Home » ມາຮູ້ຈັກກັບໂຊດ້ຽມ

ມາຮູ້ຈັກກັບໂຊດ້ຽມ

ໂດຍ ຄໍາສັບລາວ

ໂຊດ້ຽມ ເປັນເກືອແຮ່ ທີ່ມີຄວາມສໍາຄັນກັບຮ່າງກາຍ ຊຶ່ງມີໜ້າທີ່ຄື: ຊ່ວຍຄວບຄຸມ ຄວາມສົມດຸນນໍ້າ ແລະ ລະບົບໝູນວຽນ ເລືອດໃນຮ່າງກາຍ, ຊ່ວຍນໍາເອົາ ກົດອາມິໂນ ແລະ ສານອື່ນໆ ໄປຫາຈຸລັງຕ່າງໆ ໃນຮ່າງກາຍ ແລະ ຄວບຄຸມ ຄວາມສົມດຸນ ຂອງກົດ-ດາງໃນຮ່າງກາຍ.

ໂຊດ້ຽມເປັນເກືອແຮ່ ທີ່ຮ່າງກາຍບໍ່ສາມາດ ຜະລິດຂຶ້ນມາເອງໄດ້ ດັ່ງນັ້ນ, ເຮົາຈະໄດ້ຮັບໂຊດ້ຽມ ຈາກອາຫານທີ່ ກິນເຂົ້າ ໄປເທົ່ານັ້ນ.

ຄວາມສໍາຄັນຂອງໂຊດ້ຽມ ກັບຜູ້ເປັນພະຍາດ ເບົາຫວານ:

ຜູ້ເປັນພະຍາດເບົາຫວານ ຖ້າບໍ່ຄວບຄຸມລະດັບນໍ້າຕານ ໃນເລືອດໃຫ້ຢູ່ໃນເກນ ປົກກະຕິ ຫຼື ໃກ້ຄຽງປົກກະຕິ ຈະມີພະຍາດ ແຊກຊ້ອນນໍາມາຄື: ຄວາມດັນເລືອດ, ພະຍາດຫົວໃຈ ແລະ ຫຼອດເລືອດ ແລະ ພະຍາດໝາກໄຂ່ຫຼັງ.

ການກິນໂຊດ້ຽມ ຫຼາຍກວ່າ ຄວາມຕ້ອງການ ຂອງຮ່າງກາຍ ຈະເຮັດໃຫ້ໝາກໄຂ່ຫຼັງ ເສື່ອມສະພາບໄວຂຶ້ນ ຍ້ອນໝາກໄຂ່ຫຼັງ ມີໜ້າທີ່ຂັບໂຊດ້ຽມ ສ່ວນເກີນອອກຈາກຮ່າງກາຍ ເມື່ອໝາກໄຂ່ຫຼັງເສື່ອມ ຈົນບໍ່ສາມາດຂັບໂຊດ້ຽມ ສ່ວນເກີນອອກ ຈາກຮ່າງກາຍ ໄດ້ຈະເຮັດໃຫ້ມີການກັກນໍ້າ ໄວ້ໃນຮ່າງກາຍ ເຮັດໃຫ້ເກີດອາການ ເປັນບວມໄດ້. ດັ່ງນັ້ນ, ຜູ້ເປັນເບົາຫວານ ຄວນລະວັງການເລືອກ ກິນອາຫານເພື່ອຖະໜອມ ໝາກໄຂ່ຫຼັງໄວ້ ໃຊ້ໃຫ້ດົນທີ່ສຸດ ໂດຍເລືອກ ກິນອາຫານສົດ ຕາມທໍາມະຊາດ ໂດຍບໍ່ມີການ ປຸງແຕ່ງ ຊຶ່ງຈະເຮັດໃຫ້ຮ່າງກາຍໄດ້ ຮັບໂຊດ້ຽມ ທີ່ພຽງພໍ.

ຄວາມຕ້ອງການ ໂຊດ້ຽມໃນ ຂອງຮ່າງກາຍ ມີຄວາມແຕກຕ່າງ ກັນໃນແຕ່ ລະຄົນ ຂຶ້ນກັບເພດ, ອາຍຸ ແລະ ສະພາບ ຂອງ ຮ່າງກາຍ ດັ່ງລຸ່ມນີ້:

ອາຍຸ (ປີ)                                 ຊາຍ                                                  ຍິງ

9 – 12                               400 – 1.175                               350 – 1.100

13 – 15                             500 – 1.500                               400 – 1.250

16 – 18                             525 – 1.600                               425 – 1.275

19 – 30                             500 – 1.475                               400 – 1.200

31 – 70                             475 – 1.450                               400 – 1.200

ຫຼາຍກວ່າ 70                        400 – 1.200                              350 – 1.050

ແມ່ຍິງຖືພາ                                                                             ເພີ່ມ 50 – 200

ແມ່ຍິງໃຫ້ນົມລູກ                                                                     ເພີ່ມ 125 – 350

ຮ່າງກາຍ ຂອງຄົນເຮົາ ຄວນໄດ້ຮັບໂຊດ້ຽມ ແລະ ບໍ່ເປັນອັນຕະລາຍ ຫຼາຍສຸດບໍ່ເກີນ 2.300 ມີລີກຼາມ/ມື້ ຫຼື ເທົ່າກັບ ເກືອປະມານ 1 ບ່ວງກາເຟ/ມື້.

ແຫຼ່ງອາຫານທີ່ມີໂຊດ້ຽມ

  1. ອາຫານທໍາມະຊາດ

ມີໂຊດ້ຽມ ເປັນສ່ວນປະກອບ ເກືອບທຸກຊະນິດ ໂດຍສະເພາະ ຊີ້ນສັດ, ນົມ, ໄຂ່ ຈະມີປະລິມານໂຊດ້ຽມ ຫຼາຍກວ່າ ຈໍາພວກຜັກ, ໝາກໄມ້, ທັນຍາພືດ ແລະ ເມັດຖົ່ວ ທີ່ຍັງບໍ່ໄດ້ແປຮູບ.

  1. ເຄື່ອງປຸງຊະນິດຕ່າງໆ

ຊະນິດເຄື່ອງປຸງ                   ປະລິມານເຄື່ອງປຸງ              ປະລິມານໂຊດ້ຽມເປັນ ມີລີກຼາມ

ເກືອ                                  1 ບ່ວງກາເຟ                         2,000

ນໍ້າປາ                                1 ບ່ວງແກງ                           1,350

ນໍ້າຊີອິ້ວ                              1 ບ່ວງແກງ                           1,187

ຊອດຫວຍນາງລົມ                   1 ບ່ວງແກງ                           518

ຊອດໝາກເຜັດ                      1 ບ່ວງແກງ                           231

ຊອດໝາກເລ່ນ                      1 ບ່ວງແກງ                           149

  1. ອາຫານແປຮູບ ຫຼື ການຖະໜອມອາຫານ ແມ່ນຈໍາພວກ: ອາຫານກະປ໋ອງ ທຸກຊະນິດ, ອາຫານໝັກດອງ, ໝີ່, ໂຈ້ກ, ຊີ້ນເຄັມ, ໄຂ່ເຄັມ, ປາເຄັມ, ປາແດກ ແລະ ຜັກໝາກໄມ້ດອງ ເຫຼົ່ານີ້ເປັນຕົ້ນ.

  2. ເຂົ້າໜົມ ທີ່ມີສ່ວນປະສົມ ຂອງແປ້ງຟູແມ່ນ ຈໍາພວກ: ເຄັກ, ຄຸກກີ້, ຂະໜົມປັງ, ແປ້ງສາລີ ສໍາເລັດຮູບ ຊຶ່ງແປ້ງຟູ ທີ່ໃຊ້ໃນການເຮັດເຂົ້າໜົມ ເຫຼົ່ານີ້ມີໂຊດ້ຽມ ເປັນສ່ວນປະກອບ.

ໂດຍ: ມໍລະກົດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!