Home » ລ້ຽງດູຄອບຄົວ

ລ້ຽງດູຄອບຄົວ

ໂດຍ ຄໍາສັບລາວ

ລ້ຽງດູຄອບຄົວ

ຄົນຜ່ານທາງຜູ້ໜຶ່ງ ໂຍນໃບຫ້າພັນກີບໃຫ້ຄົນຂໍທານ. ຄົນຂໍທານຈຳຊາຍຄົນນັ້ນໄດ້ ຈຶ່ງເອີ້ນໃສ່ ແລະ ຖາມເຂົາວ່າ:

“ ທ່ານເອີຍ, ຄາວກ່ອນ ທ່ານເຄີຍເອົາໃບຊາວພັນກີບໃຫ້ຂ້ານ້ອຍ, ຕໍ່ມາ ທ່ານເລີ່ມເອົາໃບສິບພັນໃຫ້ ແລະ ມື້ນີ້ ເປັນຫຍັງຈຶ່ງມີແຕ່ໃບຫ້າພັນກີບ ? ”

ຊາຍຄົນນັ້ນອະທິບາຍເຫດຜົນວ່າ:

“ ຄືຈັ່ງຊີ້ນ້ອງຊາຍ… ທຳອິດເຮົາຢູ່ຄົນດຽວ ແລະ ມີລາຍໄດ້ພຽງພໍ ສະນັ້ນ ຈຶ່ງໃຫ້ໂຕຊາວພັນກີບ. ຕໍ່ມາ ເຮົາແຕ່ງດອງ ແລະ ລາຍຈ່າຍກໍເພີ່ມຂຶ້ນ ດັ່ງນັ້ນ ຈຶ່ງໃຫ້ໂຕສິບພັນກີບ. ດຽວນີ້ເຮົາໄດ້ລູກ ດັ່ງນັ້ນຈຶ່ງໃຫ້ໂຕຫ້າພັນກີບ. ”

ຄົນຂໍທານຖາມດ້ວຍສຽງຮ້າຍໆອອກມາວ່າ:

“ ເຈົ້າລ້ຽງລູກລ້ຽງເມຍເຈົ້າ ເຫດໃດຈຶ່ງມາແກ່ມຂ້ອຍ ? ”

Bringing up family

A passerby threw a five thousand kips note to a beggar. The beggar, recognizing the man, called him and asked:

“ Sir, earlier you used to give me twenty thousand kips, then you started giving me ten thousand kips and today what is this only five thousand kips ? ”

The man explained the reason:

“ Brother, first I was alone and had enough income, that’s why I gave to twenty thousand kips. Then I got married and expense multiplied. Hence, ten thousand kips. Now I have a child. That’s why five thousand kips. ”

The beggar asked in an irritated voice:

“ Why are you looking after your wife and child at my expense ? ”

ຫົວບໍ່ອັ້ນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!