Home » ສິ່ງທີ່ຄວນປະຕິບັດ ເມື່ອຫາຍດີຈາກພະຍາດໂຄວິດ-19

ສິ່ງທີ່ຄວນປະຕິບັດ ເມື່ອຫາຍດີຈາກພະຍາດໂຄວິດ-19

ໂດຍ ຄໍາສັບລາວ

ເມື່ອຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຄົບ 21 ວັນ ສ່ວນຫຼາຍຈະບໍ່ມີອາການ ຖ້າຫາກມີອາການກໍຈະມີພຽງອາການເບົາ ກຸ່ມຄົນນີ້ບໍ່ຈໍາເປັນຕ້ອງກວດຫາເຊື້ອ ກ່ອນຈະໃຊ້ຊີວິດປົກກະຕິ ຫຼື ໄປເຮັດວຽກກໍໄດ້.

ສິ່ງທີ່ຄວນປະຕິບັດສໍາລັບ ຜູ້ປິ່ນປົວພະຍາດໂຄວິດ-19 ຫຼື ໄລຍະພັກຟື້ນຂອງຮ່າງກາຍ

  1. ໃສ່ຜ້າປິດປາກອະນາໄມ, ລ້າງມືໃຫ້ສະອາດເປັນປະຈໍາ ແລະ ເວນໄລຍະຫ່າງລະຫວ່າງບຸກຄົນ.

  2. ດື່ມນໍ້າສະອາດໃຫ້ພຽງພໍມື້ລະ 2-2,5 ລິດ ຜູ້ອາຍຸສູງດື່ມນໍ້າປະມານ 1-2 ລິດ ຄວນດື່ມຕອນເວັນ ເພື່ອປ້ອງກັນການລຸກເຂົ້າຫ້ອງການຕອນເດິກ.

  3. ກິນອາຫານທີ່ປຸງສຸກສະອາດ ແລະ ມີປະໂຫຍດຖືກ ຫຼັກໂພຊະນາການ ຄວນກິນອາຫານ ທີ່ຍ່ອຍງ່າຍ, ກິນຄາບລະໜ້ອຍ ແຕ່ກິນມື້ລະຫຼາຍຄາບ.

  4. ພັກຜ່ອນໃຫ້ພຽງພໍ ເຂົ້ານອນໄວ.

  5. ບໍ່ຄວນໃຊ້ສາຍຕາຫຼາຍເກີນໄປ ພັກສາຍຕາຈາກ ມືຖື, ຄອມພິວເຕີ ແລະ ໂທລະພາບ.

  6. ບໍ່ຄວນໃຊ້ຈານ, ບວງ, ຖ້ວຍ ຮ່ວມກັບຄົນອື່ນ.

  7. ແຕ່ລະມື້ຄວນອອກໄປຖືກແສງແດດຢ່າງໜ້ອຍ 10-15 ນາທີ ຈະເປັນແດດຍາມເຊົ້າ, ສວາຍ ແລະ ແລງ ກໍໄດ້.

  8. ອອກກໍາລັງກາຍເບົາໆ ໃຫ້ຮ່າງກາຍໄດ້ເຄື່ອນໄຫວ ຕາມຄວາມເໝາະສົມ ເພື່ອຊ່ວຍການໄຫຼວຽນຂອງເລືອດ.

  9. ເມື່ອກັບໄປເຮັດວຽກ ໃຫ້ເນັ້ນມາດຕາການປ້ອງກັນ ແລະ ບໍ່ຄວນກິນເຂົ້າຮ່ວມກັນ.

ສິ່ງທີ່ບໍ່ຄວນປະຕິບັດ: ຮັບຮູ້ຂ່າວສານດ້ານລົບ, ງົດດື່ມສິ່ງມຶນເມົາ ແລະ ງົດອາຫານປະເພດປີ້ງ, ຈືນ, ອາຫານເຜັດ, ເຄັມ, ນົວ, ປະເພດ ຂອງດອງ ແລະ ອາຫານທີ່ຍ່ອຍຍາກ.

Long COVID ອາການທີ່ຍັງເຫຼືອຢູ່ໃນຮ່າງກາຍ ຫຼັງຕິດພະຍາດໂຄວິດ-19 ທີ່ສາມາດເກີດຂຶ້ນ ໄດ້ມີດັ່ງນີ້:

  • ເຈັບຫົວ, ມຶນງົງ, ບໍ່ຫ້າວຫັນ.

  • ແສບຕາ, ຄັນຕາ, ນໍ້າຕາໄຫຼ.

  • ຄັດດັງ, ດັງຮັບກິ່ນບໍ່ໄດ້ດີຄືເກົ່າ.

  • ການຮັບຣົດຊາດປ່ຽນໄປ ບໍ່ຄືເກົ່າ.

  • ເຈັບທ້ອງ, ອາຫານບໍ່ຍ່ອຍ.

  • ເຈັບຂໍ້, ເຈັບເສັ້ນປະສາດ, ກ້າມຊີ້ນອ່ອນແຮງ.

  • ກັງວົນ, ສຶມເສົ້າ

ອາການເຫຼົ່ານີ້ແມ່ນ ອາການທີ່ສາມາດເກີດຂຶ້ນໄດ້ ແຕ່ພົບເຫັນຫຼາຍທີ່ສຸດ ຄືພາວະຫາຍໃຈຫອບ, ເມື່ອຍ ແລະ ອ່ອນເພຍ. ຖ້າຫາກມີອາການເກົ່າໜັກຂຶ້ນ ຄວນຕິດຕໍ່ຫາທ່ານໝໍເພື່ອປິ່ນປົວໄດ້ທັນ.

ຂໍ້ມູນຈາກ: https://vichaivej-nongkhaem.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!