Home » ພຶດຕິກຳເດັກນ້ອຍ ແລະ ໄວໜຸ່ມ

ພຶດຕິກຳເດັກນ້ອຍ ແລະ ໄວໜຸ່ມ

ໂດຍ ຄໍາສັບລາວ

ພຶດຕິກຳເດັກນ້ອຍ ແລະ ໄວໜຸ່ມ

ໄວໜຸ່ມ ເປັນໄວທີ່ມີບັນຫາສຸຂະພາບຈິດຫຼາຍທີ່ສຸດ ສະແດງອອກຜ່ານທາງພຶດຕິກຳ ເຊັ່ນ: ດື້, ບໍ່ເຊື່ອຟັງ, ລະເມີດກົດເກນ ກະ ຕິກາຕ່າງໆ, ມີຄົນຮັກ, ມີເພດສຳພັນ, ໃຊ້ຢາເສບຕິດ,  ກະທຳຜິດກົດໝາຍ… ພຶດຕິກຳເຫຼົ່ານີ້ ເມື່ອເກີດຂຶ້ນເລື້ອຍໆແລ້ວ ກໍຈະເຮັດໃຫ້ແກ້ໄຂໄດ້ຍາກ. ການປ້ອງກັນພຶດຕິກໍາດັ່ງກ່າວ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນ ໂດຍການປ້ອງກັນແຕ່ຫົວທີ. ເດັກທີ່ມີພັດທະນາການ ດ້ານບຸກຄະລິ ກະພາບທີ່ດີ ຈະຊ່ວຍປ້ອງກັນບັນຫາສຸຂະພາບ ທາງຈິດ ຂອງໄວລຸ້ນ ໄດ້ຢ່າງມີປະສິດທິພາບ ເຊັ່ນ: ພໍ່ແມ່, ຄູອາຈານ ແລະ ຜູ້ທີ່ເຮັດວຽກກຽ່ວ ກັບເດັກນ້ອຍ ຈຶ່ງຄວນໃຫ້ຄວາມສຳຄັນ ກັບການສົ່ງເສີມສຸຂະພາບຈິດ ຕັ້ງແຕ່ຍັງ ນ້ອຍຈົນເຖິງໄວລຸ້ນ. ນອກຈາກນີ້ ສັງຄົມ ແລະ ສະພາບແວດລ້ອມອ້ອມຂ້າງ ກໍຄວນມີສ່ວນຮ່ວມ ໃນການພັດທະນາ ເດັກນ້ອຍ ແລະ ໄວລຸ້ນເຊັ່ນກັນ.

ສຸຂະພາບຈິດໝາຍເຖິງຫຍັງ?

ສຸຂະພາບຈິດໝາຍເຖິງ “ສະພາບຈິດໃຈທີ່ເປັນສຸກ, ສາມາດມີສຳພັນຕະພາບ ແລະ ຮັກສາຄວາມສຳພັນທະພາບ ກັບຜູ້ອື່ນໄດ້ຢ່າງ ລາບລື່ນ ສະດວກສະບາຍ, ສາມາດສ້າງຕົນໃຫ້ເປັນປະໂຫຍດໄດ້ ພາຍໃຕ້ສະພາບສິ່ງແວດລ້ອມ ທີ່ມີການປ່ຽນແປງ ທາງສັງຄົມ ແລະ ລັກສະນະຄວາມເປັນຢູ່ ໃນການດຳລົງຊີວິດ, ມີການວາງໂຕ ໄດ້ຢ່າງເໝາະສົມ ແລະ ປາສະຈາກອາການ ປ່ວຍທາງຈິດ ແລະ ຮ່າງກາຍ”.

ປັດໄຈທີ່ມີຜົນຕໍ່ສຸຂະພາບຈິດ

ສຸຂະພາບຈິດທີ່ດີເກີດຈາກຮ່າງກາຍທີ່ສົມບູນ, ແຂງແຮງ, ຄວາມສາມາດທາງຈິດໃຈ ທີ່ປັບຕົວໄດ້ກັບທຸກສະຖານະການ, ລວມໄປເຖິງສະພາບຄອບຄົວ ທີ່ອົບອຸ່ນ ແລະ ສະພາບແວດລ້ອມທີ່ດີ.

ສຸຂະພາບຈິດໃຈມີຄວາມສຳຄັນແນວໃດ?

ຄົນທີ່ມີສຸຂະພາບຈິດໃຈທີ່ດີ ສາມາດປັບຕົວໃຫ້ເຂົ້າກັບສິ່ງແວດລ້ອມ ໄດ້ຢ່າງມີຄວາມສຸກ, ຮຽນຮູ້ໄດ້ເຕັມ ຕາມສັກກາຍຍະພາບ ທີ່ມີ, ດຳເນີນຊີວິດ ໄດ້ຢ່າງເປັນປະໂຫຍດ ຕໍ່ຕົນເອງ ແລະ ຜູ້ອື່ນ, ບໍ່ເກີດອາການ ທາງຈິດຕະເວດ ຫຼື ໂລກທາງຈິດໄດ້ງ່າຍ ເຖິງແມ່ນຊີວິດຈະປະເຊີນກັບຫຼາຍບັນຫາ ກໍສາມາດແກ້ໄຂ ຜ່ານພົ້ນໄປດ້ວຍດີ.

ຄົນທີ່ສຸຂະພາບຈິດບໍ່ດີ ມັກມີບັນຫາໃນການປັບຕົວ, ມີອາການທາງຈິດຕະເວດ ເຊັ່ນ: ຄວາມຕຶງຄຽດ, ຊຶມເສົ້າ ເມື່ອຈະປະເຊີນ ກັບບັນຫາເລັກນ້ອຍ ກໍ່ປັບຕົວໄດ້ລຳບາກ, ມີບັນຫາພຶດຕິກຳເກີດຂຶ້ນເລື້ອຍໆ, ມັກເຈັບປ່ວຍທາງຈິດໄດ້ງ່າຍ ແລະ ຟື້ນຕົວໄດ້ຍາກ.

ບັນຫາພຶດຕິກຳທີ່ພົບເລື້ອຍໆ ເປັນຕົ້ນ: ບໍ່ຮຽນໜັງສື, ຕິດເກມ, ຕິດການພະນັນ, ມີບັນຫາການຮຽນ, ການປັບຕົວ, ທາງເພດ, ການໃຊ້ ແລະ ເສບຢາເສບຕິດ, ພຶດຕິກຳຜິດປົກກະຕິ, ໂລກຊຶມເສົ້າ ກ້າວໄປເຖິງການຂ້າຕົວຕາຍ.

ສາເຫດບັນຫາພຶດຕິກຳດ້ານລົບຂອງໄວໜຸ່ມ

  1. ຮ່າງກາຍ: ການປ່ຽນແປງຂອງສານເຄມີ,ສານສື່ນຳປະສາດ, ພະຍາດທາງຮ່າງກາຍ, ພະຍາດລະບົບປະສາດ, ສານພິດ.

  2. ຈິດໃຈ, ບຸກຄະລິກກະພາບ, ຄວາມຄິດ, ການເບິ່ງໂລກ, ການປັບຕົວ.

  3. ສັງຄົມ: ການລ້ຽງດູ, ບັນຫາຂອງພໍ່ແມ່, ຕົວຢ່າງຈາກສັງຄົມ, ບັນດາສື່ຕ່າງໆ.

ບັນຫາທີ່ຄວນເອົາໃຈໃສ່ໃນການພັດທະນາເດັກນ້ອຍ ເພື່ອບໍ່ໃຫ້ມີບັນຫາທາງພຶດຕິກຳ

ສົ່ງເສີ່ມໃຫ້ເດັກມີພັດທະນາການທຸກດ້ານ ເຊິ່ງຈຳເປັນສຳຫຼັບການດຳເນີນຊີວິດ ເນັ້ນໃຫ້ມີການຮຽນດ້ວຍຕົນເອງ ແລະ ຄິດເອງ.

ສົ່ງເສີມໃຫ້ມີທັກສະໃນການເຮັດວຽກຮ່ວມກັນ, ມີຄວາມສາມັກຄີ, ມີທັກສະໃນການເປັນຜູ້ນຳ ແລະ ຜູ້ຕາມທີ່ດີ, ມີລະບຽບວິໄນ, ຮູ້ຈັກສື່ສານເຈລະຈາທີ່ມີປະສິດທິພາບ.

ພໍ່ແມ່ຄວນຝຶກໃຫ້ເດັກຮູ້ຈັກການຄິດ ແລະ ສ້າງດ້ວຍຕົນເອງ, ມີຄວາມພໍໃຈ ແລະ ພູມໃຈໃນສະຖານະການຂອງຕົນ, ເບິ່ງເຫັນວຽກງານເປັນເລື່ອງທີ່ທ້າທາຍຄວາມສາມາດ, ບໍ່ທໍ້ຖອຍ, ສູ້ກັບວຽກງານ, ເພີດເພີນໃຈກັບວຽກງານ ແລະ ກຽມພ້ອມກັບການປະເຊີນໜ້າຢູ່ສະເໝີ.

ການສົ່ງເສີມສຸຂະພາບຈິດເດັກນ້ອຍ ແລະໄວໜຸ່ມ

ການສົ່ງເສີມສຸຂະພາບຈິດ ເດັກນ້ອຍ ແລະ ໄວໜຸ່ມ ຕ້ອງເລີ່ມຕັ້ງແຕ່ຍັງເປັນເດັກນ້ອຍໆ ໃຫ້ມີການພັດທະນາ ໃນທຸກດ້ານໄປພ້ອມໆກັນກັບທາງດ້ານ ຮ່າງກາຍ ແລະ ຈິດໃຈ, ອາລົມ ແລະ ສັງຄົມ ແລະ ຕ້ອງເຮັດໃຫ້ ສອດຄ່ອງ ກັບສະພາບແວດລ້ອມ ທຳມະຊາດ ແລະ ສັງຄົມ ເພາະອິດທິພົນຂອງມັນ ມີຜົນກະທົບໂດຍກົງຕໍ່ເດັກ. ໃນນັ້ນ ພໍ່ແມ່ເປັນຜູ້ມີບົດບາດໂດຍກົງ ສະນັ້ນ ພໍ່ແມ່ຕ້ອງ:

– ສ້າງຄວາມສຳພັນທີ່ດີກັບເດັກ, ໃກ້ຊິດຕິດແທດຕໍ່ເນື່ອງ, ສະໝ່ຳສະເໝີ ແລະ ຍາວນານ.

– ພໍ່ແມ່ຄວນຮູ້ເຂົາ, ຮູ້ເຮົາ:ເຂົ້າໃຈຄວາມຄິດຄວາມຮູ້ສຶກຂອງລູກ.

– ສ້າງຂອບເຂດໃຫ້ເໝາະສົມ.

– ສົ່ງເສີມ,ແນະນຳ, ຕັກເຕືອນລູກ.

– ໃຫ້ລາງວັນຕໍ່ເດັກໃນເລື່ອງຄວາມກ້າວໜ້າ.

– ເປີດໂອກາດໃຫ້ໄດ້ຮັບການຍ້ອງຍໍ.

– ຊອກຫາພຶດຕິກຳທົດແທນພຶດຕິກຳທີ່ບໍ່ຕ້ອງການໃຫ້ເກີດຂຶ້ນ.

– ພໍ່ແມ່ຄວນເປັນແບບຢ່າງທຸກດ້ານ.

– ສົ່ງເສີມພຶດຕິກຳ ແລະ ການຮຽນຮູ້ໃຫ້ຄົບທຸກດ້ານ: ຮ່າງກາຍ, ຈິດໃຈ, ສະຕິປັນຍາ, ອາລົມ, ສັງຄົມ…

– ຊ່ວຍເດັກຊອກຫາເອກກະລັກຂອງຕົນເອງໃນດ້ານ: ຄວາມມັກ, ຄວາມສໍານານ, ຄວາມພໍໃຈ, ແນວຄິດ…

– ສະໜັບສະໜຸນກຸ່ມໝູ່ເພື່ອນທີ່ດີພ້ອມທັງຊ່ວຍແກ້ໄຂກຸ່ມທີ່ມີຄວາມສ່ຽງໄປໃນທາງທີ່ບໍ່ຖືກຕ້ອງ.

– ຝຶກໃຫ້ລູກຮູ້ຈັກຈັດການກັບຄວາມສ່ຽງ.

ຕໍ່ຈາກພໍ່ແມ່ແລ້ວ, ຄູອາຈານກໍ່ຍັງມີບົດບາດສຳຄັນຫຼາຍ ຕໍ່ເດັກນ້ອຍ ໃນຖານະເປັນຜູ້ສົ່ງເສີມ, ພັດທະນາເດັກນ້ອຍໃນທຸກດ້ານ ເປັນຕົ້ນ: ດ້ານຄວາມຮູ້, ຄວາມສາມາດ, ດ້ານສັງຄົມ,ຈະລິຍາທຳ…

ຂໍຂອບໃຈ ແຫຼ່ງຂໍ້ມູນຈາກ ວາລະສານແມ່ຍິງລາວ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!