫຼາຍທີ່ສຸດ ​ໃນ​ໄລຍະຖືພາ ລວມທັງ​ຫຼຸດ ​ຄວາມ​ສ່ຽງ ​ຂອງ​ການພິການ ​ທາງ​ສະໝອງ​ ຂອງ​ເດັກ ​ເຊັ່ນ: ​ພາວະຫຼອດ​ປະສາດ​ບໍ່​ປິດ, ປາກ​ແຫ​ວ່ງ ​ເພດານ​ໂຫວ່ ​ແລະ ພະຍາດຫົວ​ໃຈ​ ພິການ​ແຕ່​ກໍາ​ເນີ​ດ ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ນອກຈາກ ​ການ​ເບິ່ງ​ແຍງ​ລູກ ​ໃນ​ທ້ອງ ​ດ້ວຍ​ສານ​ອາຫານທີ່​ດີ​ ມີ​ປະ​ໂຫຍ​ດ​ແລ້ວ ​ແມ່​ຖືພາ ​ແລະ ສາມີ ຍັງ​ສາມາດ​ ຊ່ວຍ​ກະ​ຕຸ້ນ ​ພັດທະນາ​ການ ທາງສະໝອງ ຂອງລູກ ​ໄດ້ຕັ້ງ​ແຕ່ ​​ເລີ່​ມຖືພາ ຜ່ານ​ການ​ກະ​ຕຸ້ນ ປະສາດ ​ສຳ​ຜັດ​ທັງ 5.

  1. ​ໃນ​ໄຕ​ມາດ 3 ເດືອນ​ທໍາ​ອິດ ​ຂອງ​ການ ​ຖືພາ ​ລູກ​ຍັງ​ເປັນ ​​ໂຕ​ອ່ອນ​ຢູ່​ ​ແຕ່​ສາມາດ ​ເລີ່​ມຮັບ​ຮູ້​ ປະສາດ​ສໍາ​ຜັດ​ທາງ​ກາຍ​ໄດ້, ​ເມື່ອ ​ອາຍຸ 2 ​ເດືອນ ພໍ່ ​ແລະ ​ແມ່ ສາມາດ​ ກະ​ຕຸ້ນ​ສໍາ​ຜັດ​ ລູກນ້ອຍ​ໄດ້ ​ໂດຍ​ການ​ລູບ ​ຫຼື ​ຕົບ​ໜ້າ​ທ້ອງ​ຄ່ອຍໆ ​ແລະ ລົມກັບ​ລູກ ​ດ້ວຍ​ອາລົມ ທີ່​ສົດ​ໃສ ​ເມື່ອ​ແມ່ ​ມີ​ຄວາມສຸກ ກໍ​ຈະ​ຫຼັ່ງ​​ສານ ​ແຫ່ງ​ຄວາມສຸກ (​ເອັນ​ໂດຼຄ​ຟີນ) ​ແລະ ສົ່ງ​ຜ່ານ ​ໄປ​ຫາລູກ ​ໃນ​ທ້ອງ​ ເຮັດໃຫ້ລູກ ຂະຫຍາຍຕົວ ​ແລະ ​ອາລົມ​ດີ.

  2. ​ເມື່ອ​ກ້າວ​ເຂົ້າ​ສູ່ ​ໄຕ​ມາດ​ທີ ສອງ ພະລັງ​ວິ​ເສດ ​ທີ່ມາຈາກ​ ແມ່ ​ແລະ ພໍ່​ ​ຄື​ ການ​ລົມ, ​ເລົ່າ​ນິທານ, ຮ້ອງ​ເພງ ຫຼື ​ເປີດ​ເພງ​ ໃຫ້​ລູກ​ຟັງ ​ເພື່ອ​ກະ​ຕຸ້ນ ​ພັດທະນາ​ການ ການ​ໄດ້​ຍິນ ​ໂດຍ​ໃນ​​ໄລຍະ ​ເດືອນ​ທີ 6 ຫູ​ຂອງ​ລູກ​ ຈະ​ເລີ່​ມຮັບ​ຟັງ​ໄດ້​ແຈ້ງ, ການ​ລົມ​ກັບ ​ລູກ ​ຕັ້ງ​ແຕ່ ​ຢູ່​ໃນ​ທ້ອງ ນອກຈາກ​ຈະ​​ເກີດ ​ເປັນ​ຄວາມ​ຮັກ, ຄວາມ​ຜູກ​ພັນ ​ແລະ ເປັນການ ສ້າງ​ຄວາມ​ສຳພັນ ​ລະຫວ່າງ​ພໍ່-​ແມ່-ລູກ ​ໄດ້ຜົນ​ດີ​ແລ້ວ ຍັງ​ເປັນ​ການ ​ເສີມສ້າງ ​ພັດທະນາ​ການ ​ດ້ານ​ການ​ໄດ້​ຍິນສຽງ ​ແລະ ອາລົມ ​ຂອງ​ລູກ​ນໍາ​ອີກ.

  3. ສໍາລັບ ​ໄລຍະ​ ໄຕ​ມາດ​ສຸດ​ທ້າຍ ລູກນ້ອຍ ​ໄດ້​ຮັບ​ການ​ພັດທະນາ​ທັງ ການ​ຮັບ​ລົດຊາດ, ການ​ເບິ່ງ​ເຫັນ ​ແລະ ການ​ຮັບ​ກິ່ນ ​ໃນ​ເດືອນ​ທີ 7 ​ເດັກ​ໃນ​ທ້ອງ​ ຈະ​ສາມາດ ​ຮັບ​ຮູ້​ລົດຊາດ ຈາກ​ການ​ ກືນ​ນໍ້າ​ຄາວປາ ​ແລະ ອາຫານ​ ທີ່​ແມ່​ ກິນ​ລົງ​ໄປ ​ໃນ​ກໍລະນີ​ ທີ່​ແມ່​ມັກ​ກິນ ​ລົດ​ຫວານ ລູກ​ກໍ​ຈະ​ມັກ​ ກິນ​ຫວານ​ ໃນ​​ເວລາ ​ທີ່​ເກີດ​ມາ ​ແລະ ​ໃນ​ໄລຍະ​ນີ້ ​ລູກ​ຈະ​ມືນ​ຕາ ຮັບ​ຮູ້​ແສງ, ​ສະໝອງ ສາມາດ​ຕອບຄືນ ​ດ້ວຍ​ການ​ດິ້ນ ຊຶ່ງ​ແມ່​ ສາມາດ​ຫຼິ້ນກັບ ​ລູກນ້ອຍ​ ໂດຍ​ການ​ໃຊ້​ ໄຟ​ສາຍ​ ສ່ອງ​ຄ່ອຍໆ ​ເພື່ອ​ໃຫ້​ແສງ​ສອດ​ເຂົ້າ ໜ້າ​ທ້ອງ​ ໄປ​ຫາ ​ນໍ້າ​ຄາວປາ ​ເຮັດ​ໃຫ້​ລູກ ​ຮູ້​ຄວາມ​ແຕກ​ຕ່າງ ​ຂອງ​ຄວາມ​ມືດ ​ແລະ ແຈ້ງ​ໄດ້, ​ເມື່ອ​ອາຍຸ 9 ​ເດືອນ ປະ​ສາດ​ສໍາ​ຜັດ​ ດ້ານ​ການ​ໄດ້​ກິ່ນ ຈະ​ເລີ່​ມ​ເຮັດ​ວຽກ, ​ການ​ດົມ​ກິ່ນ​ ຫອມ​ອ່ອນໆ ຈະ​ເຮັດ​ໃຫ້​ ແມ່​ຖືພາ ​ຮູ້ສຶກ​ຜ່ອນ​ຄາຍ, ສະບາຍຕົວ ​ແລະ ຍັງ​ສາມາດ ​ກະ​ຕຸ້ນ​ການ​ຮັບ​ ຮູ້​ກິ່ນ​ຂອງ​ ລູກ​ໄດ້ດີອີກດ້ວຍ.

ໂດຍ: ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!