Home » ວິທີຮັບມືກັບຄວາມເສີຍເມີຍໃນບ່ອນເຮັດວຽກ

ວິທີຮັບມືກັບຄວາມເສີຍເມີຍໃນບ່ອນເຮັດວຽກ

ໂດຍ ຄໍາສັບລາວ

ສິ່ງ​ທີ່​ຄວນ​ປະຕິບັດ ຄວບ​ຄູ່​ກັບ​ການ​ແກ້​ໄຂ​ບັນຫາ ຄື​ການ​ຮັກສາ​ຈິດ​ໃຈ​​ເພື່ອນ​ຮ່ວມງານ ​​ເຊິ່ງສາມາດ​ປະຕິບັດໄດ້ດັ່ງນີ້:

  1. ທ່ານ​ຕ້ອງຊອກຫາ ສິ່ງໃດສິ່ງໜຶ່ງຢູ່ໃນຕົວລາວ ທີ່ຈະຊ່ວຍໃຫ້ລາວ ປະສົບຜົນສຳເລັດ ຫຼື ເຮັດໃຫ້ລາວມີການພັດທະນາ ໃນການເຮັດວຽກຫຼາຍຂຶ້ນໄດ້.

  2. ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ ທ່ານ​ເຊື່ອ​ໃຈ​ໄດ້ ​ໃນ​ຄວາມ​ສາມາດ​ຂອງ​ລາວ ທີ່​ຈະກ້າວ​ໄປ​ສູ່າມ​ເສີຍ​ຊາກັບວັນຈັນ ລອງຊ່ຄວາມ​ສຳ​ເລັດ​ໄດ້​ເຊັ່ນ: ການ​ໃຫ້​ກຳລັງ​ໃຈ​ ດ້ວຍ​ຄຳ​ເວົ້າ​ທີ່​ສື່ເຖິງ​ຄວາມຮູ້ສຶກ​ດີໆ ຊ່ວຍ​ກະ​ຕຸ້ນ​ພະລັງງານ​ໃນ​ຕົວ​ລາວ​​ໄດ້.

  3. ຊ່ວຍ​ລາວ​ກຳ​ນົດ​ເປົ້າໝາຍ ​ໃນ​ໄລຍະ​ສັ້ນ​ກ່ອນ ​ເພື່ອ​ໃຫ້​ລາວ​ຄ່ອຍໆ ​ເກີດ​ຄວາມ​ພາກພູມ​ໃຈ​ ໃນ​ຄວາມ​ສຳ​ເລັດ ​ເປັນ​ການ​ປັບ​ປ່ຽນ ​ທັດສະນະ​ຄະຕິ​ ໃນ​ການ​ເຮັດ​ວຽກ​ເທື່ອ​ລະ​ໜ້ອຍ.

  4. ​ໃຫ້​ລາວ​ໄດ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ ທີ່​ລາວ​ມັກ​ໃນ​ທຸກໆມື້ ​ເພາະ​ການ​ທີ່​ໄດ້​ເຮັດ​ໃນ​ສິ່ງ ​ທີ່​ລາວ​ມັກ​ຈະ​ເຮັດ​ໃຫ້​ວຽກ​ອອກ​ມາ​ດີ ​ແລະ ລາວ​ກໍ​ມີ​ກຳລັງ​ໃຈ​ທີ່​ຈະ​ເຮັດ​ວຽກ​ອື່ນໆ​ໄດ້.

ຖ້າ​ທ່ານ​ຄິດ​ວ່​າເຮັດ​ດີ​ທີ່​ສຸດ​ແລ້ວ ​ແຕ່​ຍັງ​ບໍ່​ສາມາດ​ປ່ຽນ​ແປງ​ພຶດຕິ​ກຳ ​ແລະ ຄວາມ​ຄິດ​ຂອງ​ ເພື່ອນຮ່ວມ​ງານ​ໄດ້ ກໍ​ບໍ່​ຕ້ອງ​ນ້ອຍ​ໃຈ ​ຫຼື ໝົດຫວັງ ​ເພາະ​ການ​ປ່ຽນ​ແປງ​ ບາງ​ຢ່າງ​ເປັນ​​ເລື່ອງ ​ທີ່​ຕ້ອງ​ໃຊ້​ເວລາ ​ແລະ ຄວາມ​ອົດທົນ.​

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!