Home » ມາລະຍາດໃນສັງຄົມ

ມາລະຍາດໃນສັງຄົມ

ໂດຍ ຄໍາສັບລາວ

ມາລະຍາດໃນສັງຄົມ ໝາຍເຖິງ ການປະພຶດ,  ປະກົດການທີ່ສະແດງອອກ ທີ່ມີຜົນແກ່ຕົນເອງ, ຄອບຄົວ, ຄົນອື່ນ, ສັງຄົມ ແລະ ປະເທດຊາດ. ມາລະຍາດໃນສັງຄົມ ແມ່ນສະແດງ ອອກໃນການນົບໄຫວ້, ການນຸ່ງຖື, ການຈັບມື, ການຮັບປະທານອາຫານ, ການຈັດໂຕະອາຫານ, ການເຂົ້າຮ່ວມງານລ້ຽງ, ການຂັບຂີ່ ແລະ ໜ້າທີ່ຂອງພະນັກງານຂັບຂີ່ລົດ.

ການນົບໄຫວ້: ການນົບທັກທາຍສະບາຍດີ ສະແດງເຖິງວັດທະນະທໍາອັນຈົບງາມ ຊຶ່ງໄດ້ຮັບການຍ້ອງຍໍ ຈາກຕ່າງປະເທດ, ການນົບສໍາລັບແມ່ຍິງ ສ່ວນຫຼາຍກົ້ມຫົວລົງ, ໂຄ້ງຕົວລົງ ຫຼື ໂຢ້ຂາລົງໜ້ອຍໜຶ່ງ ເພື່ອສະແດງຄວາມນິ້ມນວນ, ສຸພາບດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ. ການນົບໄຫວ້ ມີ 4 ວິທີຄື: ການນົບໄຫວ້ພະພຸດທະຮູບ ຫຼື ພະສົງ, ການນົບທັກທາຍຜູ້ອາວຸໂສ ຫຼື ຜູ້ໃຫຍ່ ທີ່ນັບຖື, ການນົບທັກທາຍ ເພື່ອນມິດສະຫາຍ ແລະ ການນົບທັກທາຍ ຜູ້ທີ່ມີອາຍຸນ້ອຍກວ່າ.

ການນຸ່ງຖື: ຖືວ່າເປັນສິ່ງໜຶ່ງທີ່ສໍາຄັນ ຊ່ວຍເສີມສ້າງ ບຸກຄະລິກກະພາບຂອງຄົນເຮົາ ເຮັດໃຫ້ເຮົາມີ ຄວາມໝັ້ນໃຈ ແລະ ເປັນທີ່ໜ້າປະທັບໃຈ ຕໍ່ຜູ້ພົບເຫັນ, ການນຸ່ງຖືແຕ່ງກາຍ ຄວນໃຫ້ຖືກກາລະເທສະ, ຮຽບຮ້ອຍ ແລະ ສະອາດຈົບງາມ ຈະເຮັດໃຫ້ເຮົາເບິ່ງມີລະດັບ. ສໍາລັບຜູ້ຍິງການໃສ່ເກີບສົ້ນສູງ ໃຫ້ແທດເໝາະແມ່ນ ຈະຊ່ວຍເສີມສ້າງບຸກຄະລິກກະພາບ, ສໍາລັບເຄື່ອງປະດັບແມ່ຍິງ ບໍ່ຄວນເກີນ 5 ຢ່າງ. ສໍາລັບຜູ້ຊາຍ ຄວນເລືອກກາລະວັດ ໃຫ້ແທດເໝາະກັບສີເສື້ອ, ໃສ່ຊຸດສາກົນ ຖ້າມີສອງດຸມ ໃຫ້ປິດແຕ່ດຸມດຽວ ຄື ດຸມເທິງ ຖ້າມີສາມດຸມ ໃຫ້ປິດສອງດຸມເທິງ ແລະ ປ່ອຍດຸມລຸ່ມ, ສໍາລັບເຄື່ອງປະດັບເພດຊາຍ ບໍ່ໃຫ້ເກີນ 3 ຢ່າງ.

ການຈັບມື: ແມ່ນໃຫ້ຜູ້ທີ່ມີຕໍາແໜ່ງ ຫຼື ອາຍຸສູງກວ່າເປັນຜູ້ຍື່ນມືມາຈັບ, ຄວນຢືນຂຶ້ນໃນເວລາຈັບມື ແລະ ກ່າວທັກທາຍສະບາຍດີ ພ້ອມທັງສົບຕາ ແລະ ຍິ້ມແຍ້ມ, ໃນໂຕະງານລ້ຽງ ບໍ່ຄວນຈັບມື ກາຍໜ້າຄົນອື່ນ ເພາະຖືວ່າບໍ່ໃຫ້ກຽດ, ການຈັບມືຄວນໃຊ້ເວລາ ປະມານ 2-5 ວິນາທີ, ໃນເວລາຈັບມື ບໍ່ຄວນຈົກຖົງໂສ້ງ ເພາະຖືວ່າບໍ່ສຸພາບ.

ການຮັບປະທານອາຫານ: ເມື່ອທ່ານນັ່ງໃນໂຕະອາຫານແລ້ວ ໃຫ້ວາງຜ້າເຊັດມື ຢູ່ເທິງຕັກຂອງທ່ານ, ບໍ່ຄວນເວົ້າໃນຂະນະທີ່ອາຫານເຕັມປາກ ເມື່ອໄອ ຫຼື ຈາມ ຄວນເອົາມືບັງໄວ້ ແລະ ປິ່ນໜ້າອອກນອກ, ບໍ່ຄວນສົນທະນາ ບັນຫາທີ່ມີຄວາມເຄັ່ງຕຶງ ໃນກໍລະນີທີ່ທ່ານເຮັດບ່ວງ ຫຼື ຊ້ອມຕົກເຮ່ຍ ບໍ່ຄວນກົ້ມລົງເກັບ ທ່ານພຽງແຕ່ຂໍບ່ວງ ຫຼື ຊ້ອມໃໝ່ຈາກພະນັກງານເສີບ, ໃນກໍລະນີ ທ່ານຕ້ອງການ ອອກໄປຂ້າງນອກ ຫຼື ຫ້ອງນໍ້າ ໃນເວລາທີ່ກໍາລັງ ຮັບປະທານອາຫານ ກໍບໍ່ຈໍາເປັນແຈ້ງບອກ ພຽງແຕ່ປະຜ້າເຊັດມືໄວ້ຕັ່ງ, ບໍ່ຄວນປະໄວ້ຢູ່ເທິງໂຕະ ເພາະຜ້າເຊັດມື ປະໄວ້ເທິງໂຕະ ໝາຍຄວາມ ວ່າທ່ານອີ່ມແລ້ວ, ທ່ານຄວນວາງບ່ວງ ຫຼື ສ້ອມ ໃຫ້ຖືກວິທີເພື່ອສັນຍານ ໃຫ້ພະນັກງານເສີບ ຮູ້ວ່າທ່ານຍັງຈະສືບຕໍ່ ຫຼື ຈະເຊົາຮັບປະທານແລ້ວ ເມື່ອທ່ານອີ່ມແລ້ວ ຄວນສົ່ງສັນຍານ ໃຫ້ພະນັກງານເສີບ ເພື່ອເກັບມ້ຽນ ດ້ວຍການວາງສ້ອມ ແລະ ບ່ວງຂວໍ້າລົງ.

ການຂັບຂີ່ ແລະ ໜ້າທີ່ຂອງພະນັກງານຂັບຂີ່ລົດ: ແມ່ນບັນຫາໜຶ່ງທີ່ສໍາຄັນບ່ອນນັ່ງ ສໍາລັບແຂກ VIP ທາງດ້ານຫຼັງເບື້ອງຂວາມືຂອງໂຊເຟີ້ ແມ່ນບ່ອນນັ່ງແຂກຜູ້ທີ 1, ບ່ອນນັ່ງເບື້ອງຊ້າຍມື ຫຼື ທາງຫຼັງໂຊເຟີ້ແມ່ນ ບ່ອນນັ່ງແຂກຜູ້ທີ 2, ສ່ວນໃກ້ຊິດແມ່ນ ນັ່ງທາງຂ້າງໂຊເຟີ້.

ນີ້ແມ່ນຄວາມຮູ້ເລັກນ້ອຍກ່ຽວກັບ ມາລະຍາດທາງສັງຄົມ ທີ່ທາງຄຳສັບລາວ ໄດ້ນໍາສະເໜີໃຫ້ທ່ານໄດ້ຮູ້ ຫວັງວ່າຈະເປັນຄວາມຮູ້ ແລະ ບົດຮຽນໃຫ້ທ່ານບໍ່ຫຼາຍກໍໜ້ອຍ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!